Lisa ນ້ອງນ້ອຍຈາກວົງເຄປັອບຊື່ດັງລະດັບໂລກຢ່າງ BLACKPINK ທີ່ຫຼ້າສຸດຫາກໍປ່ອຍເພງ MONEY ໄປເມື່ອອາທິດທີ່ຜ່ານມາ ຫຼັງຈາກທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ຈາກເພງຫຼັກ LALISA ຂອງໂຊໂລອາລະບ້ຳດ່ຽວ ເຊິ່ງເປັນອາລະບ້ຳທຳອິດຂອງຕົນເອງ, ທຳລາຍສະຖິຕິຫຼາກຫຼາຍຊ່ອງທາງຈົນເປັນກະແສລະດັບໂລກ. ນອກຈາກນີ້ແລ້ວ Lisa ຍັງໄດ້ເປັນພຣີເຊັນເຕີໃຫ້ແກ່ແບຣນດັງຢ່າງ CELINE, BVLGARI ແລະອື່ນໆ.

ເຊິ່ງເມື່ອວັນວັນພຸດທີ່ຜ່ານມາ ກໍໄດ້ມີກະແສທົ່ວໂລກອອນລາຍຈາກແຟນຄລັບເຖິງເຫດການທີ່ງານ Paris Fashion Week ໃນປະເທດຝຣັ່ງ, Lisa ທີ່ເປັນຕົວແທນແບຣນລະດັບໂລກຢ່າງ BVLGARI ກໍໄດ້ຖືກເຊີນໃຫ້ມາເຂົ້າຮ່ວມຄືກັບສິລະປິນດັງຄົນອື່ນ. ພ້ອມມີຮູບຖ່າຍຈາກສະໜາມບິນເປັນຫຼັກຖານຢືນຢັນເຖິງການມາຮອດປະເທດຝຣັ່ງເປັນທີ່ຮຽບຮ້ອຍ.
ແຕ່ເມື່ອຮອດເວລາງານ, ແຟນຄລັບທີ່ຕື່ນເຕັ້ນວ່າຈະໄດ້ພົບເຫັນສິລະປິນດັງກໍບໍ່ເຫັນຮ່ອງຮອຍຫຍັງຊ້ຳ. ພາຍຫຼັງ, ປະທານຂອງ BVLGARI ກໍໄດ້ອອກມາອະທິບາຍເຖິງການບໍ່ໄດ້ປາກົດຕົວໃນງານໃຫຍ່ຂອງ Lisa ນັ້ນແມ່ນເນື່ອງຈາກຄ້າຍ YG ຂອງລາວເອງ. ສິລະປິນນັ້ນໄດ້ມາຮອດ Paris ເປັນທີ່ຮຽບຮ້ອຍແລ້ວ, ແຕ່ຕົວຄ້າຍໄດ້ມີຂໍ້ຈຳກັດອັນເນື່ອງວ່າສະຖານະການໃນປັດຈຸບັນນັ້ນຍັງບໍ່ປອດໄພຈາກໂຄວິດ-19, ສິລະປິນຈຶ່ງບໍ່ສາມາດເຂົ້າຮ່ວມງານນຳໄດ້ ລວມເຖິງງານ BVLGARI ໃນມື້ຕໍ່ມາທີ່ Milano ພ້ອມ. ສົ່ງຜົນໃຫ້ Lisa ອົດໄດ້ຖ່າຍຮູບຄຽງຄູ່ກັບນັກສະແດງດັງທີ່ຮ່ວມເປັນຕົວແທນແບຣນນຳກັນແບບ Zendaya. ເຫດຜົນດັ່ງກ່າວຈາກຄ້າຍສ້າງຄວາມບໍ່ພໍໃຈແກ່ເຫຼົ່າບັນດາແຟນຄລັບຢ່າງຫຼວງຫຼາຍ.
ຖ້າຫາກວ່າສະມາຊິກໃນວົງທັງ 3 ບໍ່ໄດ້ໄປຮ່ວມງານຕ່າງໆ ກ່ອນໜ້າ, ເຫດຜົນຂອງຄ້າຍ YG ກໍອາດຈະຟັງຂຶ້ນກວ່ານີ້. ແຕ່ໄລຍະເວລາທີ່ທັງສາມຄົນໄດ້ເຂົ້າຮ່ວມງານຕ່າງໆ ເຊັ່ນ: Jisoo ກໍໄດ້ເຂົ້າຮ່ວມງານ Paris Fashion Week, ສ່ວນ Jennie ກັບ Rosé ກໍພົບເຫັນທີ່ເມືອງ Los Angeles ເປັນເວລາໃກ້ຄຽງກັບ Lisa ທີ່ກຳລັງເດີນທາງມາ. ແຟນຄລັບຕ່າງກໍສົງໄສວ່າເປັນຫຍັງພວກເຂົາຈຶ່ງສາມາດເດີນທາງໄປວຽກໄດ້ ແຕ່ Lisa ເປັນຄົນດຽວທີ່ໄປບໍ່ໄດ້.

ຄວາມສົງໄສໄດ້ເພີ່ມຂຶ້ນຈົນເກີດເປັນແຮັຊແທັກຫຼາຍອັນຕິດເທຣນໃນໂລກທະວິດເຕີບໍ່ວ່າຈະເປັນ JUSTICE FOR LISA ທີ່ສູງເຖິງ 1.76 ລ້ານທະວີດ, ພວກເຂົາຕ້ອງການຮຽກຮ້ອງຄວາມຍຸຕິທຳໃຫ້ສິລະປິນ ແລະ #YGLetLisaDoHerWork ທີ່ມີຍອດທະວີດສູງເຖິງ 3.41 ລ້ານ ພາຍໃນຄືນດຽວ. ດ້ວຍເຫດນັ້ນ, ກໍໄດ້ມີແຟນຄລັບຫຼາຍກຸ່ມທີ່ອອກມາປະກາດວ່າຈະແບນ YG ແລະ ບໍ່ສະໜັບສະໜູນ BLACKPINK ແຕ່ຈະສະໜັບສະໜູນພຽງແຕ່ Lisa ຜູ້ດຽວ.
ເຖິງແມ່ນວ່າຈະໄດ້ຮັບຜົນກະທົບທີ່ຮຸນແຮງຈາກແຟນຄລັບ ແລະ ການຮຽກຮ້ອງເຖິງຄວາມຍຸຕິທຳໃຫ້ແກ່ສິລະປິນຫຼາຍເທົ່າໃດ, ຕົວຄ້າຍ YG Entertainment ກໍບໍ່ໄດ້ອອກມາຕອບໂຕ້ຫຍັງເຊັ່ນທຸກຄັ້ງຕາມເຄີຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/