ລັດຖະບານລາວ ແລະ ບໍລິສັດ AMI Renewables Quảng Bình Investment ຈາກຫວຽດນາມ ເຊັນສັນຍາຮ່ວມກັນພັດທະນາໂຄງການໂຮງງານໄຟຟ້າພະລັງງານລົມ ທີ່ແຂວງສະຫວັນນະເຂດໃນພື້ນທີ່ ກວ່າ 2 ພັນເຮັກຕາ ແລະ ມູນຄ່າການລົງທຶນກວ່າ 2 ພັນລ້ານໂດລາ. ຊຸກຍູ້ການສົ່ງອອກໄຟຟ້າ ໄປຫວຽດນາມ ພັດທະນາ ເສດຖະກິດ ແລະ ຄວາມຮ່ວມມື ລາວ-ຫວຽດນາມ.
ໂຄງການພະລັງງານລົມໃນແຂວງສະຫວັນນະເຂດນີ້ ຈະສາມາດບັນຈຸໄຟຟ້າໄດ້ເຖິງ 1.220MW ເຊິ່ງເປັນອີກສ່ວນໜຶ່ງໃນໂຄງການຂອງລັດຖະບານລາວ ທີ່ຈະສົ່ງອອກພະລັງງານໄຟຟ້າໃຫ້ກັບຫວຽດນາມໃນປີ 2025. ໂຄງການດັ່ງກ່າວຍັງຖືເປັນໂຄງການທີ່ໃຫຍ່ທີ່ສຸດຂອງຫວຽດນາມທີ່ມາລົງທຶນຢູ່ລາວ.
ໃນພິທີເຊັນສັນຍາ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຕາງໜ້າ ໃຫ້ ສປປ ລາວ ເຊັນສັນຍາໃນຄັ້ງນີ້ໄດ້ເນັ້ນຢໍ້າໃຫ້ ບໍລິສັດ ທີ່ມາລົງທຶນ ສືບຕໍ່ເຮັດວຽກຮ່ວມກັບອົງການຈັດຕັ້ງທ້ອງຖິ່ນຢ່າງໜັກແໜ້ນ ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວສຳເລັດຕາມເວລາທີ່ກຳນົດໄວ້ ແລະ ຕ້ອງປະຕິບັດຕາມສິດ ແລະ ພັນທະທັງໝົດທີ່ໄດ້ກຳນົດໄວ້.

ທ່ານ Nguyễn Nam Thắng ກໍໄດ້ເຫັນດີເປັນເອກະພາບ ແລະ ຈະປະຕິບັດຕາມບັນດາເງື່ອນໄຂ ແລະ ຂໍ້ກຳນົດ ພ້ອມຈະສົ່ງເສີມຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.
ໃນເດືອນທັນວາ 2022, ບໍລິສັດ AMI Renewables Quang Binh ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ໂຄງການພັດທະນາຟາມລົມຢູ່ແຂວງສະຫວັນນະເຂດຂອງລາວ. ໄລຍະທຳອິດຂອງໂຄງການຄາດວ່າຈະຜະລິດໄດ້ປະມານ 252 MW, ໃນເນື້ອທີ່ 2.687 ເຮັກຕາ.
ໂຄງການດັ່ງກ່າວໄດ້ຖືກບັນຈຸເຂົ້າໃນບົດບັນທຶກກອງປະຊຸມຂອງຄະນະກຳມາທິການລະຫວ່າງລັດຖະບານ ລາວ-ຫວຽດນາມ ໃນຕົ້ນປີ 2023 ທີ່ຜ່ານມາ ແລະ ໄດ້ມີການຈັດຕັ້ງປະຕິບັດຮ່ວມກັນໂດຍລັດຖະບານສອງປະເທດ. ໂຄງການດັ່ງກ່າວໄດ້ຮັບການອະນຸມັດຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ໃນການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ໄດ້ເພີ່ມເຂົ້າໃນບັນຊີລາຍຊື່ໂຄງການສົ່ງອອກໄຟຟ້າຈາກລາວໄປຫວຽດນາມໃນປີ 2025. ໂດຍໂຄງການດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງ ແລະ ປະຕິບັດໃນໄຕມາດ ທີ 2 ຂອງປີ 2024 ແລະ ຄາດວ່າຈະສາມາດຜະລິດໄຟຟ້າສົ່ງອອກໄປໃຫ້ຫວຽດນາມໄດ້ໃນໄຕມາດທີ 4 ຂອງປີ 2025.

ໂຄງການໂຮງງານໄຟຟ້າພະລັງງານລົມ ຢູ່ສະຫວັນນະເຂດ ໄດ້ກາຍເປັນສັນຍະລັກແຫ່ງຄວາມສາມັກຄີອັນແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ນອກຈາກນີ້ ໂຄງການດັ່ງກ່າວຈະຊຸກຍູ້ການພັດທະນາເສດຖະກິດ, ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ, ຊຸກຍູ້ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບຢູ່ເຂດກວາງບິ່ງ ລຽບຕາມຊາຍແດນຫວຽດນາມ-ລາວ.
ຂອບໃຈຂໍ້ມູນຈາກ: vietnamnews, ປະຊາຊົນ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/