ເຊື່ອວ່າຫຼາຍຄົນອາດເຄີຍເປັນອາການທີ່ວ່າ ”ຕື່ນເຊົ້າມາແລ້ວລືມຄວາມຝັນ” ຖືເປັນເລື່ອງປົກກະຕິທີ່ເກີດຂຶ້ນໄດ້ກັບທຸກຄົນ ເຖິງແມ່ນວ່າຮ່າງກາຍຈະນອນຫຼັບ. ແຕ່ຮູ້ຫຼືບໍ່ວ່າ ໃນພາກສ່ວນຄວາມຊົງຈໍາສະໝອງບໍ່ໄດ້ນອນຫຼັບເລີຍ, ໃນເວລານີ້ສະໝອງຈະປະມວນຜົນ, ເກັບຮັກສາ ແລະ ລົບລ້າງຄວາມຊົງຈໍາ ສົ່ງຜົນເຮັດໃຫ້ເກີດເປັນຄວາມຝັນໄດ້ ບໍ່ວ່າຈະເປັນຝັນດີ, ຝັນຮ້າຍ, ແປກປະຫຼາດ ຫຼື ຈິນຕະນາການ.
ອີງຕາມສະຖິຕິ, ຄົນເຮົາຈະຝັນໄດ້ປະມານ 6-8 ເທື່ອຕໍ່ຄືນ ມັນອາດເບິ່ງຄືວ່າຫຼາຍ ແຕ່ທຸກຄົນອາດຮູ້ສຶກໄດ້ວ່າເວລາເຮົານອນຝັນນັ້ນຈະຝັນຫຼາຍໆເລື່ອງລາວສັບສົນກັນ, ບໍ່ເປັນໄປຕາມລຳດັບຂັ້ນຕອນ ຫຼື ຝັນເລື່ອງໜຶ່ງແລ້ວຕັດໄປອີກເລື່ອງໜຶ່ງເຮັດໃຫ້ເຮົາຈັບປະເດັນເລື່ອງບໍ່ໄດ້ ເຊິ່ງວ່າສ່ວນໃຫຍ່ແລ້ວຄວາມຝັນທີ່ຈື່ຈຳໄດ້ນັ້ນແມ່ນເລື່ອງລາວສຸດທ້າຍກ່ອນຕື່ນນອນນັ້ນເອງ.
ເພື່ອໃຫ້ຜູ້ອ່ານເຂົ້າໃຈເລື່ອງລາວຄວາມຝັນໄດ້ເລິກເຊິ່ງຂຶ້ນ ອີກເລື່ອງທີ່ຄວນຮູ້ຄືການນອນ. ການນອນຂອງຄົນເຮົາແບ່ງອອກເປັນ 4 ໄລຍະຄື:
- ໄລຍະການນອນຫຼັບຕື້ນ (Light Sleep): ປະມານ 5-15 ນາທີທໍາອິດ ມັນຄືເວລາການພັກຜ່ອນຕາ ແຕ່ຖ້າມີສິ່ງລົບກວນຈະຮູ້ສຶກສະດຸ້ງຕື່ນໄດ້ງ່າຍ
- ໄລຍະເວລາຫຼັບຕື້ນຈົນເຖິງນອນເລິກ: ປະມານ 15-30 ນາທີ ເປັນເວລາທີ່ຊີບພະຈອນເລີ່ມຊ້າລົງ
- ໄລຍະເວລາຂອງນອນຫຼັບເລິກ (Deep Sleep): ແມ່ນປະມານ 30 ນາທີ – 1 ຊົ່ວໂມງຈະຕື່ນໄດ້ຍາກຂຶ້ນ ເລີ່ມບໍ່ຮັບຮູ້ເຫດການຮອບຕົວ
- ໄລຍະເວລາຫຼັບເລິກຈົນເກີດເປັນຄວາມຝັນ: ໜ່ວຍຕາເຄື່ອນໄຫວຢ່າງວ່ອງໄວ ເຊິ່ງເອີ້ນວ່າໄລຍະ Rapid Eye Movement ຫຼື REM.

ສາເຫດທີ່ພາໃຫ້ຄົນເຮົາຫຼົງລືມຄວາມຝັນເກີດມາຈາກໃສ?
ໂດຍນັກຄົ້ນຄວ້າ Thomas Kilduff, ຜູ້ອໍານວຍການສູນປະສາດວິທະຍາສາດແຫ່ງສະຖາບັນວິໄຈ SRI International Research Institute, CA ແລະ Akihiro Yamanaka ມະຫາວິທະຍາໄລນາໂກຢ່າປະເທດຍີ່ປຸ່ນ, ໄດ້ເຮັດການສຶກສາວ່າໃນຂະນະທີ່ຄົນເຮົາກຳລັງເຂົ້າສູ່ພາວະການນອນຫຼັບເລິກ (REM), ຮໍໂມນເມລານິນ Melanin (ຮໍໂມນທີ່ຢູ່ໃນລະດັບຄວາມເຂັ້ນຂຸ້ນສູງ ຄວມຄຸມການນອນຫຼັບ ແລະ ຄວາມຢາກອາຫານ) ເຊິ່ງຮໍໂມນນີ້ຈະເຂົ້າໄປປະຕິກິລິຍາເພື່ອຫຼຸດການຢັບຢັ້ງຂອງເຊລປະສາດຮິບໂປແຄມປັດ (Hippocampus), ເຊິ່ງເປັນເຊລປະສາດສໍາຄັນຊ່ວຍໃນການຈັດວາງຄວາມຊົງຈໍາໄລຍະສັ້ນເຂົ້າໄປເກັບໄວ້ໃນລະບົບຄວາມຊົງຈໍາໄລຍະຍາວ ແລະ ເຊື່ອມຕໍ່ກັບອາລົມຄວາມຮູ້ສຶກພາຍໃນຈິດໃຈ ເຮັດໃຫ້ເມື່ອເຮົາຕື່ນຂຶ້ນມານັ້ນຮູບພາບຄວາມຝັນຂອງເຮົາທັງໝົດຈະຖືກລຶບລ້າງ ຫຼື ຈື່ໄດ້ໃນບາງເຫດການເທົ່ານັ້ນ.
ອີງຕາມວິທະຍາສາດກ່າວວ່າ: ຄວາມສາມາດໃນການຈື່ຈຳຄວາມຝັນຂອງແຕ່ລະຄົນບໍ່ຄືກັນ ໂດຍພົບວ່າຜູ້ຍິງຈະຈື່ຄວາມຝັນໄດ້ດີກວ່າຜູ້ຊາຍ ແລະ ຄົນທີ່ມີນິດໄສຊ່າງຝັນ, ຊ່າງຈິນຕະນາການ ແລະ ມີຄວາມຄິດສ້າງສັນຈະສາມາດຈື່ຄວາມຝັນໄດ້ຫຼາຍກວ່າຄົນທົ່ວໄປ.
ເຊັ່ນດຽວກັນກັບຄົນທີ່ມີຄວາມຕຶງຄຽດ, ກົດດັນ, ຄວາມວິຕົກກັງວົນ ຫຼື ໄດ້ຮັບກະທົບກະເທືອນທາງດ້ານຈິດໃຈມີທ່າອ່ຽງທີ່ຈະຝັນຕິດຕາ (Vivid Dream) ຫຼື ຝັນຮ້າຍ ແລະ ມັກຈົດຈຳຄວາມຝັນໄດ້ດີກວ່າຄົນທີ່ມີສະພາບຈິດໃຈປົກກະຕິ.
ແຕ່ກົງກັນຂ້າມ, ຖ້າຄຸນະພາບຂອງການນອນບໍ່ດີເຊັ່ນ: ພັກຜ່ອນບໍ່ພຽງພໍ, ນອນບໍ່ຫຼັບ ເຖິງແມ່ນວ່າຈະມີເລື່ອງລາວຄວາມຝັນຕະຫຼອດຄືນແຕ່ເມື່ອຕື່ນນອນ, ສະໝອງທີ່ບໍ່ໄດ້ພັກຜ່ອນຢ່າງເຕັມທີ່ຈະຈື່ຈຳພຽງເນື້ອໃນຄວາມຝັນພຽງເລັກນ້ອຍ ຫຼື ອາດບໍ່ຈື່ເລີຍ. ແນວໃດກໍຕາມ, ເຖິງແມ່ນວ່າເຮົາຈະຈື່ຄວາມຝັນ ແຕ່ມັນຈະຈື່ໄດ້ພຽງແຕ່ 5-10 ນາທີຫຼັງຈາກຕື່ນນອນເທົ່ານັ້ນ. ພາຍຫຼັງ, ເມື່ອໄດ້ຍິນສຽງໂມງປຸກ, ສຽງໂທລະສັບຮຽກເຂົ້າ ຫຼື ລຸກໄປອາບນໍ້າ ແລະ ນຸ່ງເຄື່ອງ ສ່ວນຫຼາຍແລ້ວຄວາມຝັນກໍຈະຖືກຫຼົງລືມຫາຍໄປ.

ສຳລັບໃຜທີ່ບໍ່ຢາກພາດເລື່ອງລາວຄວາມຝັນພາຍຫຼັງຕື່ນນອນ ລອງ ພວກເຮົາ LaoX ກໍບໍ່ພາດທີ່ຈະນຳເອົາ 5 ວິທີມາຝາກທຸກຄົນ.
1. ເຝິກສະມາທິກ່ອນນອນ
ລອງນັ່ງສະມາທິ 15-20 ນາທີກ່ອນເຂົ້ານອນ ເພື່ອເຮັດໃຫ້ມີສະມາທິ ແລະ ຈິດໃຈສະຫງົບ ສົ່ງຜົນໃຫ້ເຮົາຈື່ຄວາມຝັນໄດ້ດີຂຶ້ນກວ່າເກົ່າ.
2. ພັກຜ່ອນໃຫ້ພຽງພໍ
ເມື່ອຮ່າງກາຍໄດ້ຮັບການພັກຜ່ອນຢ່າງພຽງພໍ, ສົ່ງຜົນໃຫ້ສະໝອງເຮັດວຽກມີປະສິດທິພາບຫຼາຍຂຶ້ນ ແລະ ຈື່ຈຳຄວາມຝັນເປັນເວລາດົນນານໄດ້.
3. ທົບທວນຄວາມຝັນ
ຖ້າເຈົ້າຕື່ນຈາກຄວາມຝັນ ແລະ ຍັງຈື່ຈຳເລື່ອງລາວໄດ້ ຢ່າຟ້າວລຸກອອກຈາກຕຽງໂດຍການລອງໃຊ້ເວລາປະມານ 2-3 ນາທີເພື່ອພະຍາຍາມທົບທວນຄວາມຈຳ ເພາະເຮົາສາມາດຈິນຕະນາການຝັນໄດ້ຫຼາຍທີ່ສຸດໃນ 90 ວິນາທີທຳອິດຫຼັງຈາກຕື່ນນອນ. ຫຼັງຈາກນັ້ນ, ຄວາມຝັນຈະຄ່ອຍໆຈາງຫາຍໄປ.
4. ຈົດຈຳ ແລະ ບັນທຶກໄວ້
ໃນກໍລະນີທີ່ຝັນຊໍ້າໆຫຼາຍຄືນຕິດຕໍ່ກັນ ແຕ່ຈື່ຈຳຫຼາຍລາຍລະອຽດບໍ່ໄດ້ໃຫ້ລອງຂຽນບັນທຶກໃສ່ປຶ້ມເທື່ອລະເລັກນ້ອຍເພື່ອເຊື່ອມຕໍ່ເຫດການໃຫ້ເປັນເລື່ອງລາວ.
5. ດື່ມນ້ຳກ່ອນເຂົ້ານອນ
ການດື່ມນ້ຳກ່ອນເຂົ້ານອນເຮັດໃຫ້ຮ່າງກາຍຕ້ອງການຂັບຖ່າຍປັດສາວະ ແລະ ຕື່ນຂຶ້ນມາເຂົ້າຫ້ອງນ້ຳໃນຕອນເຊົ້າ ເຊິ່ງມີທ່າອ່ຽງທີ່ຈະຕື່ນຂຶ້ນມາຢູ່ໃນ REM ຫຼື ນອນຫຼັບເລິກເປັນໄລຍະທີ່ຄົນເຮົາຈື່ຄວາມຝັນໄດ້ດີທີ່ສຸດ.
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/