ໃນປັດຈຸບັນ, ໂທລະສັບມືຖືເຂົ້າມາມີອິດທິພົນຫຼາຍໃນຊີວິດປະຈຳວັນຂອງຄົນເຮົາ ສະແດງອອກຜ່ານພຶດຕິກຳຂອງຄົນສ່ວນໃຫຍ່ ໂດຍສະເພາະໄວໜຸ່ມແມ່ນ ຕິດຫຼິ້ນສື່ສັງຄົມອອນລາຍ, ຫຼິ້ນເກມ… ນັບຕັ້ງແຕ່ຕື່ນນອນຕອນເຊົ້າເຖິງເຂົ້ານອນຕອນກາງຄືນ. ບາງຄັ້ງ, ໃນຂະນະນັ່ງຮັບປະທານອາຫານ ຫຼື ເຂົ້າຫ້ອງນໍ້າກໍບໍ່ເວັ້ນທີ່ຈະຫຼິ້ນມືຖື ເຊິ່ງພຶດຕິກຳເຫຼົ່ານີ້ຊີ້ໃຫ້ເຫັນວ່າຄົນສ່ວນຫຼາຍຫຼິ້ນເກີນຄວາມຈຳເປັນ.
ສຳລັບບາງຄົນແລ້ວອາດຄິດວ່າ ການຫຼິ້ນໂທລະສັບໃນຂະນະເຂົ້າຫ້ອງນໍ້າຢູ່ນັ້ນ ມັນກໍປຽບດັ່ງການຂັ້ນເວລາໄດ້ເປັນຢ່າງດີ. ແຕ່ທຸກທ່ານຮູ້ ຫຼື ບໍ່ວ່າ ພຶດຕິກຳດັ່ງກ່າວນີ້ເປັນອັນຕະລາຍຕໍ່ສຸຂະພາບຫຼາຍກວ່າທີ່ທ່ານຄິດ!!!
ອີງຕາມການສຶກສາທີ່ຜ່ານມາ, ທ່ານ ດຣ. Ron Cutler ຈາກມະຫາວິທະຍາໄລ Queen Mary ລອນດອນ, ປະເທດອັງກິດ, ກ່າວວ່າໂທລະສັບມືຖືເປັນແຫຼ່ງຂອງເຊື້ອພະຍາດ ເຊິ່ງມັນອາໄສຢູ່ໃນໂທລະສັບມືຖືໄດ້ເຖິງ 2-3 ມື້. ການຫຼິ້ນຢູ່ໃນໂທລະສັບມືຖືໃນຂະນະຂັບຖ່າຍຢູ່ໃນຫ້ອງນ້ຳມີຄວາມສ່ຽງສູງທີ່ເຊື້ອພະຍາດເຄື່ອນໄຫວເຂົ້າໄປໜ້າຈໍໂທລະສັບຂອງທ່ານ.

ນອກຈາກນີ້, ທາງ The Washington Post ກ່າວວ່າ ຫາກເລື່ອນໜ້າຈໍໃນຂະນະເຂົ້າຫ້ອງນໍ້າເປັນປະຈຳ ທ່ານອາດເປັນຄົນໜຶ່ງທີ່ມີຄວາມສ່ຽງຕໍ່ການເປັນໂຣກລິດສີດວງທະວານ ມີປະມານ 1 ໃນ 20 ຄົນ ໃນສະຫະລັດອາເມຣິກາ ມີອາການບໍ່ສະບາຍລວມມີອາການຄັນ, ເຈັບ ແລະ ເລືອດອອກທາງຮູທະວານ.
ຫຼາຍຄົນອາດຍັງສົງໄສວ່າໂຣກລິດສີດວງທະວານ ແລະ ການຫຼິ້ນໂທລະສັບໃນຂະນະເຂົ້າຫ້ອງນໍ້າເຊື່ອມໂຍງກັນແນວໃດ?
ໃນບາງຄັ້ງ ການນັ່ງຫຼິ້ນໂທລະສັບຢ່າງເພີດເພີນເປັນເວລາດົນຈົນລືມວ່າເຮົານັ່ງຢູ່ຫ້ອງນ້ຳເພື່ອຂັບຖ່າຍ ສົ່ງຜົນໃຫ້ເກີດອາການເລືອດໄຫຼໃນຮູທະວານ ຈາກການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ຖ້າຫາກນັ່ງດົນກວ່າ 3 ນາທີ ຈະເຮັດໃຫ້ເກີດເສັ້ນເລືອດຂອດໃນຮູທະວານໄດ້ ຈົນກາຍເປັນໂຣກລີດສີດວງນັ້ນເອງ.
ນອກຈາກນີ້, ທ່ານຮູ້ບໍ່ວ່ານັ່ງຢູ່ໃນຫ້ອງນ້ຳເປັນເວລາດົນເພີ່ມຄວາມສ່ຽງໃນການເຈັບທ້ອງຫຼາຍຂຶ້ນ ເພາະການໃຊ້ໂທລະສັບມືຖືໃນເວລາຂັບຖ່າຍຈະດຶງດູດຄວາມສົນໃຈ ແລະ ເຮັດໃຫ້ຕ້ອງນັ່ງຂັບຖ່າຍດົນກວ່າປົກກະຕິ.
ບໍ່ພຽງແຕ່ເທົ່ານີ້, ເພາະການນັ່ງເປັນເວລາດົນສົ່ງຜົນໃຫ້ເກີດອາການມຶນຊາ, ເຈັບປວດບໍລິເວນຂາ ແລະ ເມື່ອລຸກຂຶ້ນໄວເກີນໄປອາດເຮັດໃຫ້ວິນຫົວ ສ່ຽງຕໍ່ການມື່ນລົ້ມເກີດອຸບັດຕິເຫດໃນຫ້ອງນໍ້າໄດ້.

ແລ້ວເຮົາຈະເຂົ້າຫ້ອງນໍ້າແນວໃດເພື່ອບໍ່ໃຫ້ເສຍສຸຂະພາບ?
- ບໍ່ຄວນນັ່ງຂັບຖ່າຍດົນເກີນ 10-15 ນາທີ ແລະ ຄວນຂັບຖ່າຍຢ່າງແທ້ຈິງ
- ຖ້ານັ່ງດົນໆແລ້ວຍັງຂັບຖ່າຍບໍ່ອອກ ອາດຈະດື່ມນົມ, ນ້ຳ ຫຼື ໝາກໄມ້. ຫຼັງຈາກນັ້ນ, ລໍຖ້າຈົນກ່ວາເຈັບທ້ອງເພື່ອຂັບຖ່າຍອີກເທື່ອໜຶ່ງ
- ເມື່ອຂັບຖ່າຍແລ້ວໃຫ້ອອກຈາກຫ້ອງນໍ້າທັນທີ
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/