ອິນໂດເນເຊຍ ກຽມຈັດຕັ້ງເຂດ ເສດຖະກິດ ພິເສດ ຈຳນວນ 6 ແຫ່ງ ແລະ ຂະຫຍາຍ ເຂດເສດຖະກິດ ທີ່ມີຢູ່ເດີມ ເພື່ອກະຕຸ້ນ ການລົງທຶນ ແລະ ສ້າງວຽກເຮັດງານທຳ.

ອີງຕາມການລາຍງານຂອງ ສຳນັກຂ່າວ ຊິນຮວາຂອງ ສປຈີນ, ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໂດຍ ທ່ານ ໄອລັງກາ ຮາຣຕາຣໂຕ ລັດຖະມົນຕີ ປະສານງານ ກິດຈະການ ເສດຖະກິດຂອງ ອິນໂດເນເຊຍ.

ໂດຍຄາດວ່າເຂດເສດຖະກິດ ດັ່ງກ່າວ ຈະດຶງດູດ ການລົງທຶນ ສູງເຖິງ 7,2 ໝື່ນລ້ານ ໂດລາສະຫະລັດ ແລະ ສ້າງໂອກາດການສ້າງວຽກເຮັດ ງານທຳ ແກ່ປະຊາຊົນ ທ້ອງຖິ່ນ 14 ລ້ານຕຳແໜ່ງ. ໂດຍກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳລັງເຮັດຂໍ້ບັງຄັບ ເພື່ອດຳເນີນການ , ເຊິ່ງຄາດວ່າ ຈະສຳເລັດ ໃນກາງເດືອນຕຸລານີ້.

ໂດຍເຂດເສດຖະກິດໃໝ່ 6 ແຫ່ງ ຈະຕັ້ງຢູ່ ເຂດຊີໂດອາຣໂຈ ຂອງແຂວງ ຊວາຕາເວັນອອກ; ເຂດຄູໄທ ຕາເວັນອອກ ຂອງແຂວງກາລິມັນຕັນຕາເວັນອອກ; ເຂດຊູບັງ ຂອງແຂວງຊວາຕາເວັນຕົກ (2 ແຫ່ງ) ; ເຂດບູລຸງກັນ ຂອງແຂວງກາລິມັນຕັນເໜືອ ແລະ ເຂດບາຕັງ ແຂວງຊວາກາງ.

 ເຂດເສດຖະກິດດັ່ງກ່າວນີ້ ຈະມີຂະໜາດ ຕັ້ງແຕ່ 480 ເຮັກຕາ ຈົນເຖິງ ຫລາຍກວ່າ 11.000ເຮັກຕາ. ສ່ວນການຂະຫຍາຍ ເຂດເສດຖະກິດ ພິເສດ ທີ່ມີຢູ່ເດີມ ໃນເຂດ ນົງຊາ ຂອງໝູ່ເກາະ ຣີເຍົາ ຈະຄວບຄຸມພື້ນທີ່ 22,43 ເຮັກຕາ

ທີ່ມາ: Xinhua

https://english.news.cn/20240926/b902e56e37b247079ec6aa2e38264ce1/c.html#:~:text=He%20mentioned%20that%20the%20six,hectares%20to%20over%2011%2C000%20hectares.