
ວັນທີ 29 ຕຸລາທີ່ຜ່ານມາ ທີ່ເມືອງ Czestochowa ປະເທດ ໂປແລນ (Poland) ໄດ້ມີການຈັດເວທີມວຍປະສົມ (ການຊົກລະຫວ່າງເພດ) ເຊິ່ງໜຶ່ງໃນຜູ້ເຂົ້າຮ່ວມລາຍການນີ້ຄື Ula Siekacz ຜູ້ທີ່ເປັນນັກມວຍປ້ຳຍິງ ແລະ ເທຣນເນີ້ອອກກຳລັງກາຍ. ເຖິງວ່າ Siekacz ຈະເປັນຜູ້ຍິງທີ່ແຂງແຮງຄົນໜຶ່ງ ແຕ່ຫຼາຍຄົນເຫັນວ່າລາວກໍບໍ່ເໝາະທີ່ຈະຂຶ້ນຊົກກັບ Piotrek Muaboy ນັກຊົກຊາຍຜູ້ຊຳນານໃນດ້ານສິລະປະຕໍ່ສູ້ແບບປະສົມ ທີ່ມີຄວາມສູງ 185 cm.
ຮັບຊົມວິດີໂອເຕັມໄດ້ທີ່ Link: https://cutt.ly/1R58mkm

ໃນໄລຍະທຳອິດຂອງການຕໍ່ສູ້ນັ້ນ Siekacz ກັບ Muaboy ໄດ້ແລກກຳປັ້ນກັນເພື່ອຍາດເອົາຄວາມໄດ້ປຽບເທິງເວທີ ກ່ອນທີ່ທາງນັກຊົກຊາຍຈະຊົກເຂົ້າໜ້າຂອງອີກຝ່າຍແບບເຕັມແຮງ.
ຫຼັງຈາກນັ້ນ Muaboy ກໍເປັນຝ່າຍໄດ້ປຽບຢ່າງຕໍ່ເນື່ອງ ເຂົາໄດ້ຈັດການແກວ່ງ Siekacz ລົງກັບພື້ນ ກ່ອນທີ່ຈະລົງໄປນັ່ງຄວບ Siekacz ແລະ ຊົກຊ້ຳທີ່ບໍລິເວນຫົວຂອງ Siekacz.

ທາງດ້ານ Siekacz ເມື່ອຖືກຄວບແບບນີ້ ລາວກໍບໍ່ສາມາດປ້ອງກັນ ຫຼື ໂຕ້ຕອບອີກຝ່າຍໄດ້ ຈົນກຳມະການໄດ້ເຂົ້າໄປຫ້າມ.

ຫຼັງຈາກເສິກສັງວຽນຄັ້ງນີ້ຈົບລົງ Muaboy ໄດ້ໂພສຄິບວິດີໂອການຊົກ ລົງ Instagram ສ່ວນຕົວຂອງລາວ ພ້ອມກັບຂຽນ caption ວ່າ: “ໄຊຊະນະຂອງຂ້ອຍຄັ້ງນີ້ ເປັນການຕັດສິນໃຫ້ທຸກຄົນເຫັນວ່າຢ່າຕັດສິນປຶ້ມທີ່ໜ້າປົກ”.

ຢ່າງໃດກໍຕາມ ຫຼັງຈາກທີ່ມີການເຜີຍແຜ່ວິດີໂອດັ່ງກ່າວ ແຟນມວຍຈຳນວນຫຼາຍໄດ້ເຂົ້າມາສະແດງຄວາມຄິດເຫັນປະນາມການຊົກລະຫວ່າງເພດ ໂດຍຫຼາຍຄົນບອກວ່າ ຜູ້ຊາຍກັບຜູ້ຍິງບໍ່ຄວນທີ່ຈະເປັນຄູ່ຊົກກັນ ເພາະມັນບໍ່ເໝາະສົມ ແລະ ມັນເປັນຕາຢ້ານຫຼາຍ.
ນອກຈາກນີ້ ໃນລະຫວ່າງຢູ່ເທິງສັງວຽນ ນັກຊົກຍິງໄດ້ຮັບບາດເຈັບຫຼາຍຄັ້ງ ແຕ່ກຳມະການກໍບໍ່ເຂົ້າໄປຫ້າມ ໃນຂະນະທີ່ກອງເຊຍກໍພາກັນຮ້ອງໂຮຢ່າງມ່ວນຊື່ນ.
ແຕ່ທ້າຍທີ່ສຸດ ມີການຮຽກຮ້ອງໃຫ້ຍົກເລີກໂປຣແກຣມຊົກແບບປະສົມ ລວມໄປເຖິງໃຫ້ລົງໂທດຜູ້ທີ່ຈັດໃຫ້ມີການຊົກລະຫວ່າງຜູ້ຊາຍກັບຜູ້ຍິງ ແຕ່ວ່າ ມີແຟນມວຍບາງສ່ວນບອກວ່າ ນີ້ເປັນໂປຣແກຣມພິເສດຂອງເສິກເທິງສັງວຽນ ແລະ ນັກຊົກທຸກຄົນກໍເຂົ້າຮ່ວມດ້ວຍຄວາມສະໝັກໃຈ.
ສ່ວນທາງດ້ານຜູ້ຈັດການແຂ່ງຂັນຍັງບໍ່ທັນໄດ້ອອກມາເຄື່ອນໄຫວກັບປະເດັນນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/