ລັດຖະບານ ສສ ຫວຽດນາມ ກຳລັງພະຍາຍາມ ບັນລຸອັດຕາການເຕີບໂຕທາງເສດຖະກິດ ສູງເຖິງ 7% ໃນປີ 2024 ຫຼັງຕົວຊີ້ວັດດ້ານເສດຖະກິດຫຼາຍຕົວໄດ້ລື່ນກາຍເປົ້າໝາຍຂອງສະພາແຫ່ງຊາດ .
ອີງຕາມສື່ທ້ອງຖິ່ນ ໃນຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ ໄດ້ວາງເປົ້າໝາຍການເຕີບໂຕທາງເສດຖະກິດ ໃນປີ 2024 ນີ້ ໄວ້ພຽງ 6-6,5%.
ໂດຍລັດຖະບານ ໄດ້ຄາດການ ຍອດຜະລິດຕະພັນພາຍໃນປະເທດ (GDP) ວ່າຈະເພີ່ມຂຶ້ນຢູ່ທີ່ 6,8-7% ໃນປີ 2024, ລື່ນກາຍຄາດຄະເນຂອງອົງການຈັດຕັ້ງສາກົນ.
ໂດຍ ຂະແໜງກະສິກຳ – ປ່າໄມ້ – ການປະມົງ ແລະ ການບໍລິການໄດ້ຮັກສາລະດັບການເຕີບໂຕໄວ້ຢ່າງແຂງແຮງ, ຂະນະທີ່ການຜະລິດອຸດສາຫະກຳໄດ້ຟື້ນຟູຢ່າງແຂງແຮງ ເປັນກຳລັງຊຸກຍູ້ການຂະຫຍາຍຕົວເສດຖະກິດ.
ດັດຊະນີລາຄາຜູ້ບໍລິໂພກສະເລ່ຍ (CPI) ໃນລະຫວ່າງເດືອນມັງກອນຫາເດືອນສິງຫາແມ່ນ 4.04% ແລະ ຕົວເລກດັ່ງກ່າວຄາດວ່າຈະເຕີບໂຕພາຍໃຕ້ 4.5% ສໍາລັບຕະຫຼອດປີ.
ທ່ານ Quoc Phuong ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ການດຶງດູດ FDI ແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມ, ດ້ວຍຍອດຈຳນວນທຶນຈົດທະບຽນໃນ 8 ເດືອນຕົ້ນປີເພີ່ມຂຶ້ນ 6,2% ເມື່ອທຽບໃສ່ປີກາຍ ເປັນເກືອບ 19,3 ຕື້ ໂດລາ ຂຶ້ນເປັນ 13,55 ຕື້ໂດລາສະຫະລັດ, ສູງທີ່ສຸດນັບແຕ່ປີ 2021, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງນັກລົງທຶນຕ່າງປະເທດທີ່ມີຕໍ່ຕະຫຼາດຫວຽດນາມ ທີ່ເບິ່ງວ່າເປັນແຫຼ່ງລົງທຶນທີ່ປອດໄພ ແລະ ໜ້າດຶງດູດໃຈ.
ທີ່ມາ: Vnexpress
https://e.vnexpress.net/news/business/economy/government-eyes-7-gdp-growth-in-2024-4799691.html