ເມື່ອບໍ່ດົນມານີ້, Meta ບໍລິສັດແມ່ຂອງທັງ Facebook ແລະ Instagram ໄດ້ປະກາດວ່າ ຈະປົດພະນັກງານຕື່ມອີກ 10.000 ຄົນໃນປີນີ້ ເຊິ່ງຖືເປັນການປົດພະນັກງານຄັ້ງໃຫຍ່ເປັນຮອບທີ 2 ຂອງ Meta ເພື່ອປະຄອງບໍລິສັດໃຫ້ຢູ່ລອດໃນໄລຍະເສດຖະກິດຊົບເຊົາແບບນີ້.
ນີ້ແມ່ນວິທີການໃໝ່ທີ່ Mark Zuckerberg ເວົ້າວ່າປີນີ້ຈະເປັນ “ປີແຫ່ງການປະຕິວັດ” ທີ່ບໍລິສັດຈະສຸມແນວທາງຫາກໍາໄລ ແລະ ຕັດວຽກທີ່ບໍ່ຈໍາເປັນອອກຫຼາຍເທົ່າທີ່ຈະເປັນໄປໄດ້. ນອກຈາກການປະກາດປົດຕຳແໜ່ງ ບໍລິສັດຍັງໄດ້ໂຈະແຜນການຈ້າງງານອີກ 5.000 ຄົນຕື່ມອີກ.

ນອກຈາກນັ້ນ, ບໍ່ດົນມານີ້ Meta ຍັງໄດ້ລົ້ມເລີກ ແລະ ປະກາດຖອນຄຸນສົມບັດທີ່ກ່ຽວຂ້ອງກັບ NFT ອອກຈາກແພລັດຟອມຂອງຕົນ ທັງ Facebook ແລະ Instagram ເຖິງແມ່ນວ່າ ໂຄງການດັ່ງກ່າວຈະມີການປະກາດເປີດຕົວໄປບໍ່ຮອດ 1 ປີ ເຕັມກໍຕາມ.

ພາຍຫຼັງການເຄື່ອນໄຫວດັ່ງກ່າວຂອງທາງບໍລິສັດ ເຮັດໃຫ້ຮຸ້ນຂອງ Meta ເພີ່ມຂຶ້ນປະມານ 7% ໃນກາງຄືນທີ່ຜ່ານມາ ເນື່ອງຈາກວ່ານັກລົງທຶນເຊື່ອວ່າການປົດພະນັກງານ ແລະ ການຢຸດເຊົາໂຄງການທີ່ບໍ່ຈຳເປັນນີ້ ແມ່ນຈະມີທ່າອ່ຽງທີ່ຈະສົ່ງຜົນກະທົບຕໍ່ຜົນກໍາໄລຂອງບໍລິສັດ ແລະ ເປັນແນວທາງທີ່ ມາກ ຊັກເກີເບີກ (Mark Zuckerberg) ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານຂອງ Meta ຄວນຈະເຮັດມາດົນແລ້ວ ຫຼາຍກວ່າການລົງທຶນໃນການສ້າງ Metaverse.

ໂດຍໃນປີ 2022 ທີ່ຜ່ານມາ ຖືເປັນປີທີ່ຫຼາຍໆບໍລິສັດ ດ້ານເທັກໂນໂລຢີ ປະສົບກັບບັນຫາທາງດ້ານເສດຖະກິດຢ່າງໜັກ ແລະ ຕ້ອງມີການປົດພະນັກງານກັນໄປເປັນຈຳນວນຫຼາຍ. ໂດຍສະເພາະ Meta ທີ່ຕ້ອງປະເຊີນກັບສິ່ງທ້າທາຍຫຼາຍຢ່າງທັງຈາກພາຍໃນ ແລະ ພາຍນອກ.
ໃນປີ 2022 ທີ່ຜ່ານມາ ຮຸ້ນຂອງ Meta ເຄີຍຕົກຕໍ່າລົງໄປຈົນຮອດ 88,91 ໂດລາ ຕໍ່ຮຸ້ນ ເມື່ອໄລຍະເດືອນ ພະຈິກ ປີ 2022 ເຊິ່ງຖືເປັນຈຸດຕໍ່າສຸດຂອງບໍລິສັດ ໃນຮອບ 5 ປີ ທີ່ຜ່ານມາ. ໃນຂະນະທີ່ ປັດຈຸບັນຮຸ້ນຂອງ Meta ດີດຕົວຂຶ້ນມາເຄື່ອນໄຫວຢູ່ທີ່ 194.02 ໂດລາຕໍ່ຮຸ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/