ໃນໄລຍະ 2-3 ມື້ທີ່ຜ່ານມາ ຫຼາຍພື້ນທີ່ໃນ ນະຄອນຫຼວງວຽງຈັນ ເລີ່ມໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນ ຈາກພາຍຸ ຢາກິ, ເຊັ່ນດຽວກັນກັບ ເມືອງສັງທອງ ທີ່ເນື້ອທີ່ການຜະລິດ ສິນຄ້າກະສິກຳ ກວ່າ 630 ເຮັກຕາ ເສຍຫາຍ ຈາກຜົນກະທົບຈາກໄພນໍ້າຖ້ວມ.

ທ່ານ ພົງສະຫວັນ ສີວະພັນ ເຈົ້າເມືອງສັງທອງ ໄດ້ໃຫ້ສຳພາດກ່ຽວກັບສະພາບການນໍ້າຖ້ວມຂອງ ເມືອງສັງທອງ ກັບທີມງານ LaoXperts ວ່າ: ເມືອງ ສັງທອງ ມີທັງໝົດ 12 ບ້ານ, 216 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ, ພ້ອມນີ້, ເສັ້ນທາງ ເລກທີ 11 ຈຸດໃຕ້ບ້ານສຳພັນນາ (ນ້ຳຖ້ວມ 500 ກວ່າແມັດ ແລະ ເໜືອບ້ານແກ້ງໝໍ້ ຖ້ວມ 200 ກວ່າແມັດ), ລົດຈັກ, ລົດເກັງ ບໍ່ສາມາດທຽວເສັ້ນທາງຈຸດດັ່ງກ່າວໄດ້.

ເຈົ້າເມືອງສັງທອງກ່າວອີກວ່າ: ເນື້ອທີ່ການຜະລິດ ສິນຄ້າກະສິກຳ ກວ່າ 630 ເຮັກຕາ ໃນເມືອງສັງທອງ ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນນັ້ນກໍລວມມີ ນາເຂົ້າ, ໜອງປາ, ສວນຢາງພາລາ, ສວນມັນຕົ້ນ, ສວນສາລີ, ສວນໝາກແຕງ ແລະ ອື່ນໆ.

ປັດຈຸບັນ ຄະນະກຳມະການປ້ອງ ກັນ ແລະ ຄຸ້ມຄອງໄພພິບັດຂັ້ນເມືອງ, ຂັ້ນບ້ານ ໄດ້ຍົກຍ້າຍປະຊາຊົນທີ່ຖືກຜົນກະທົບໄປຢູ່ເຂດທີ່ປອດໄພ (ໄປຢູ່ນຳລູກ, ຫລານ, ຍາດພີ່ນ້ອງ). ພ້ອມທັງ ນໍາໃຊ້ພະນັກງານ, ທະຫານ, ຕຳຫລວດ ແລະ ການຈັດຕັ້ງບ້ານ, ປກສ, ກອງຫຼອນບ້ານ ເຄື່ອນຍ້າຍວັດຖຸສິ່ງຂອງພາຍໃນເຮືອນອອກໄປໄວ້ໃນເຂດທີ່ປອດໄພ.