ອົງການ ສະຖິຕິ ສູນກາງ ອິນໂດເນເຊຍ ໄດ້ເຜີຍແຜ່ ຕົວເລກ ຂໍ້ມູນ ໂດຍສະແດງ ໃຫ້ເຫັນວ່າ: ໃນເດືອນກັນຍາປີນີ້, ອັດຕາເງິນຝືດ ຂອງອິນໂດເນເຊຍ ຢູ່ໃນລະດັບ 0,12% ເຊິ່ງເປັນທ່າອ່ຽງເງິນຝືດ 5 ເດືອນຕິດຕໍ່ກັນ ນັບແຕ່ ເດືອນພຶດສະພາປີນີ້ ເປັນຕົ້ນມາ.

ອີງຕາມການລາຍງານຂອງ ສື່ໃນທ້ອວງຖິ່ນ, ເຫດການຄັ້ງນີ້ ຖື​ເປັນ​ສະພາວະ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ໄລຍະ 7 ​ເດືອນ​ປີ 1999, ​ຫຼັງໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ວິ​ກິດ​ການ​ການ​ເງິນ​ຂອງ​ອາຊີ.

ທ່ານ ແອລານກາ ຮາຕາໂຕ ລັດຖະມົນຕີ ປະສານງານ ເສດຖະກິດ ອິນໂດເນເຊຍ ກ່າວຢືນຢັນວ່າ: ເຖິງວ່າປະເທດ ຈະມີທ່າອ່ຽງເກີດ ສະພາວະເງິນຝືດ 5 ເດືອນຕິດຕໍ່ກັນ ມາແລ້ວກໍຕາມ, ແຕ່ເສດຖະກິດແຫ່ງຊາດ ຍັງຄົງຮັກສາ ທ່ວງທ່າ ພັດທະນາ  ທີ່ດີໂດຍລວມ.

ມີນັກວິເຄາະເຫັນວ່າ: ສະພາບ ການແບບນີ້ ໄດ້ສ່ອງແສງໃຫ້ເຫັນວ່າ: ກຳລັງຊື້ຂອງປະຊາຊົນ ໄດ້ຫລຸດຕ່ຳລົງ.

ການບໍລິໂພກ ແມ່ນໜຶ່ງ ໃນເສົາຄ້ຳ ທີ່ສຳຄັນ ຂອງລວມຍອດ ຜະລິດ ຕະພັນພາຍໃນ ຫລື GDP ຂອງອິນໂດເນເຊຍ, ດັ່ງນັ້ນ, ນັກເສດຖະສາດ ທັງຫລາຍ ເປັນຫ່ວງວ່າ ສະພາວະເງິນຝຶດ ຈະສົ່ງຜົນກະທົບ ໃຫ້ແກ່ ການເຕີບໂຕ ຂອງເສດຖະກິດ ອິນໂດເນເຊຍ.

https://theinvestor.vn/indonesia-experiences-worst-deflation-in-25-years-d12560.html