Mitsubishi Motors ບໍລິສັດຜູ້ຜະລິດລົດໃຫຍ່ ໄດ້ປະກາດການໂຈະທຸລະກິດຂອງຕົນຢ່າງບໍ່ມີກໍານົດໃນປະເທດຈີນ ແລະ ຈຳເປັນຕ້ອງໄດ້ຢຸດຈ້າງພະນັກງານສ່ວນໃຫຍ່ເກືອບທັງໝົດ ເພາະວ່າຍອດຂາຍໃນຈີນໄດ້ລົດລົງເປັນເວລາຫຼາຍປີຕິດຕໍ່ກັນ. ເນື່ອງຈາກຜູ້ຄົນໃນປະເທດຈີນໄດ້ຫັນໄປໃຊ້ລົດໄຟຟ້າກັນເປັນຈຳນວນຫຼວງຫຼາຍ ເຮັດໃຫ້ລົດທີ່ເຕີມນ້ຳມັນຂາຍໄດ້ໜ້ອຍລົງ.
Mitsubishi Motors ກ່າວວ່າ ການທີ່ຜູ້ຄົນໃນຈີນຫັນປ່ຽນຈາກລົດທີ່ໃຊ້ນ້ຳມັນມາເປັນລົດທີ່ໃຊ້ພະລັງງານສະອາດ ສົ່ງຜົນກະທົບໂດຍກົງກັບບໍລິສັດຂອງພວກເຮົາ, ເຊິ່ງໃນໄລຍະ 2–3 ເດືອນທີ່ຜ່ານມາ ຝ່າຍບໍລິຫານ ເເລະ ຜູ້ຖືຮຸ້ນໄດ້ພະຍາຍາມຢ່າງສຸດກຳລັງເເລ້ວ ຈຶ່ງເຮັດໄດ້ເເຕ່ໂຈະການຜະລິດໃນໄລຍນີ້ໄປກ່ອນ ເພາະໃນຕອນນີ້ບໍລິສັດຈຳເປັນຕ້ອງເຂົ້າສູ່ຂະບວນການຫັນປ່ຽນຈາກການຜະລິດລົດນ້ຳມັນໄປເປັນລົດພະລັງງານໄຟຟ້າ ເເລະ ຫວັງວ່າບໍລິສັດຈະສາມາດສ້າງຍອດຂາຍໄດ້ອີກຄັ້ງ ຫຼັງຈາກສໍາເລັດໃນການສ້າງລົດຍົນໄຟຟ້າດ້ວຍຕົນເອງ.

ຜູ້ຕາງໜ້າຈາກບໍລິສັດ Guangzhou Automobile Group, ຄູ່ຮ່ວມງານທ້ອງຖິ່ນຂອງ Mitsubishi ໄດ້ອອກມາຢືນຢັນຂ່າວດັ່ງກ່າວວ່າເປັນຄວາມຈິງ ແລະ ບໍລິສັດກໍາລັງປ່ຽນແປງໂຄງສ້າງຂອງຕົນເຊັ່ນ ການເພີ່ມປະສິດທິພາບໂຄງສ້າງຂອງພະນັກງານ ແລະ ຈະພະຍາຍາມຮັບປະກັນສິດທິທາງດ້ານກົດໝາຍຂອງພະນັກງານທີ່ໄດ້ຮັບຜົນກະທົບ.
ອີງຕາມການລາຍງານຂອງ China Passenger Car Association (CPCA) ຍອດຂາຍລົດຂອງ Mitsubishi ໃນປະເທດຈີນໄດ້ຮັບຜົນເສຍຫາຍຢ່າງໜັກ. ຫຼັງຈາກຜູ້ຜະລິດລົດໄຟຟ້າເປີດຕົວຊ້າໆ ແລະ ສົງຄາມລາຄາທີ່ຖືກກະຕຸ້ນໂດຍ Tesla ໃນເດືອນມິຖຸນາ ເຮັດໃຫ້ສ່ວນແບ່ງໃນຕະຫຼາດຂອງລົດຍີ່ຫໍ້ຍີ່ປຸ່ນໃນຈີນລົດລົງເຖິງ 17,8% ຈາກ 21,5 % ໃນເດືອນດຽວກັນຂອງປີກາຍ.
Mitsubishi ມີຍອດຂາຍສູງສຸດໃນປະເທດຈີນ ໃນປີ 2019 ຢູ່ທີ່ປະມານ 134.500 ຄັນ, ແຕ່ຫລັງຈາກນັ້ນການຜະລິດ ແລະ ການຂາຍໄດ້ລົດລົງຢ່າງຕໍ່ເນື່ອງ, ເຊິ່ງໃນປີ 2022 ຜະລິດລົດໄດ້ພຽງແຕ່ 34.575 ຄັນ ຈົນມາຮອດເດືອນມັງກອນປີນີ້ ຜະລິດໄດ້ພຽງ 1.530 ຄັນ ແລະ ມີ 0 ຄັນທີ່ຜະລິດໃນເດືອນເມສາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/