ການລົງທຶນໃນຊັບສິນດິຈິຕອນຍັງຄົງສືບຕໍ່ມີທ່າອ່ຽງຂາຂຶ້ນ. ໂດຍໃນອາທິດທີ່ຜ່ານມານີ້ ໄດ້ມີເງິນທຶນໄຫຼເຂົ້າມາໃນຕະຫຼາດດິຈິຕອນເປັນມູນຄ່າ 43 ລ້ານໂດລາ ເຊິ່ງນີ້ແມ່ນອາທິດທີ 11 ຕິດຕໍ່ກັນທີ່ພວກເຮົາໄດ້ເຫັນເມັດເງິນໄຫຼເຂົ້າມາໃນຕະຫຼາດຊັບສິນດິຈິຕອນ.
ຢ່າງໃດກໍຕາມ, ອັດຕາການເຕີບໂຕໄດ້ມີການເຄື່ອນໄຫວຊ້າລົງເມື່ອທຽບກັບອາທິດທີ່ຜ່ານມາ, ໂດຍ CoinShares ລາຍງານວ່ານັກລົງທຶນບາງຄົນເລີ່ມເປີດ Short position ຫຼາຍຂຶ້ນ, ອັນເນື່ອງມາຈາກລາຄາຂອງຊັບສິນດິຈິຕອນຈໍານວນໜຶ່ງໄດ້ມີການປັບຕົວເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ນັກລົງທຶນກຸ່ມນີ້ໄດ້ຄາດການວ່າ ລາຄາອາດຈະມີການປັບຕົວລົງໃນອະນາຄົດ.
ໃນສ່ວນຮຸ້ນຂອງ blockchain ນັ້ນໄດ້ມີເງິນທຶນໄຫຼເຂົ້າຂອງທຶນຂອງຕົນສູງສຸດເປັນປະຫວັດສາດທີ່ 126 ລ້ານໂດລາ, Bitcoin ເອງກໍມີເມັດເງິນໄຫຼເຂົ້າເຖິງ 20 ລ້ານໂດລາ. ນີ້ເຮັດໃຫ້ຍອດລວມມູນຄ່າທັງໝົດຂອງປີນີ້ມີຫຼາຍເຖິງ 1,7 ຕື້ໂດລາສະຫະລັດ. ແຕ່ສິ່ງທີ່ໜ້າສົນໃຈກໍຄື ການເປີດຄຳສັ່ງ Short position ໃນ Bitcoin ເພີ່ມຂຶ້ນ 8.6 ລ້ານໂດລາ, ເຊິ່ງນີ້ສະແດງໃຫ້ເຫັນຄວາມບໍ່ແນ່ນອນກ່ຽວກັບທ່າອ່ຽງຂອງລາຄາໃນອະນາຄົດ.
ໃນສ່ວນຂອງ Ethereum ກໍໄດ້ມີການປີ້ນກັບຈາກທ່າອ່ຽງຂາລົງ ໂດຍມີເງິນທຶນໄຫຼເຂົ້າ 10 ລ້ານໂດລາໃນໄລຍະ 6 ອາທິດທີ່ຜ່ານມາ. ຫຼັງຈາກກ່ອນໜ້ານີ້ທີ່ມີເງິນທຶນໄຫຼອອກກວ່າ 125 ລ້ານໂດລາ, ໂດຍການປ່ຽນແປງໃນຄັ້ງນີ້ສົ່ງຜົນໃຫ້ເງິນທຶນໄຫຼເຂົ້າທັງໝົດແມ່ນ 19 ລ້ານໂດລາ.
ສຳລັບ altcoins ອື່ນໆເຊັ່ນ: Solana ແລະ Avalanche ກໍຍັງໄດ້ຮັບຄວາມນິຍົມເຊັ່ນກັນ ໂດຍມີເງິນທຶນໄຫຼເຂົ້າມາ 3 ລ້ານໂດລາ ແລະ 2 ລ້ານໂດລາ ຕາມລຳດັບ.
ເມື່ອພິຈາລະນາເຖິງພູມິພາກ, ຢູໂຣບໄດ້ກາຍເປັນຜູ້ນຳດ້ວຍການໄຫຼເຂົ້າຂອງເງິນທຶນ 43 ລ້ານໂດລາ. ສ່ວນຝັ່ງສະຫະລັດໄດ້ເຫັນເງິນທຶນໄຫຼເຂົ້າມາ 14 ລ້ານໂດລາ, ເຄິ່ງໜຶ່ງຂອງເງິນທຶນທີ່ໄຫຼເຂົ້າມາໄດ້ເທໄປທີ່ຝັ່ງ Short . ນອກຈາກນີ້ຮ່ອງກົງ ແລະ ບຣາຊິວ ໄດ້ພົບເຫັນມີເງິນທຶນໄຫຼອອກ 8 ລ້ານໂດລາ ແລະ 4.6 ລ້ານໂດລາ ຕາມລຳດັບ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/