ປັດຈຸບັນ, ຫວຽດນາມມີຈຳນວນຜູ້ປ່ວຍພະຍາດໂຄວິດ-19 ສູງຂຶ້ນເລື້ອຍໆ ຈຶ່ງເຮັດໃຫ້ລັດຖະບານຫວຽດນາມຕ້ອງປະກາດ ລັອກດາວນະຄອນໂຮຈີມິນ ເຊິ່ງເປັນການຫ້າມປະຊາຊົນບໍ່ໃຫ້ອອກນອກເຮືອນເປັນເວລາສອງອາທິດ ຍົກເວັ້ນແຕ່ອອກໄປຊື້ອາຫານ ແລະ ໄປພົບແພດໝໍ.
ແນວໃດກໍຕາມ, ປະຊາຊົນຈຳນວນຫຼາຍແມ່ນຍັງມີຄວາມຕ້ອງການໄປກວດເຊື້ອພະຍາດໂຄວິດ-19 ເຮັດໃຫ້ກະຊວງສາທາລະນະສຸກຕ້ອງປັບປ່ຽນວິທີຈາກທີ່ຕ້ອງໄປກວດເປັນຈຸດ ປ່ຽນເປັນໃຫ້ເຈົ້າໜ້າທີ່ເດີນທາງໄປເຮືອນປະຊາຊົນເພື່ອກວດໂຄວິດ-19ແທນ ເພື່ອລົດຈຳນວນການຮວມຕົວກັນຂອງປະຊົນ.

ເປົ້າໝາຍຂອງການເດີນທາງໄປກວດເຊື້ອພະຍາດໂຄວິດຮອດເຮືອນຂອງຫວຽດນາມຄືການແຍກຜູ້ປ່ວຍໂຄວິດ-19ໃຫ້ທັນເວລາ. ນອກຈາກນັ້ນ,ຖ້າຫາກປະຊາຊົນທີ່ຢູ່ນອກພື້ນທີ່ສ່ຽງ ແຕ່ມີອາການຄ້າຍຄືກັບພະຍາດໂຄວິດ-19 ແມ່ນສາມາດແຈ້ງທາງສາທາລະນະສຸກໄດ້ ແລ້ວເຈົ້າໜ້າທີ່ທ້ອງຖິ່ນໃນຂອບເຂດນັ້ນກໍຈະເດີນທາງໄປກວດພະຍາດໃຫ້ຮອດໜ້າເຮືອນພາຍໃນໜຶ່ງຊົ່ວໂມງ ໂດຍຫວຽດນາມຕັ້ງເປົ້າການກວດພະຍາດນີ້ແມ່ນ 1.3 ລ້ານຄົນຕໍ່ມື້ ເຊິ່ງການໃຊ້ມາດຕະການຕ່າງໆເຫຼົ່ານີ້ແມ່ນເພື່ອຫຼຸດຜ່ອນຄວາມແອອັດຕາມສູນກວດພະຍາດໂຄວິດ-19ໃນແຕ່ລະບ່ອນ.
ມາຮອດວັນທີ 17 ກໍລະກົດນີ້ ຫວຽດນາມມີຜູ້ຕິດເຊື້ອໃໝ່ 4,004 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມເຖິງ 46,292 ຄົນ ແລະ ເສຍຊີວິດແລ້ວ 225 ຄົນ.
ທີ່ມາ:
ພາບ: vnexpress
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/