ເມື່ອອາທິດທີ່ຜ່ານມາ ທະນາຄານກາງອິນໂດເນເຊຍ ແລະ ທະນາຄານກາງມາເລເຊຍ ໄດ້ປະກາດເປີດນຳໃຊ້ການສະແກນຈ່າຍ QR ຂ້າມແດນຮ່ວມກັນ ຜ່ານລະບົບ QRIS (Quick Response Code Indonesian Standard) ຂຶ້ນຢ່າງເປັນທາງການ. ການເປີດນໍາໃຊ້ຢ່າງເປັນທາງການໃນຄັ້ງນີ້ ແມ່ນເປັນຜົນມາຈາກຜົນສໍາເລັດຂອງໄລຍະທົດລອງນໍາໃຊ້ ທີ່ໄດ້ປະກາດໃນວັນທີ 27 ມັງກອນ 2022 ທີ່ຜ່ານມາ.

ລະບົບ QRIS (Quick Response Code Indonesian Standard) ແມ່ນລະບົບສະແກນຈ່າຍເງິນຜ່ານ QR ຮູບແບບໜຶ່ງ ເຊິ່ງໄດ້ຖືກພັດທະນາລະບົບໂດຍທະນາຄານກາງອິນໂດເນເຊຍ ແລະ ພາຍໃຕ້ການຮ່ວມມືຂອງບັນດາພາກສ່ວນກ່ຽວຂ້ອງຂອງທັງສອງປະເທດ ໂດຍມີຈຸດປະສົງໃນການນຳໃຊ້ເພື່ອຊຳລະສະສາງຂ້າມແດນຮ່ວມກັນລະຫວ່າງປະເທດອິນໂດເນເຊຍ ແລະ ມາເລເຊຍ, ຊ່ວຍລົດຜ່ອນຄວາມຕ້ອງການໃນການແລກປ່ຽນເງິນຕາຕ່າງປະເທດ ຫຼື ພົກພາບັດສາກົນຕ່າງໆລົງ. ບໍ່ພຽງແຕ່ເທົ່ານັ້ນ, ການເຊື່ອມໂຍງລະບົບການຊໍາລະສະສາງຜ່ານລະບົບ QRIS ຈະຊ່ວຍຮັດແໜ້ນຄວາມສຳພັນທາງເສດຖະກິດລະຫວ່າງສອງປະເທດ, ສະໜັບສະໜູນການຟື້ນຕົວຂອງເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຊ່ວຍໃຫ້ການເດີນທາງໄປມາຫາສູ່ກັນລະຫວ່າງສອງປະເທດໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ ພ້ອມຍັງສົ່ງຜົນດີຕໍ່ພາກການທ່ອງທ່ຽວ ແລະ ການຄ້າລະຫວ່າງສອງປະເທດອີກດ້ວຍ.

ໂດຍລວມເຫັນໄດ້ວ່າ ຫຼາຍປະເທດສະມາຊິກອາຊຽນ ຕ່າງກໍມີການພັດທະນາລະບົບການຊໍາລະສະສາງຢູ່ປະເທດຂອງຕົນ ເພື່ອໃຫ້ສາມາດນຳໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການລະຫວ່າງປະເທດໃນພາກພື້ນໄດ້ຢ່າງກວ້າງຂວາງ ລົດຜ່ອນການນຳໃຊ້ສະກຸນເງິນໂດລາສະຫະລັດລົງ ແລະ ສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນໃຫ້ມີບົດບາດຫຼາຍຂຶ້ນ.
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/