ໃນວັນທີ 16 ພະຈິກ ສຳນັກຂ່າວ CNN ໄດ້ລາຍງານຖະແຫຼງການຂອງກະຊວງການຕ່າງປະເທດຂອງອາເມຣິກາວ່າ ກະຊວງການຕ່າງປະເທດໄດ້ອອກຢັ້ງຢືນວ່າເສດຊາກຂອງດາວທຽມແມ່ນມາຈາກດາວທຽມເກົ່າແກ່ຂອງຣັດເຊຍທີ່ຖືກທຳລາຍໂດຍການທົດສອບລູກສອນໄຟຂອງຣັດເຊຍເອງ ແລະ ໄດ້ປະນາມການທົດສອບຄັ້ງນີ້ ໂດຍຊີ້ວ່າເປັນການກະທຳທີ່ອັນຕະລາຍແລະບໍ່ຄຳນຶງເຖິງຜົນເສຍຫາຍທີ່ຈະຕາມມາ ພ້ອມກ່າວວ່າຈະບໍ່ຍອມຮັບຕໍ່ພຶດຕິກໍາດັ່ງກ່າວ.
“ມັນເປັນອັນຕະລາຍ, ເປັນຄວາມປະໝາດ ແລະ ບໍ່ມີຄວາມຮັບຜິດຊອບ” ທ່ານ Ned Price ໂຄສົກກະຊວງການຕ່າງປະເທດຂອງອາເມຣິກາ ກ່າວ.

ກອງບັນຊາການອະວະກາດອາເມຣິກາ ໄດ້ອອກມາເປີດເຜີຍວ່າ ຣັດເຊຍໄດ້ເຮັດການທົດສອບລູກສອນໄຟ ຊະນິດ DA-ASAT ໂດຍໄດ້ຍິງໃສ່ດາວທຽມຂອງຣັດເຊຍເອງ ຈົນເຮັດໃຫ້ເກີດເສດຊາກຂີ້ເຫຍື້ອອະວະກາດເປັນຈຳນວນກວ່າ 1,500 ອັນທີ່ radar ແລະ telescopes ສາມາດຕິດຕາມໄດ້. ຄາດວ່າອາດຈະມີເສດນ້ອຍໆອີກຫຼາຍໝື່ນອັນທີ່ຍາກຕໍ່ການຕິດຕາມ ເຊິ່ງມັນເປັນອັນຕະລາຍຕໍ່ສະຖານີອະວະກາດ ແລະ ດາວທຽມທີ່ບິນຢູ່ໃນວົງໂຄຈອນນັ້ນ.
ນອກຈາກນີ້ເຈົ້າໜ້າທີ່ອາເມຣິກາກໍໄດ້ເນັ້ນໜັກເຖິງໄພອັນຕະລາຍໃນໄລຍະຍາວ ແລະຜົນກະທົບທາງເສດຖະກິດໂລກທີ່ອາດເກີດຂຶ້ນຈາກການທົດລອງຂອງຣັດເຊຍ, ເຊິ່ງສ້າງອັນຕະລາຍຕໍ່ດາວທຽມທີ່ໃຫ້ບໍລິການທາງໂທລະສັບ ແລະ ບໍລິການ broadband, ການພະຍາກອນອາກາດ, ລະບົບ GPS ລວມໄປຮອດ ວິທະຍຸດາວທຽມ ແລະ ໂທລະພາບ.
ທາງດ້ານ NASA ແລະ ບັນດາປະເທດອື່ນໆກໍໄດ້ອອກມາກ່າວປະນາມຣັດເຊຍຕໍ່ເຫດການໃນຄັ້ງນີ້ເຊັ່ນດຽວກັນ

“ຂ້ອຍຮູ້ສຶກໃຈຮ້າຍກັບການກະທຳທີ່ຂາດຄວາມຮັບຜິດຊອບແລະບໍ່ໝັ້ນຄົງນີ້. ດ້ວຍປະຫວັດສາດອັນຍາວນານ ແລະ ເລື່ອງລາວຂອງມະນຸດໃນຍານອະວະກາດ ຄິດບໍ່ເຖິງເລີຍວ່າຣັດເຊຍຈະເປັນອັນຕະລາຍ ເຊິ່ງມັນບໍ່ພຽງແຕ່ສ້າງອັນຕະລາຍໃຫ້ແກ່ນັກບິນອະວະກາດຂອງອາເມຣິກາແລະພັນທະມິດລະຫວ່າງປະເທດໃນ ISS (ສະຖານີອາວະກາດນານາຊາດ), ແຕ່ຍັງລວມໄປເຖິງນັກບິນອະວະກາດຂອງຣັດເຊຍເອງ. ການກະທຳຂອງຣັດເຊຍເປັນຄວາມປະໝາດ ແລະ ອັນຕະລາຍ, ມັນກໍໄດ້ຄຸກຄາມເຖິງສະຖານີອາວະກາດຈີນເຊັ່ນດຽວກັນ” ທ່ານ Bill Nelson ຜູ້ບໍລິຫານຂອງອົງການ NASA ກ່າວ.
ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Florence Parly ໄດ້ກ່າວປະນາມ ຕໍ່ຣັດເຊຍວ່າ “ເປັນການທຳລາຍອະວະກາດ” ທີ່ “ສ້າງສິ່ງເສດເຫຼືອທີ່ກໍ່ໃຫ້ເກີດມົນລະພິດ ເຮັດໃຫ້ນັກບິນອະວະກາດ ແລະ ດາວທຽມຂອງພວກເຮົາຕົກຢູ່ໃນອັນຕະລາຍ.”

ໃນວັນອັງຄານທີ 16 ພະຈິກທີ່ ກະຊວງປ້ອງກັນປະເທດຂອງຣັດເຊຍກໍໄດ້ຍອມຮັບວ່າ ໄດ້ທຳລາຍດາວທຽມໜ່ວຍໜຶ່ງຂອງຕົນເອງແທ້ ເຊິ່ງການທຳລາຍຄັ້ງນີ້ແມ່ນຢູ່ໃນລະຫວ່າງການທົດລອງລູກສອນໄຟ ແລະ ໄດ້ປະຕິເສດຂໍ້ກ່າວຫາຂອງອາເມຣິກາທີ່ໄດ້ກ່າວວ່າການທົດລອງດັ່ງກ່າວມັນເປັນອັນຕະລາຍແລະໄພຄຸກຄາມຕໍ່ສະຖານີອະວະກາດ.
ເຫດການໃນລັກສະນະນີ້ແມ່ນເຄີຍເກີດຂຶ້ນມາແລ້ວ ໂດຍໃນປີ 2007 ຈີນໄດ້ເຮັດການທົດລອງທີ່ຄ້າຍຄືກັນສົ່ງຜົນໃຫ້ເກີດເສດຊາກຈຳນວນນັບບໍ່ຖ້ວນ ແລະໜຶ່ງໃນເສດຊາກເຫຼົ່ານີ້ເກືອບຈະເຂົ້າໃກ້ສະຖານີອະວະກາດ ແລະ ເຮັດໃຫ້ສະຖານີອະວະກາດຕົກຢູ່ໃນອັນຕະລາຍ. ການທົດລອງລູກສອນໄຟຕໍ່ຕ້ານດາວທຽມຂອງອາເມຣິກາ ໃນປີ 2008 ແລະ ອິນເດຍໃນປີ 2019 ເຊິ່ງການທົດລອງເຫຼົ່ານີ້ແມ່ນມີຄວາມສ່ຽງທີ່ຈະເກີດອັນຕະລາຍຕໍ່ນັກບິນອະວະກາດແລະສະຖານີອະວະກາດ.
ມາຮອດປະຈຸບັນນີ້, ກອງບັນຊາການອະວະກາດຂອງອາເມຣິກາໄດ້ຕິດຕາມຄົ້ນຫາຊາກອະວະກາດໄດ້ປະມານ 20,000 ອັນ ເຊິ່ງລວມທັງດາວທຽມເກົ່າແລະດຽວທຽມທີ່ແຕກຫັກຈາກທົ່ວໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/