ໃນປັດຈຸບັນ ການທີ່ຜູ້ຊາຍຄົນໜຶ່ງຈະແກ້ເສື້ອ ບໍ່ໃສ່ຫຍັງລົງໄປໃນສະລອຍນໍ້າກໍຈະຖືເປັນເລື່ອງປົກກະຕິທີ່ຄຸ້ນຕາ ແຕ່ວ່າເມື່ອເປັນຜູ້ຍິງ ການທີ່ໃສ່ຊຸດໂຊໜ້າເອິກ ຫຼື ບໍ່ໃສ່ຫຍັງເລີຍ ໃນສະຖານທີ່ສາທາລະນະນັ້ນຖືເປັນການອະນາຈານ ແລະ ຜິດຕໍ່ກົດໝາຍທີ່ມີບົດລົງໂທດກັນຢ່າງຊັດເຈນ.
ຫຼ້າສຸດ ສຳນັກງານຄວາມສະເໝີພາບ ແລະ ຕໍ່ຕ້ານການການເລືອກປະຕິບັດ ຂອງປະເທດເຢຍລະມັນ ປະກາດໃນວັນທີ 11 ມີນາ 2023 ວ່າ “ຄົນທຸກເພດ” ລວມເຖິງ ເພດຍິງ ຢູ່ນະຄອນເບີລິນຈະສາມາດເປືອຍໜ້າເອິກ ລົງສະລອຍນໍ້າສາທາລະນະໄດ້. ຫຼັງຈາກເມື່ອໄລຍະທ້າຍປີ 2022 ທີ່ຜ່ານມາ ແມ່ຍິງອາຍຸ 33 ປີ ຄົນໜຶ່ງຖືກເຊີນອອກຈາກສະລອຍນໍ້າ ເນື່ອງຈາກລາວປະຕິເສດທີ່ຈະໃສ່ຊຸດລອຍນໍ້າເພື່ອປົກປິດ ດ້ານເທິງຂອງລາວ.

ແມ່ຍິງຄົນດັ່ງກ່າວໄດ້ຍື່ນຄໍາຮ້ອງທຸກກັບຫ້ອງການຄວາມສະເໝີພາບ ເຊິ່ງຢູ່ພາຍໃຕ້ກະຊວງຍຸຕິທຳ ແລະ ຄະນະກໍາມະການ ໄດ້ປະເມີນຄໍາຮ້ອງຟ້ອງກ່ອນທີ່ຈະຕັດສິນໃຈວ່າທຸກຄົນ ມີສິດທີ່ຈະເປືອຍໜ້າເອິກລົງໄປໃນສະລອຍນໍ້າຢູ່ເບີລິນ ບໍ່ວ່າຈະເປັນເພດຊາຍ, ເພດຍິງ ຫຼືກຸ່ມໃດໆ ກໍຕາມ.
ໂດຍມີລາຍງານລະບຸວ່າ ການເປືອຍກາຍ ໃນສະຖານທີ່ສາທາລະນະແມ່ນ ໜຶ່ງໃນວັດທະນະທໍາທີ່ປາກົດໃນບັນດາຊາວເຢຍລະມັນ ມາຫຼາຍກວ່າຮ້ອຍປີແລ້ວ ໃນນາມຂອງ Freikoerperkultur ຫຼື Free Body Culture, ເຊິ່ງບໍ່ໄດ້ເບິ່ງວ່າເປັນການໂປ້ເປືອຍ ຫຼື ເປັນການຍຸຍົງທາງເພດ ແຕ່ມັນເປັນສິດທິສ່ວນບຸກຄົນທີ່ຈະເປີດເຜີຍຮ່າງກາຍຂອງຕົນເອງໃຫ້ຄົນອື່ນເຫັນ.

ຢ່າງໃດກໍຕາມ, ແນວຄວາມຄິດຂອງ Freikoerperkultur ມັນໄດ້ກາຍເປັນຂໍ້ຫ້າມໃນລະຫວ່າງການຂຶ້ນມາປົກຄອງຂອງ ນາຊີ ເຢຍລະມັນ. ແຕ່ຕໍ່ມາກຸ່ມຄົນທີ່ສະໜັບສະໜູນແນວຄວາມຄິດນີ້ ກໍຖືກນັບລວມກັບຜູ້ທີ່ສະໜັບສະໜູນແນວຄວາມຄິດ Naturist ຫຼື ແນວຄວາມຄິດຂອງການເປືອຍກາຍນັ້ນເປັນໜຶ່ງດຽວກັບທຳມະຊາດ ເຊິ່ງມີສະມາຊິກຢູ່ໃນຫຼາຍປະເທດຢູໂຣບ ແລະ ແຜ່ຂະຫຍາຍໄປທົ່ວໂລກໃນທຸກມື້ນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/