ໃນໂລກຍຸກໃໝ່ນີ້ ເທັກໂນໂລຢີ ປັນຍາປະດິດ ຫຼື AI ເບິ່ງຄືຈະມີບົດບາດກັບເກືອບທຸກໆວົງການ ຫຼ້າສຸດ ກອງທັບອາກາດອາເມຣິກາ, ໄດ້ປະກາດຄວາມສຳເລັດໃນການທົດລອງໃຊ້ AI ຂັບເຮືອບິນສູ້ຮົບ F-16 ເປັນເວລາ 17 ຊົ່ວໂມງ ໂດຍບໍ່ຕ້ອງມີນັກບິນບັງຄັບເລີຍແມ່ນແຕ່ຄົນດຽວ ຫຼັງຈາກທີ່ພັດທະນາລະບົບຂອງ AI ມາດົນກວ່າ 3 ປີ.
ໂດຍກອງທັບອາກາດອາເມຣິກາ ລະບຸວ່າ ເຮືອບິນຮົບທີ່ໃຊ້ AI ບັງຄັບນີ້ ແມ່ນດັດແປງແບບພິເສດມາຈາກ ເຮືອບິນຮົບ ຮຸ່ນ F-16 ຮຸ່ນດັ້ງເດີມ ແລະ ມີການທົດສອບການບິນທັງໝົດ ລວມ 17 ຊົ່ວໂມງ.
ເຊິ່ງຄວາມພິເສດຂອງເທັກໂນໂລຢີ AI ທີ່ໃຊ້ໃນການຄວບຄຸມເຮືອບິນ F-16 ນີ້ກໍຄື ບໍ່ຈຳເປັນຕ້ອງອາໄສການຄວບຄຸມຈາກນັກບິນເລີຍແມ່ນແຕ່ຄົນດຽວ. ຄວາມສາມາດຂອງ AI ໃນການຄວບຄຸມເຮືອບິນແມ່ນຢູ່ໃນລະດັບທີ່ຫນ້າເຊື່ອຖື. ເຖິງແມ່ນວ່າໃນໄລຍະການທົດສອບ ຈະມີນັກບິນນັ່ງຢູ່ໃນ F-16 ແຕ່ກໍສໍາລັບເຫດຜົນດ້ານຄວາມປອດໄພເທົ່ານັ້ນ.

ຜົນປະໂຫຍດທີ່ສໍາຄັນຂອງການນໍາໃຊ້ AI ເພື່ອຄວບຄຸມເຮືອບິນສູ້ຮົບແມ່ນວ່ານັກບິນສາມາດບໍລິຫານຈັດການການຕໍ່ສູ້ ທີ່ເປັນສິ່ງສໍາຄັນກວ່າ ແລ້ວໃຫ້ AI ຄວບຄຸມຍົນແທນ ລວມທັງ AI ຍັງສາມາດຊ່ວຍລົດຜ່ອນ ການສູນເສຍທີ່ຈະເກີດຂຶ້ນກັບນັກບິນ. ເພາະວ່າໃນອະນາຄົດອາດຈະມີນັກບິນຂຶ້ນມາບັງຄັບເຮືອບິນສູ້ຮົບໜ້ອຍລົງ.
ນອກຈາກນັ້ນ, ລັດຖະບານສະຫະລັດຍັງມີ ໂຄງການພັດທະນາເທັກໂນໂລຢີ AI ທີ່ກ່ຽວຂ້ອງກັບຄວາມປອດໄພອີກຫຼາກຫຼາຍໂຄງການ ລວມໆແລ້ວ ໄດ້ຫຼາຍກວ່າ 600 ໂຄງການ. ໂດຍທີ່ຜ່ານມາ, ລັດຖະບານສະຫະລັດໄດ້ປະກາດວ່າຈະລົງທຶນໃນການພັດທະນາເທັກໂນໂລຢີ AI ດ້ວຍງົບປະມານຫຼາຍກວ່າ 2 ຕື້ໂດລາ ໃນໄລຍະ 5 ປີນັບແຕ່ປີ 2018 ເປັນຕົ້ນມາ.

ແຕ່ຢ່າງໃດກໍຕາມ ໃນປີທີ່ຜ່ານມາ ລັດຖະບານສະຫະລັດໄດ້ປະກາດວ່າງົບປະມານໄດ້ຖືກນໍາໃຊ້ ເພື່ອພັດທະນາເທັກໂນໂລຢີ AI ໃຫ້ປະເພດຕ່າງໆໃນຍອດມູນຄ່າຫຼາຍກວ່າ 2,5 ຕື້ໂດລາ ໃນປີ 2022 ເຊິ່ງເກີນງົບປະມານທີ່ຕັ້ງໄວ້ໄປແລ້ວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/