ເຈົ້າໜ້າຕຳຫຼວດສະເປນໄດ້ຈັບກຸມຜູ້ຕ້ອງຫາ 69 ຄົນທີ່ມີສ່ວນກ່ຽວຂອງກັບກຸ່ມອາຊະຍາກອນທີ່ແຮັກລະບົບການນັດໝາຍຂອງຕຳຫຼວດອອນລາຍ ແລະ ຂາຍຄິວທີ່ຈອງໄວ້ໃຫ້ກັບຜູ້ຂໍລີ້ໄພ ຫຼື ຄົນຕ່າງປະເທດທີ່ຊອກຫາທີ່ຢູ່ອາໄສ.

ເຈົ້າໜ້າທີ່ກ່າວວ່າ ຂະບວນການດັ່ງກ່າວສາມາດຫຼຸດລອດຜ່ານມາດຕະການກວດຈັບ Bot ໄດ້, ເຮັດໃຫ້ສາມາດເຂົ້າໄປຈອງຄິວນັດໝາຍໄດ້ເກືອບທັງໝົດທົ່ວທັງສະເປນ, ໂດຍຫົວໜ້າຂະບວນການຈະກໍ່ຕັ້ງບໍລິສັດປ່ອຍເຊົ່າ Bot ກັບຕົວກາງທີ່ນຳ Bot ໄປໃຊ້ໃນການຈອງຄິວ ແລ້ວນຳຄິວທີ່ຈອງໄດ້ນັ້ນໄປຂາຍຕໍ່ອີກເທື່ອ. ໂດຍປົກກະຕິລະບົບການຈອງຄິວນີ້ຈະບໍ່ເສຍຄ່າໃຊ້ຈ່າຍ, ແຕ່ອາຊະກອນດັ່ງກ່າວໄດ້ນຳມັນໄປຂາຍຕໍ່ຄືນໃນລາຄາສູງເຖິງ 200 ຢູໂຣຕໍ່ຄິວ.

ເຈົ້າໜ້າຕຳຫຼວດສະເປນໄດ້ລະບຸວ່າ ທັງຕົວກາງ, ທະນາຍຄວາມ ແລະ ທີ່ປຶກສາໄດ້ຮັບຮູ້ເຖິງການມີຢູ່ຂອງແຮັກນີ້ ແລະ ຮູ້ດີວ່າວິທີການນີ້ໄດ້ສ້າງບັນຫາຕໍ່ຊາວຕ່າງຊາດ ເຊິ່ງໃນຫຼາຍໆຄັ້ງກໍຕົກຢູ່ໃນສະຖານະການອ່ອນແອ ແລະ ສິ້ນຫວັງ.
ໃນບັນດາຜູ້ທີ່ຖືກຈັບກຸມນັ້ນມີ 4 ຄົນທີ່ເປັນລະດັບຫົວໜ້າໃນນະຄອນ Barcelona ແລະ Valencia, ນອກຈາກນີ້ເຈົ້າໜ້າທີ່ຍັງສາມາດຢຶດເອກະສານ ແລະ ເງິນຫຼາຍກວ່າ 200.000 ຢູໂຣໄດ້ອີກດ້ວຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/