ເປັນຄືກັນຢູ່ບໍ່? ໃນຕອນເຊົ້າບໍ່ຢາກລຸກໄປເຮັດວຽກ ບໍ່ຢາກພົບໜ້າເພື່ອນຮ່ວມງານ ບໍ່ຢາກໄປຫາລູກຄ້າ ຫຼື ບໍ່ຢາກລາຍງານວຽກກັບຫົວໜ້າ. ຖ້າຫາກຄວາມຮູ້ສຶກເຫຼົ່ານີ້ ຍັງຄົງວົນວຽນຢູ່ໃນຫົວຂອງເຮົາຢູ່ເລື້ອຍໆມາເປັນໄລຍະໜຶ່ງ ມັນກໍອາດຈະບໍ່ແມ່ນອາການໝົດໄຟໃນການເຮັດວຽກທີ່ເກີດຈາກການທີ່ຕົວເຮົາເຮັດວຽກຢ່າງໜັກ ແລະ ບໍ່ໄດ້ພັກເລີຍ. ແຕ່ນີ້ອາດຈະເປັນຈຸດເລີ່ມຕົ້ນຂອງອາການໝົດໃຈໃນການເຮັດວຽກ ຫຼື Brownout Syndrome ທີ່ໄດ້ຮັບການຮອງຮັບຈາກອົງກອນອະນາໄມໂລກ WHO ວ່າເປັນອາການຢ່າງໜຶ່ງທີ່ຕ້ອງໄດ້ຮັບການປິ່ນປົວຈາກແພດ ແລະ ອາການດັ່ງກ່າວຈະສົ່ງຜົນເຮັດໃຫ້ຄົນຢາກທີ່ຈະລາອອກຈາກວຽກເຖິງ 40%, ອີງຂໍ້ມູນຈາກ Corporate Balance Concepts.
Brownout Syndrome ແມ່ນ ເຮົາຮູ້ສຶກໝົດຮັກໃນອົງກອນ. ເຖິງແມ່ນວ່າຈະຍັງມັກໃນໜ້າວຽກຂອງຕົນຢູ່ ແຕ່ກັບຮູ້ສຶກອຶດອັດກັບສະພາບແວດລ້ອມ, ຜູ້ຄົນ ຫຼືເງື່ອນໄຂໃນອົງກອນນັ້ນໆ ຈົນເມື່ອຍໃຈ, ສູນເສຍຄວາມສັດຊື່ ແລະ ໝົດຄວາມຜູກພັນ, ບໍ່ຢາກທີ່ຈະທຸ່ມເທ ແລະ ບໍ່ຕ້ອງການທີ່ຈະເປັນສ່ວນໜຶ່ງຂອງທີມອີກຕໍ່ໄປ ເຖິງແມ່ນວ່າຈະໄດ້ເງິນເດືອນດີກໍຕາມ ແຕ່ໃນສຸດທ້າຍແລ້ວກໍມັກຈະຈົບດ້ວຍການຍື່ນໃບລາອອກ ເຊິ່ງອາການດັ່ງກ່າວຈະສົ່ງຜົນກະທົບຕໍ່ໄລຍະຍາວທັງໃນວຽກງານ ແລະ ຊີວິດສ່ວນຕົວ.
ພາວະໝົດໃຈຈະສະແດງອອກຜ່ານພຶດຕິກຳ ແລະ ຄວາມຮູ້ສຶກບາງຢ່າງຄື:
- ຮູ້ສຶກເບື່ອໜ່າຍກັບວຽກ ບໍ່ຢາກເຮັດວຽກ
- ຮູ້ສຶກເມື່ອຍ, ທໍ້ແທ້ ແລະ ໝົດກຳລັງໃຈ
- ຮູ້ສຶກເສີຍຊາ ບໍ່ມີຄວາມຮູ້ສຶກກະຕືລືລົ້ນກັບວຽກງານ
- ມີສ່ວນຮ່ວມໃນການປະຊຸມ ຫຼື ສະແດງຄວາມຄິດເຫັນໜ້ອຍລົງ
- ມັກທີ່ຈະເຮັດວຽກພາດຫຼາຍຂຶ້ນ
- ບໍ່ຢາກທີ່ຈະພັດທະນາຕົນເອງໃຫ້ດີຂຶ້ນ
- ຮູ້ສຶກທຸກໃຈ ແລະ ມີບັນຫາໃນຊີວິດຫຼາຍຂຶ້ນ
- ຄິດຢາກທີ່ຈະລາອອກຈາກວຽກ
ສາເຫດຂອງພາວະໝົດໃຈແມ່ນເກີດມາຈາກ
- ເຮັດວຽກໜັກ ແຕ່ພັກຜ່ອນໜ້ອຍ
- ການເຮັດວຽກຊ້ຳຊາກ, ຈຳເຈ, ບໍ່ມີຫຍັງໃຫ້ທ້າທາຍ.
- ຮູ້ສຶກວ່າບໍ່ມີຄ່າ, ບໍ່ໄດ້ຮັບການຍອມຮັບ
- ບັນຫາສ່ວນຕົວ
- ບັນຫາໃນອົງກອນເຊັ່ນ: ບັນຫາກັບນາຍຈ້າງ, ເພື່ອນຮ່ວມງານ, ລະບົບການເຮັດວຽກ…
ພາວະໝົດໃຈ (Brownout) ແລະ ພາວະໝົດໄຟ (Burnout) ແມ່ນມີອາການທີ່ໃກ້ຄຽງກັນຫຼາຍຈົນສັງເກດໄດ້ຍາກ. ໂດຍພາວະໝົດໄຟນັ້ນສາມາດສັງເກດເຫັນໄດ້ງ່າຍກວ່າ ແຕ່ພາວະໝົດໃຈແມ່ນສັງເກດໄດ້ຍາກ ເນື່ອງຈາກພວກເຂົາເຫຼົ່ານັ້ນມີອາການທີ່ເປັນຄືກັບຄົນເຮັດວຽກທົ່ວໄປ ສາມາດເຮັດວຽກໄດ້ສະບາຍ ແຕ່ພາຍໃນກັບຮູ້ສຶກຢາກທີ່ຈະລາອອກຈາກວຽກທຸກຢ່າງ.
ລັກສະນະ | Brown-out Syndrome | Burnout Syndrome |
ຄວາມຮູ້ສຶກຕໍ່ວຽກ | ເບື່ອໜ່າຍ ບໍ່ຢາກເຮັດ | ໝົດໄຟ ບໍ່ມັກວຽກທີ່ເຮັດ |
ແຮງຈູງໃຈ | ຕໍ່າ | ບໍ່ມີ |
ປະສິດທິພາບໃນການເຮັດວຽກ | ຫຼຸດລົງ | ຫຼຸດລົງ |
ສຸຂະພາບຈິດ | ຄວາມກົດດັນ ທໍ້ແທ້ | ຊຶມເສົ້າ |
ສາເຫດ | ວຽກເກົ່າໆ ຊ້ຳຊາກ, ຈຳເຈ, ບໍ່ມີຫຍັງໃຫ້ທ້າທາຍ | ເຮັດວຽກຫຼາຍ ແລະ ພັກຜ່ອນໜ້ອຍ |
ຖ້າອົງກອນໃດບໍ່ມີທິດທາງໃນການເຮັດວຽກ ມີກົດລະບຽບທີ່ເຄັ່ງຄັດ, ຈຸກຈິກຈູ້ຈີ້, ຕີກອບໃຫ້ພະນັກງານຫຼາຍເກີນໄປ ຫຼື ພາຍໃນອົງກອນມີຄວາມບໍ່ສະເໝີພາບເທົ່າທຽບ, ບໍ່ຍຸຕິທຳ, ຂາດຄວາມສຳພັນທີ່ດີ, ພະນັກງານບໍ່ຮູ້ທິດທາງຂອງອົງກອນ, ມີຄວາມຄາດຫວັງສູງ, ຄວາມກົດດັນສູງ ແລະອື່ນໆ, ເຫຼົ່ານີ້ສາມາດເຮັດໃຫ້ເກີດພາວະໝົດໃຈໄດ້.
ດັ່ງນັ້ນ, ເຮົາຄວນຈະຊອກຫາວິທີການແກ້ໄຂ ແລະ ປ້ອງກັນເພື່ອບໍ່ໃຫ້ຕົນເອງຕົກຢູ່ໃນພາວະເຫຼົ່ານີ້ຄື:
- ດູແລຕົນເອງທັງຮ່າງກາຍ ແລະ ຈິດໃຈດ້ວຍການພັກຜ່ອນໃຫ້ພຽງພໍ, ຮັບປະທານອາຫານທີ່ມີປະໂຫຍດ, ອອກກຳລັງກາຍຢ່າງສະໝໍ່າສະເໝີ ແລະ ເຝິກນັ່ງສະມາທິເພື່ອໃຫ້ຈິດໃຈສະຫງົບ
- ຊອກຫາກິດຈະກຳທີ່ມັກເພື່ອໃຫ້ຕົນເອງຜ່ອນຄາຍຈາກວຽກ ຫຼື ພັກຜ່ອນກັບຄົນທີ່ຮັກ
- ລະບາຍ ແລະ ຂໍຄວາມປຶກສາຈາກໝູ່ສະໜິດ ຫຼື ຄົນທີ່ເວົ້ານຳແລ້ວສະບາຍໃຈ
- ຊອກຫາຄວາມທ້າທ້າຍໃນການເຮັດວຽກ ບໍ່ວ່າຈະເປັນການຮຽນຮູ້ທັກສະໃໝ່ໆ ຫຼື ຊອກຫາວຽກທີ່ເໝາະສົມກັບຕົນເອງ
- ປັບປ່ຽນວິທີການໃນການເຮັດວຽກເພື່ອໃຫ້ມີປະສິດທິພາບຫຼາຍຂຶ້ນ
- ລົມກັບຫົວໜ້າ ເພື່ອແຈ້ງບັນຫາ ແລະ ຂໍຄຳແນະນຳ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/