ເຄື່ອງໃຊ້ເເຕ່ລະຢ່າງທີ່ຢູ່ອ້ອມຮອບຕົວເຮົາຢູ່ທຸກມື້ນີ້ ມັກຈະຖືກອອກແບບອອກມາໃຫ້ເໝາະສົມກັບການໃຊ້ງານຂອງແຕ່ລະປະເພດ. ແຕ່ກໍມີບາງຢ່າງທີ່ເຮັດອອກມາ ເເລະ ເຮັດໃຫ້ຜູ້ຄົນສົງໄສວ່າມັນມີໄວ້ເພື່ອຫຍັງ ເຊັ່ນຮູທີ່ຢູ່ຕັ່ງນັ່ງພລາສຕິກ ບໍ່ວ່າຈະເປັນບ່ອນເບາະນັ່ງ ຫຼື ສ່ວນທີ່ເອົາໄວ້ອີງ ເຊິ່ງຫຼາຍຄົນກໍຄິດໄປຕ່າງໆນານາວ່າມັນມີໄວ້ເພື່ອນັ້ນນີ້. ໃນມື້່ນີ້ເຮົາຈະມາບອກເຖິງຄຸນປະໂຫຍດຂອງຮູດັ່ງກ່າວນັ້ນວ່າມັນມີໄວ້ເພື່ອຫຍັງ?

- ຮູຢູ່ຕັ່ງພລາສຕິກ ມີໄວ້ເຮັດຫຍັງ?
ຮູທີ່ຢູ່ຕັ່ງພລາສຕິກ ຖືກອອກແບບມາເພື່ອໃຊ້ປະໂຫຍດຕາມຫຼັກການຂອງຟີຊິກ. ໂດຍຈຸດປະສົງຂອງມັນຖືກອອກແບບເພື່ອໃຊ້ສໍາລັບການຈັດເກັບ ເວລາເອົາຕັ່ງຊ້ອນກັນໄວ້ ເຊິ່ງຮູດັ່ງກ່າວຈະເຮັດໃຫ້ອາກາດໄຫຼວຽນລະຫວ່າງຕັ່ງ ແລະ ສາມາດດຶງອອກຈາກບ່ອນເກັບມ້ຽນມາໃຊ້ໄດ້ງ່າຍ, ແຕ່ຖ້າຕັ່ງບໍ່ມີຮູ ເມື່ອວາງຊ້ອນກັນ ມັນຈະຢູ່ໃນສະພາບສູນຍາກາດ ແລະ ບໍ່ສາມາດດຶງຕັ່ງທີ່ຊ້ອນກັນອອກມາໄດ້ນັ້ນເອງ.
ສ່ວນຂອງຮູຢູ່ຕັ່ງນັ້ນຈະຕ້ອງມີລັກສະນະເປັນວົງມົນ ບໍ່ເເມ່ນຮູບຊົງອື່ນ ເພາະຖ້າເປັນຮູສີ່ຫຼ່ຽມ ເເຮງດັນ ເເລະ ອຸນຫະພູມທີ່ມີຈະສົ່ງຜົນຕໍ່ວັດສະດຸ ເຮັດໃຫ້ເກີດການບິດ ຮອຍເເຕກ ເເລະ ເສຍຮູບຊົງໄດ້ງ່າຍກວ່າຊົງໂຄ້ງ ເຮັດໃຫ້ຕັ່ງມີອາຍຸການໃຊ້ງານໄດ້ໜ້ອຍລົງ ເເລະ ບໍ່ກຸ້ມຄ່າກັບເງິນທີ່ຊື້.
ເອີ້ນໄດ້ວ່າເປັນການອອກເເບບທີ່ຄຳນຶງເຖິງການນຳໃຊ້ຢ່າງເເທ້ຈິງ ບໍ່ວ່າຈະເປັນການນຳໃຊ້ ຫຼື ການເກັບຮັກສາ ເພື່ອການນໍາໃຊ້ທີ່ຍາວນານ ເເລະ ກຸ້ມຄ່າ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/