Gekko Mizoramensis ຫຼື ເອີ້ນສັ້ນໆວ່າ Mizoram ເເມ່ນກັບແກ້ສາຍພັນໃໝ່ທີ່ມີຜິວໜັງ ເເລະ ຕີນເປັນຜັງຜືດຮ່ວມກັນ ເຮັດໃຫ້ສາມາດບິນຮ່ອນໄປມາລະຫວ່າງຕົ້ນໄມ້ໄດ້ ເເລະ ເປັນ 1 ໃນ 13 ສາຍພັນຂອງກັບແກ້ບິນ.
Mizoram ຖືກຄົ້ນພົບໃນປ່າທາງຕາເວັນອອກສຽງເໜືອຂອງອິນເດຍ, ລຳຕົວຂອງມັນມີຄວາມຍາວປະມານ 20 ຊັງຕີແມັດ, ອາໄສຢູ່ຕາມຕົ້ນໄມ້ ເເລະ ອອກຫາກິນໃນເວລາກາງຄືນ. ສັດເລືອຄານທີ່ບິນໄດ້ຊະນິດອື່ນໆອາດໃຊ້ກະດູກເພື່ອເສີມພື້ນຜິວໃນການບິນ ເເຕ່ Mizoram ຕ່າງຈາກຊະນິດອື່ນໆທີ່ຈະໃຊ້ຜັງຜືດຜິວໜັງ, ເມື່ອມັນໂດດລົງມາຈາກບ່ອນສູງ ເເຮງຕ້ານອາກາດຈະດັນໃຫ້ກາງປີກອອກຄ້າຍຄືໂດດຈ້ອງ.

ນອກຈາກນີ້ ຕີນ ເເລະ ຫາງຂອງມັນຍັງມີລັກສະນະເເບນເຮັດໃຫ້ສາມາດບັງຄັບທິດທາງ ໄດ້ ຜິວໜັງຂອງມັນກໍສາມາດຫຼົບຫຼີກຈາກການຖືກລ່າໄດ້ອີກດ້ວຍ.
ກັບແກ້ສາຍພັນນີ້ເຄີຍຖືກຄົ້ນພົບເມື່ອ 20 ປີກ່ອນ ເເຕ່ຖືກຈັດປະເພດສາຍພັນຜິດໄປຢູ່ໃນສາຍພັນຊື່ວ່າ Ptychozoon lionotum ເຊິ່ງສາຍພັນນີ້ຖືກຄົ້ນພົບຢູ່ໃນມຽນມາ ເຊິ່ງຫ່າງອອກໄປຈາກທີ່ຢູ່ຂອງສາຍພັນໃໝ່ນີ້ເຖິງ 700 ກິໂລເເມັດ, ເເຕ່ຫຼັງຈາກນັ້ນກໍໄດ້ມີການຄົ້ນພົບວ່າ Mizoram ມີຄວາມເເຕກຕ່າງທາງ DNA ເຖິງ 21% ເຮັດໃຫ້ກັບແກ້ບິນໃນອິນເດຍໂຕນີ້ຖືກຈັດເປັນສາຍພັນໃໝ່ນັ້ນເອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/