(ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2023) – ຫວຽດເຈັດ (VietJet), ສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຈະເລີ່ມໃຫ້ບໍລິການໃນເສັ້ນທາງໃໝ່ ເຊື່ອມຕໍ່ວຽງຈັນກັບນະຄອນໂຮຈີມິນເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ ເລີ່ມແຕ່ວັນທີ 25 ກຸມພາ 2024. ນີ້ແມ່ນສາຍການບິນໂດຍກົງຖ້ຽວທຳອິດພຽງໜຶ່ງດຽວໃນທ້ອງຖິ່ນທີ່ເຊື່ອມຕໍ່ລະຫວ່າງສອງເມືອງດ້ວຍກັນ. ສາຍການບິນໄດ້ມອບໂປຣໂມຊັນຖ້ຽວບິນລາຄາຖືກ ຫຼື Real deal ບິນໄປຫວຽດນາມ ແລະ ຕ່າງປະເທດ. ເພື່ອແນໃສ່ເຮັດໃຫ້ການເດີນທາງສະດວກຂຶ້ນ ແລະ ເໝາະສົມກັບທຸກຄົນ.

ການໃຫ້ບໍລິການສາຍການບິນສີ່ຄັ້ງຕໍ່ອາທິດ ຈະດໍາເນີນການໃນວັນຈັນ, ວັນພຸດ, ວັນສຸກ, ແລະ ວັນອາທິດ. ໂດຍໃຊ້ເວລາບິນພຽງແຕ່ 2 ຊົ່ວໂມງເທົ່ານັ້ນ. ຖ້ຽວບິນຈະອອກຈາກສະໜາມບິນສາກົນວັດໄຕໃນເວລາ 18:45 ໂມງ ແລະໄປຮອດສະໜາມບິນສາກົນ Tan Son Nhat ນະຄອນໂຮ່ຈິມິນໃນເວລາ 20:45 ໂມງ. ອີກດ້ານໜຶ່ງ, ຖ້ຽວບິນຈາກນະຄອນໂຮ່ຈີມິນ ຫາ ນະຄອນຫຼວງວຽງຈັນ ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 17:45 ໂມງ (ຕາມເວລາທ້ອງຖິ່ນ).
ເພື່ອສະເຫຼີມສະຫຼອງເສັ້ນທາງການບິນໃໝ່, ແຕ່ວັນທີ 20 ຫາວັນທີ 22 ທັນວາ, ຫວຽດເຈັດ VietJet ໄດ້ມອບໂປຣໂມຊັນຫຼາຍພັນລາຍການ ຖ້ຽວບິນລາຄາ ຖືກ 0 ໂດລາ ສໍາລັບເສັ້ນທາງ ວຽງຈັນ-ນະຄອນໂຮ່ຈີມິນ ແລະ ໄປເຖິງຈຸດໝາຍປາຍທາງໃນອົດສະຕາລີ, ສ.ເກົາຫຼີ, ຍີ່ປຸ່ນ, ຮົງກົງ, ໄຕ້ຫວັນ, ອິນເດຍ, ສິງກະໂປແລະອື່ນໆ. ທ່ານທີ່ສົນໃຈໂປຣໂມຊັນ ສາມາດເຂົ້າໄປທີ່ www.vietjetair.com ຫຼື ແອັບ VietJet Air ແລະ ວາງແຜນຖ້ຽວບິນຂອງທ່ານໄດ້ຕັ້ງແຕ່ວັນທີ 25 ກຸມພາ 2024 ຫາ 29 ມີນາ 2024.

ນອກຈາກນັ້ນ, ໃນການສະເຫຼີມສະຫຼອງວັນຄົບຮອບກໍ່ຕັ້ງຂອງ VietJet, ແຕ່ວັນທີ 18 ຫາວັນທີ 24 ທັນວາ, ສາຍການບິນໄດ້ມອບໂປຣໂມຊັນໃຫ້ລູກຄ້າ ດ້ວຍ e-voucher ມູນຄ່າເຖິງ 41 ໂດລາ, ເຊິ່ງສາມາດໃຊ້ເພື່ອຮັບສ່ວນຫຼຸດສຳລັບການຈອງຄັ້ງຕໍ່ໄປທີ່ evoucher.vietjetair.com. ຜູ້ໂດຍສານສາມາດເລືອກການຈອງລ່ວງໜ້າເພື່ອເພີດເພີນກັບສ່ວນຫຼຸດ 30% ສໍາລັບອາຫານໃນຖ້ຽວບິນ ແລະເຄື່ອງດື່ມທັນທີຫຼັງຈາກຈອງປີ້ຂອງທ່ານ. ຜູ້ໂດຍສານທັງໝົດທີ່ບິນກັບ VietJet ຈະໄດ້ຮັບປະກັນໄພ Sky Care ຟຣີ ແລະ ສາມາດເຂົ້າຮ່ວມໂຄງການ Sky Joy loyalty ເພື່ອສະສົມຄະແນນ ແລະ ແລກຂອງຮາງວັນ.
ຮອງປະທານຝ່າຍການຄ້າສາຍການບິນ Vietjet ທ່ານ Jay L Lingeswara ກ່າວວ່າ: “ພວກເຮົາໄດ້ປະກາດເສັ້ນທາງການບິນໃໝ່ເມື່ອອາທິດແລ້ວນີ້ ແລະ ຮູ້ສຶກດີໃຈທີ່ໄດ້ມອບໂປຣໂມຊັນຄັ້ງໃຫຍ່ໃຫ້ນັກທ່ອງທ່ຽວຈາກລາວເພື່ອບິນໄປຫວຽດນາມ ແລະ ເຊື່ອມຕໍ່ໄດ້ໄກກວ່າໃນທົ່ວອາຊີ ແລະ ອົດສະຕາລີ. ຄຽງຄູ່ກັບບັນດາເສັ້ນທາງການບິນໃໝ່ຂອງ Vietjet ທີ່ໄດ້ເປີດນຳໃຊ້ເມື່ອບໍ່ດົນມານີ້, ພວກຂ້າພະເຈົ້າຫວັງວ່າຈະຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດບໍ່ພຽງແຕ່ໃນແຕ່ລະປະເທດເທົ່ານັ້ນ ຫາກຍັງຢູ່ໃນພາກພື້ນອີກດ້ວຍ. ພວກເຮົາຈະສືບຕໍ່ເສີມຂະຫຍາຍເຄືອຂ່າຍຂອງພວກເຮົາຢ່າງແຂງແຮງ ດ້ວຍການເຊື່ອມຕໍ່ໃໝ່ ແລະ ມອບປະສົບການທີ່ດີໃນລາຄາທີ່ເໝາະສົມກວ່າ ດ້ວຍເຮືອບິນໃໝ່, ທັນສະໄໝ ແລະ ການບໍລິການທີ່ດີເລີດ.”

ສາຍການບິນມີຄວາມພາກພູມໃຈໃນການໃຫ້ບໍລິການຜູ້ໂດຍສານທີ່ທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມ ດ້ວຍລູກເຮືອທີ່ເປັນມືອາຊີບ ຄອຍໃຫ້ບໍລິການອາຫານແຊບໆ ທ່ານສາມາດເພີດເພີນກັບອາຫານພື້ນເມືອງຂອງຫວຽດນາມ ເຊັ່ນ: ແຊນວິດຫວຽດນາມ, ກາເຟ, ເຝີ, ແລະ ອາຫານນານາຊາດ.
Vietjet ຍິນດີຕ້ອນຮັບທຸກທ່ານ ເລີ່ມຕົ້ນການເດີນທາງເພື່ອຄົ້ນພົບຈຸດໝາຍປາຍທາງໃໝ່ທີ່ເຕັມໄປດ້ວຍຮອຍຍິ້ມ!
ຂໍ້ມູນເພີ່ມຕື່ມ www.vietjetair.com
ສຳລັບຜູ້ປະສານງານດ້ານສື່ຕິດຕໍ່:
Bigblue Agency Laos
ໂທ: +85620 78911848 (ລັດ)
ຫຼື
Ms. Kieu Duong (Amy)
Email: [email protected]
ໂທ: +84 932 775 066
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/