ການປ່ອຍຈະຫຼວດອາດເປັນພາບທີ່ຕື່ນຕາຕື່ນໃຈມາໂດຍຕະຫຼອດ ແຕ່ຮູ້ຫຼືບໍ່ຜົນກະທົບທີ່ຈະເກີດຂຶ້ນຫຼັງຈາກການປ່ອຍຈະຫຼວດນັ້ນສົ່ງຜົນເສຍຢ່າງຮ້າຍແຮງຕໍ່ກັບມະນຸດ ແລະ ສະພາບແວດລ້ອມ.
ໂດຍໃນການປ່ອຍຈະຫຼວດແຕ່ລະຄັ້ງ ຈະປ່ອຍຄວັນເສຍທີ່ທຳລາຍຊັ້ນບັນຍາກາດໂລກ, ເຊື້ອໄຟຂອງຈະຫຼວດຫຼາຍພັນໂຕນຖືກເຜົາທຸກຄັ້ງທີ່ຍິງຈະຫຼວດອອກໄປ ໂດຍ ຄວາມຮ້ອນນັ້ນຈະກໍ່ໃຫ້ເກີດໄນໂຕຣເຈນອັອກໄຊເປັນຈໍານວນຫຼວງຫຼາຍທີ່ສົ່ງຜົນກະທົບຕໍ່ຊັ້ນໂອໂຊນ.
ຮອງສາສະດາຈານ Eloise Marais, ນັກຄົ້ນຄວ້າກ່ຽວກັບຜົນກະທົບຂອງນໍ້າມັນເຊື້ອໄຟໃນບັນຍາກາດຂອງມະຫາວິທະຍາໄລລອນດອນ ອະທິບາຍວ່າ: “ໄນໂຕຣເຈນອັອກໄຊສາມາດເພີ່ມ ແລະ ລົດໂອໂຊນໄດ້. ຖ້າຫາກເກີດຂຶ້ນໃນບັນຍາກາດທີ່ໃກ້ກັບໂອໂຊນເກີນໄປ ຊັ້ນໂອໂຊນກໍຈະບາງລົງ ແລະ ປົກປ້ອງໂລກຈາກລັງສີຂອງດວງຕາເວັນໄດ້ໜ້ອຍລົງ. ໃນອີກດ້ານຫນຶ່ງ ຖ້າຫາກເກີດຂຶ້ນໃນຊັ້ນບັນຍາກາດທີ່ຕໍ່າເກີນໄປ ອາຍແກ໊ສເຮືອນແກ້ວໃນບັນຍາກາດຂອງໂລກຈະເພີ່ມຂຶ້ນ ແລະ ເຮັດໃຫ້ໂລກຂອງເຮົາຮ້ອນຍິ່ງຂຶ້ນ”

ຍິ່ງໄປກວ່ານັ້ນ, chlorine ແລະ carbon dioxide ພວກມັນຍັງເປັນສານສຳຄັນສອງຊະນິດທີ່ທຳລາຍໂອໂຊນ ແລະ ເຮັດໃຫ້ເກີດພາວະໂລກຮ້ອນເຊັ່ນດຽວກັນ.
ນັກວິທະຍາສາດສອງຄົນຈາກມະຫາວິທະຍາໄລ Nicosia ໃນ Cyprus ໄດ້ສຶກສາຄົ້ນຄວ້າເພື່ອວັດແທກຄວາມສ່ຽງດ້ານສຸຂະພາບ ແລະ ສະພາບອາກາດທີ່ເກີດຂຶ້ນຫຼັງຈາກການປ່ອຍຈະຫຼວດ ໂດຍການຄົ້ນພົບຂອງພວກເຂົາຊີ້ໃຫ້ເຫັນວ່າ “ມົນລະພິດຈາກຈະຫຼວດອາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສະພາບອາກາດ ແລະ ອາດກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຂອງມະນຸດ”
ໜຶ່ງໃນບັນຫາສໍາຄັນທີ່ອຸດສາຫະກໍາການປ່ອຍຈະຫຼວດຈຳເປັນຕ້ອງແກ້ໄຂກໍຄືນໍ້າມັນເຊື້ອໄຟຂອງຈະຫຼວດ. ເຊິ່ງນໍ້າມັນເຊື້ອໄຟມາດຕະຖານ RP-1 ເປັນນໍ້າມັນເຊື້ອໄຟທີ່ມີຄວາມບໍລິສຸດສູງທີ່ບໍ່ເປັນມິດຕໍ່ສິ່ງແວດລ້ອມ ແຖມຍັງປ່ອຍຄາບອນໄດອັອກໄຊ ແລະ ຄາບອນດໍາອອກສູ່ບັນຍາກາດຢ່າງຫຼວງຫຼາຍ.
ໃນປັດຈຸບັນ ບໍລິສັດປ່ອຍຈະຫຼວດບາງແຫ່ງກໍາລັງເລີ່ມທົດລອງໃຊ້ນໍ້າມັນເຊື້ອໄຟທາງເລືອກເຊັ່ນ: ໂພຣເພນ (propane), ນໍ້າມັນເຊື້ອໄຟທີ່ຍືນຍົງທີ່ມີການປ່ອຍອາຍຄາບອນຕໍ່າສຸດເມື່ອທຽບກັບ RP-1. ການສຶກສາສະແດງໃຫ້ເຫັນຈະຫຼວດທີ່ໃຊ້ ໄບໂອໂພຣເພນ (Biopropane) ທົດແທນສາມາດລົດຜ່ອນການປ່ອຍອາຍພິດຄາບອນໄດອັອກໄຊໄດ້ເຖິງ 96%.
ຄວາມພະຍາຍາມຕໍ່ຄວາມຍືນຍົງດ້ານສິ່ງແວດລ້ອມກຳລັງດຳເນີນການໃນການກໍ່ສ້າງ ແລະ ການເຮັດວຽກຂອງທ່າອະວະກາດ. ຍົກຕົວຢ່າງຄື Sutherland Spaceport ໃນ Scotland, ເຊິ່ງມີຈຸດປະສົງເພື່ອເປັນທ່າອະວະກາດທີ່ເປັນຕົວກາງທາງຄາບອນ ແຫ່ງທໍາອິດຂອງໂລກ. ໂດຍຜູ້ພັດທະນາວາງແຜນທີ່ຈະນໍາໃຊ້ peat ຈາກການກໍ່ສ້າງຄືນໃໝ່ເພື່ອສ້ອມແປງພູມສັນຖານ ແລະ ລົດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/