ປະຊາກອນໄວເຮັດວຽກທີ່ເພີ່ມຂຶ້ນເປັນແຮງຂັບເຄື່ອນທີ່ສໍາຄັນ. ອີງຈາກຂໍ້ມູນຂອງ Fidelity International ແລະ BlackRock Investment Institute ຊີ້ໃຫ້ເຫັນວ່າ ຕະຫຼາດຫຼັກຊັບອິນເດຍ ແລະ ອິນໂດເນເຊຍໄດ້ກາຍເປັນທີ່ໜ້າຈັບຕາສໍາລັບບັນດານັກລົງທຶນ. ເນື່ອງຈາກປັດໄຈສໍາຄັນດ້ານໂຄງປະກອບການປະຊາກອນດັ່ງຕໍ່ໄປນີ້:
- ປະຊາກອນໄວເຮັດວຽກທີ່ມີການຂະຫຍາຍຕົວເພີ່ມຂຶ້ນ: ທັງສອງປະເທດມີປະຊາກອນໄວໜຸ່ມສາວຈຳນວນຫຼາຍ ເຊິ່ງຈະເຕີບໂຕຂຶ້ນຢ່າງຕໍ່ເນື່ອງໃນອີກຫຼາຍປີຂ້າງໜ້າ.
- ການເຕີບໂຕທາງດ້ານເສດຖະກິດ: ເສດຖະກິດຂອງທັງສອງປະເທດຄາດວ່າຈະເຕີບໂຕໄດ້ດີຍ້ອນການໃຊ້ຈ່າຍຂອງລັດຖະບານເພື່ອພັດທະນາໂຄງສ້າງພື້ນຖານ.
- ການເລືອກຕັ້ງ: ທັງອິນເດຍ ແລະ ອິນໂດເນເຊຍ ມີການເລືອກຕັ້ງໃນປີນີ້. ສ້າງແຮງຈູງໃຈໃຫ້ລັດຖະບານຊຸກຍູ້ນະໂຍບາຍເພື່ອກະຕຸ້ນເສດຖະກິດ.
- ຄວາມໄດ້ປຽບທາງດ້ານປະຊາກອນ: ອິນເດຍ ແລະ ອິນໂດເນເຊຍ ມີປະຊາກອນໄວເຮັດວຽກທີ່ເພີ່ມຂຶ້ນ. ໃນຂະນະທີ່ປະເທດບ້ານໃກ້ເຮືອນຄຽງ ແລະ ຈີນກໍາລັງປະເຊີນກັບສັງຄົມຜູ້ສູງອາຍຸ.
ສຳລັບໂອກາດໃນພາກທຸລະກິດ:
- ທຸລະກິດການເງິນ: ທຸລະກິດນີ້ຄາດວ່າຈະໄດ້ຮັບຜົນປະໂຫຍດຈາກປະຊາກອນທີ່ເພີ່ມຂຶ້ນ. ເນື່ອງຈາກວ່າປະຊາກອນຫຼາຍຂຶ້ນຈະຕ້ອງການເຂົ້າເຖິງການບໍລິການທາງດ້ານການເງິນ.
- ທຸລະກິດອື່ນໆ: ທຸລະກິດຂາຍຍ່ອຍ, ຜະລິດຕະພັນຜູ້ບໍລິໂພກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ທັງໝົດລ້ວນມີແນວໂນ້ມທີ່ຂະຫຍາຍຕົວຈາກພື້ນຖານຜູ້ບໍລິໂພກທີ່ເພີ່ມຂຶ້ນ.
ຂໍ້ຄວນພິຈາລະນາ
- ຄວາມສ່ຽງທາງດ້ານການເມືອງ: ທັງອິນເດຍ ແລະ ອິນໂດເນເຊຍເປັນປະເທດທີ່ມີລະບົບປະຊາທິປະໄຕ. ເຊິ່ງອາດຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ
- ການຜັນຜວນຂອງຕະຫຼາດ: ຕະຫຼາດຫຼັກຊັບໃນທັງສອງປະເທດມີແນວໂນ້ມທີ່ຈະຜັນຜວນຫຼາຍກວ່າຕະຫຼາດທີ່ພັດທະນາ.
ໂດຍລວມແລ້ວ, ຕະຫຼາດຫຼັກຊັບອິນເດຍ ແລະ ອິນໂດເນເຊຍສະເໜີໂອກາດການລົງທຶນທີ່ໜ້າສົນໃຈສໍາລັບນັກລົງທຶນທີ່ຊອກຫາການເຕີບໂຕໃນໄລຍະຍາວ.
ຢ່າງໃດກໍຕາມ, ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດ ແລະ ພິຈາລະນາຄວາມສ່ຽງທີ່ກ່ຽວຂ້ອງກ່ອນຕັດສິນໃຈລົງທຶນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/