ໜຸ່ມນ້ອຍຄົນນີ້ມີຊື່ວ່າ Wolf ໄປເຝິກງານຢູ່ NASA ໄດ້ 3 ມື້ ກໍໄດ້ຄົ້ນພົບດາວດວງໃໝ່ ເຊິ່ງເປັນດາວທີ່ມີດວງຕາເວັນເຖິງ 2 ດວງ!!!

Wolf ເປັນໜຸ່ມນ້ອຍມ.ປາຍ ອາຍຸ 17 ປີ ຈາກມະຫານະຄອນນິວຢອກ ທີ່ຜ່ານການຄັດເລືອກ ແລະ ໄດ້ໄປເຝິກງານຢູ່ສູນການບິນອະວະກາດ Goddard Space Flight Center ຂອງ NASA ໃນເມືອງ Greenbelt ລັດແມຣິແລນ.
Wolf ໄດ້ຄົ້ນພົບດາວດວງໃໝ່ທີ່ບໍ່ມີໃຜເຄີຍພົບມາກ່ອນ ຢູ່ໃນກາແລັກຊີທີ່ຫ່າງອອກໄປຈາກໂລກຂອງເຮົາປະມານ 1,300 ປີແສງ, ດາວດວງນີ້ຖືກເອີ້ນອີກຊື່ໜຶ່ງວ່າ TOI 1338b.

ຖືວ່າເປັນການຄົ້ນພົບອີກຢ່າງໜຶ່ງທີ່ໜ້າສົນໃຈ ຍິ່ງໄປກວ່ານັ້ນມັນສະແດງໃຫ້ເຫັນເຖິງຄວາມສາມາດຂອງໜຸ່ມນ້ອຍຄົນນີ້. ໃນອະນາຄົດລາວອາດຈະເປັນຄົນໜຶ່ງທີ່ສຳຄັນກັບວົງການວິທະຍາສາດກໍເປັນໄດ້.




ຂອບໃຈຂໍ້ມູນຈາກ:
https://svs.gsfc.nasa.gov/13510