ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ທີ່ໄດ້ແຜ່ກະຈາຍໄປທົ່ວໂລກ ເຮັດໃຫ້ມະນຸດເຮົາຕ້ອງຊອກຫາວິທີການຕ່າງໆ ມາຮັບມືກັບມັນ ແລະ ຜົນເສຍທີ່ຕາມມາຂອງການຕິດໂຄວິດກໍຄືພູມຕ້ານທານເຮົາລົດລົງ ສົ່ງຜົນໃຫ້ເຮົາເຮັດກິດຈະກໍາທີ່ເຄີຍບໍ່ເຕັມທີ່, ເມື່ອຍງ່າຍ, ມີອາການຂ້າງຄຽງອື່ນໆ… ຢ່າງໃດກໍຕາມ ການທີ່ຈະມີອາການໃນລັກສະນະທີ່ກ່າວມາມັນກໍຂຶ້ນກັບສະພາບຮ່າງກາຍຂອງແຕ່ລະຄົນ ເພາະວ່າບາງຄົນກໍມີອາການເລັກນ້ອຍ ຫຼື ບາງຄົນມີອາການໜັກເຂົ້າຂັ້ນວິກິດເລີຍກໍມີ.

ເພື່ອທີ່ຈະສາມາດຮັບຮູ້ວ່າພູມຕ້ານທານຮ່າງກາຍຂອງເຮົາຮັບມືກັບໂຄວິດໄດ້ດີຫຼືບໍ່ ດັ່ງນັ້ນທີມນັກວິທະຍາສາດຈາກສິງປະໂປໄດ້ພັດທະນາຊຸດກວດເລືອດທີ່ມີຄຸນສົມບັດກວດຫາປະລິມານພູມຕ້ານທານໂຄວິດ-19 ໂດຍມັນສາມາດແຈ້ງຜົນໄດ້ໄວສຸດໆ ພຽງແຕ່ 10 ນາທີເທົ່ານັ້ນ ພ້ອມນັ້ນຍັງມີຄວາມຖືກຕ້ອງສູງເຖິງ 93%.
ສຳລັບຊຸດກວດນີ້ແມ່ນເປັນຜົນງານການພັດທະນາຮ່ວມກັນລະຫວ່າງ ທີມຈາກໂຄງການວິໄຈທີ່ໄດ້ຮ່ວມມືລະຫວ່າງ MIT (Massachusetts Institute of Technology) ແລະ ໜ່ວຍງານວິໄຈຂອງສິງກະໂປ (SMART) ແລະ ມະຫາວິທະຍາໄລເທັກໂນໂລຢີນັນຢາງ (NTU) ໂດຍອຸປະກອນຊຸດກວດນີ້ຈະກວດຫາພູມຕ້ານທານຈາກເລືອດ ແລະ ສາມາດກວດຈັບໄດ້ພາຍໃນ 10 ນາທີ ເຊິ່ງກ່ອນໜ້ານີ້ກວ່າທີ່ເຮົາຈະຮູ້ເຖິງຜົນທີ່ໄດ້ ກໍຕ້ອງໃຊ້ເວລາປະມານ 24-72 ຊົ່ວໂມງ ເພາະຕ້ອງລໍຖ້າການກວດຈາກຫ້ອງແລັບ.

ຂະນະດຽວກັນ ທີມນັກວິທະຍາສາດຍັງລະບຸອີກນຳວ່າຊຸດກວດນີ້ ສາມາດປະຍຸກໃຊ້ກັບເຊື້ອກາຍພັນຕົວໃໝ່ໄດ້ພ້ອມ ເຊິ່ງລວມໄປເຖິງໂຣກອື່ນໆ ທີ່ຈະເກີດຂຶ້ນໃນອະນາຄົດ. ພ້ອມກັນນັ້ນທາງຜູ້ພັດທະນາບອກວ່າຊຸດກວດນີ້ມີລາຄາບໍ່ແພງ ແລະ ຍັງສາມາດໃຊ້ງານໄດ້ງ່າຍເຖິງວ່າຜູ້ກວດຈະບໍ່ເຄີຍມີການເຝິກອົບຮົມດ້ານການແພດມາກ່ອນ ແລະ ບໍ່ຈໍາເປັນຕ້ອງໃຊ້ອຸປະກອນຈາກຫ້ອງແລັບອີກດ້ວຍ ເຊິ່ງຈະເປັນການປູທາງໄປສູ່ການກວດຄົນຈໍານວນຫຼາຍ ໂດຍສະເພາະກຸ່ມບຸກຄົນທີ່ມີຄວາມສ່ຽງ.

ຢ່າງໃດກໍຕາມ ນັກວິທະຍາສາດລະບຸວ່າອຸປະກອນກວດພູມຕ້ານທານດັ່ງກ່າວມີຄວາມແຕກຕ່າງຈາກການກວດ ATK ຢ່າງຊັດເຈນ ໂດຍການກວດຫາພູມຕ້ານທານຈະກວດຈາກເລືອດ ເຊິ່ງໃນຂະນະທີ່ການກວດ ATK ຈະກວດຫາການສ້າງໂປຣຕີນໄວຣັສໃນໄລຍະລະຫວ່າງການຕິດເຊື້ອ ເຊິ່ງທາງທີມວິໄຈຫວັງວ່າ ການກວດຫາພູມຕ້ານທານນີ້ຈະຊ່ວຍໃຫ້ຂໍ້ມູນແກ່ບຸກຄົນວ່າຈະຕ້ອງກຽມພ້ອມເຝົ້າລະວັງແນວໃດ ຫຼືໃຊ້ເປັນຂໍ້ມູນໃນການຕັດສິນໃຈວ່າຄວນຈະໄປສັກວັກຊີນກະຕຸ້ນພູມຕ້ານທານແລ້ວຫຼືບໍ່ ແລະຈະວາງແຜນໃນການສັກວັກຊີນແນວໃດ. ຫຼັງຈາກນີ້ ທາງທີມວິໄຈຈະເດີນໜ້າພັດທະນາຊຸດກວດນີ້ໃຫ້ມີຄວາມເໝາະສົມແລະຜ່ານມາດຕະຖານຕາມທີ່ໜ່ວຍງານກໍາກັບດູແລກໍານົດ ກ່ອນທີ່ຈະເລີ່ມຜະລິດເພື່ອຈໍາໜ່າຍໃຫ້ປະຊາຊົນທົ່ວໄປໄດ້ໃຊ້ງານຕໍ່ໄປ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment