ກະຊວງການເງິນ ໄດ້ລົດໃໝ່ແລ້ວ ຕິດກາໝາຍລົດ ຮັບໃຊ້ວຽກທາງລັດຖະການ ເປັນທີ່ຮຽບຮ້ອຍແລ້ວ


ວັນທີ 2 ມິຖຸນາ ທີ່ຜ່ານມາ, ກະຊວງການເງິນ ໄດ້ຈັດຕັ້ງປະຕິບັດຕິດ ກາໝາຍ (ໂລໂກ້) ລົດຮັບໃຊ້ວຽກທາງລັດຖະການ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງນີ້ ກໍເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະພາຍຫຼັງສຳເລັດການເຜີຍແຜ່ດຳລັດວ່າດ້ວຍລົດ ຂອງລັດສະບັບເລກທີ 599/ລບ ແລະ ບັນດານິຕິກຳທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ, ທັງເປັນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.

ການຈັດຕັ້ງປະຕິບັດຕິດ ກາໝາຍ (ໂລໂກ້) ລົດຮັບໃຊ້ວຽກທາງລັດຖະການ (ລົດບໍລິຫານຂອງລັດ, ລົດວິຊາສະເພາະ) ຂອງກະຊວງການເງິນ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ ເປັນຕົ້ນ ຫ້ອງການກະຊວງ, ກົມພາສີ, ກົມສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງຊັບສິນແຫ່ງລັດ ເພື່ອຄວາມເປັນເອກະພາບໃນການນຳໃຊ້ລົດບໍລິຫານຂອງລັດ ພາຍໃນກະຊວງການເງິນ ພາຍໃຕ້ການຊີ້ນຳນຳພາຂອງຄະນະນຳກະຊວງການເງິນ ແລະ ຈະໄດ້ສືບຕໍ່ຕິດກາໝາຍ ໃສ່ລົດບໍລິຫານຂອງລັດ, ລົດວິຊາສະເພາະຂອງກະຊວງການເງິນໃຫ້ຄົບຖ້ວນ. ທັງນີ້, ກໍເພື່ອເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນ ໂດຍເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳໃຫ້ປາກົດຜົນເປັນຈິງ.

ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄື ມາດຕະການທີ່ລັດຖະບານ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດ ເຊິ່ງເນື້ອໃນຈິດໃຈຂອງດຳລັດດັ່ງກ່າວ ເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງ ໂດຍສະເພາະການລົດຈຳນວນຂອງລົດລົງ, ການຖອນຄືນ, ການດຸ່ນດ່ຽງດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນ້ຳມັນ, ການຫັນມາໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ ແລະ ອື່ນໆ.

ການຈັດຕັ້ງປະຕິບັດດຳລັດສະບັບນີ້, ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ, ສິ່ງສຳຄັນແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ.

ຂ່າວ-ພາບ: ກະຊວງການເງິນ ແລະ https://cutt.ly/qJY0732

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/