ກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນມາແຕ່ວັນທີ 05 ຫາ ວັນທີ 30 ທັນວາ 2022 ເຊິ່ງລວມເປັນເວລາ 20 ວັນ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນແຕ່ລະຂົງເຂດວຽກງານໃຫ້ບັນລຸຜົນສຳເລັດ.
ກອງປະຊຸມ ໄດ້ຕີລາຄາ ເຖິງວ່າປະເທດເຮົາຖືກຜົນກະທົບຈາກ ສະພາບການຂອງພາກພື້ນ, ສາກົນ ແລະ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມຢູ່ພາຍໃນປະເທດເຮົາທີ່ສະສົມມາຫຼາຍປີ ແຕ່ດ້ວຍຄວາມພະຍາຍາມສູງຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຄວາມເປັນເອກະພາບຮ່ວມ ກັບສະພາແຫ່ງຊາດ ຕໍ່ວຽກງານສຳຄັນຕ່າງໆ ແລະ ຄວາມບຸກບືນຂອງບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ ກໍຄືປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງພວກເຮົາມີຫຼາຍດ້ານໄດ້ຮັບຜົນສຳເລັດ, ມີບາງດ້ານໄດ້ເກີນຄາດໝາຍ, ຄາດຄະເນອັດຕາການເຕີບໂຕທາງດ້ານເສດຖະກິດໝົດປີ 2022 ສາມາດບັນລຸໄດ້ 4,4%, ການເກັບລາຍຮັບງົບປະມານໄດ້ມີຄວາມເຂັ້ມງວດ, ການຄຸ້ມຄອງລາຍຈ່າຍໄປຕາມນະໂຍບາຍປະຢັດ ແລະ ອື່ນໆ ເຮັດໃຫ້ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ຕົກເຂົ້າສູ່ວິກິດການທີ່ໜັກໜ່ວງ.
ກອງປະຊຸມມອບໃຫ້ລັດຖະບານ ນຳເອົາຄວາມຄິດເຫັນຂອງກອງປະຊຸມໄປພິຈາລະນາ ເພື່ອສືບຕໍ່ປັບປຸງ, ແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກັບສູ່ສະພາບປົກ ກະຕິໂດຍໄວ, ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງເຫັນວ່າອົງຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາບັນດາອົງການ ຈັດຕັ້ງລັດແຕ່ລະຂັ້ນ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ດ້ວຍການຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ ແລະ ສູ້ຊົນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ, ການຜະລິດກະສິກຳເປັນສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ໄດ້ມີບາດກ້າວຂະຫຍາຍຕົວ, ການແກ້ໄຂບັນຫາຢາເສບຕິດ ກໍໄດ້ຮັບຄວາມເອົາໃຈໃສ່ ແລະ ມີຜົນສຳເລັດຫຼາຍດ້ານ.

ພ້ອມກັນນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດໃຫ້ໄດ້ຢ່າງຄົບຖ້ວນ, ເພີ່ມທະວີການຄຸ້ມຄອງໂຄງການເຮັດທົດລອງແຮ່ທາດໃຫ້ເຂັ້ມງວດ, ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດລວມຂອງລັດ, ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ, ປັບປຸງກົນໄກການຄຸ້ມຄອງການສ້າງວິຊາຊີບ, ການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມມີວຽກເຮັດງານທຳ, ມີວິຊາອາຊີບ, ເປັນເຈົ້າຂອງວິສາຫະກິດ ຂະໜາດນ້ອຍ, ຂະໜາດກາງ, ມີອາຊີບໝັ້ນຄົງ, ມີລາຍໄດ້ ແລະ ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ.
ພ້ອມກັນນັ້ນ, ກອງປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ສົມທົບພາກສ່ວນກ່ຽວຂ້ອງແກ້ໄຂຜົນການກວດສອບໃຫ້ເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ ເພື່ອເກັບກູ້ວັດຖຸ, ເງິນຄຳ ທີ່ເປັນຊັບສິນລວມຂອງລັດກັບຄືນ, ຄົ້ນຄວ້າການກຳນົດຂອບເຂດສິດຂອງສອງອົງການ ເຂົ້າໃນກົດໝາຍໃຫ້ລະອຽດ, ຈະແຈ້ງຕື່ມ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ເຊິ່ງກອງປະຊຸມໄດ້ຕີລາຄາ ທັງສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທຳ ນັບມື້ມີຄຸນນະພາບສູງຂຶ້ນ, ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄຳສັ່ງຂອງສູນກາງພັກເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍຂອງຕົນ ໃຫ້ເປັນລະບົບຄົບຊຸດ, ເປັນບ່ອນອີງໃນ ການແກ້ໄຂບັນຫາຕ່າງໆ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ໃນການປະຕິບັດຄຳຕັດສິນຂອງສານ, ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງການດຳເນີນຄະດີຕາມຂະບວນຍຸຕິທຳໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ.
ກອງປະຊຸມໄດ້ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ມີມາດຕະການປັບປຸງ ແລະ ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງເພື່ອເຮັດໃຫ້ບັນດາປາກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ນັບມື້ລົດໜ້ອຍຖອຍລົງ, ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 12 ສະບັບ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ.
ກອງປະຊຸມຕີລາຄາວ່າ, ໃນໜຶ່ງປີຜ່ານມາສະພາແຫ່ງຊາດ ໄດ້ມີຄວາມເປັນເຈົ້າການ, ຫ້າວຫັນ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ໄດ້ຮັບຜົນສຳເລັດຫຼາຍດ້ານ ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນ ຈາກອົງການຈັດຕັ້ງລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງນັບມື້ນັບກວ້າງຂວາງ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ແຕ່ປີ 2023-2025.

ກອງປະຊຸມສະໄໝສາມັນເທື່ອທີ 04 ຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງການສະເໜີຂອງປະທານປະເທດກ່ຽວກັບການພິຈາລະນາໃບຄຳຮ້ອງຂໍພັກການ-ຮັບອຸດໜູນບຳນານຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ກອງປະຊຸມໄດ້ເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາມການສະເໜີຂອງປະທານປະເທດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນລົງຄະແນນສຽງເຫັນດີຫຼາຍກວ່າເຄິ່ງໜຶ່ງຂອງສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ໂດຍຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່.
ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງການ ເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດ, ແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນເທື່ອລະກ້າວ, ນຳເອົາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ.
ກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນຳຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງ ພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ກະຊວງ, ບັນດາອົງການທີ່ກ່ຽວຂ້ອງ ແລະ ຂະແໜງການກ່ຽວຂ້ອງທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ.
ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ທີ່ຍາມໃດກໍໄດ້ໃຫ້ການຊີ້ນຳຢ່າງໃກ້ຊິດຕໍ່ສະພາແຫ່ງຊາດຕະຫຼອດມາ, ຂໍສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງບັນດາທ່ານການນຳພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ໄດ້ຕິດຕາມ ກອງປະຊຸມຂອງພວກເຮົາ ໃນຄັ້ງນີ້ຢ່າງຈົດຈໍ່ ແລະ ສົ່ງຄຳຄິດເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມຢ່າງຫຼວງຫຼາຍ, ຂໍສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມຄັ້ງນີ້.
ຂໍອວຍພອນໃຫ້ບັນດາທ່ານການນຳຂັ້ນສູງພັກ-ລັດ, ອະດີດການນຳພັກ-ລັດ, ພະນັກງານ, ທະຫານຕຳຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງທ່ານ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມສະໄໝສາມັນເທື່ອທີ 04 ຂອງ ສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/