ຈົບລົງໄປແລ້ວກັບເກມນັດຊິງຊະນະເລີດ ບານໂລກ 2022 ຄູ່ລະຫວ່າງ ອາເຈນຕິນາ ພົບກັບ ທີມຊາດຝຣັ່ງ ແຊ້ມເກົ່າ. ເອີ້ນໄດ້ວ່າເປັນເກມທີ່ຄຸນະພາບເຕັມສະໜາມ ພິກໄປພິກມາ ຈົນເຮັດໃຫ້ແຟນບານຫຼາຍຄົນນັ່ງບໍ່ຕິດຕັ່ງກັນເລິຍ.
ສຸດທ້າຍ ເປັນອາເຈນຕິນາ ຂອງ ເມັສຊີ່ ທີ່ເຮັດໄດ້ດີກວ່າ ເອົາຊະນະຈຸດໂທດໄປໄດ້ 4-2 (ລວມ 7 ຕໍ່ 5) ຄວ້າແຊ້ມໂລກສະໄໝທີ 3 ມາຄອງໄດ້ສຳເລັດ ເຕີມເຕັມເສັ້ນທາງອາຊີບຂອງ ເມັສຊີ່ ໄດ້ຢ່າງສົມບູນແບບ.

ທ່າມກາງການຄາດເດົາຂອງແຟນບານຫຼາຍຄົນທີ່ວ່າ ທີມຊາດຝຣັ່ງໃນຊຸດນີ້ນັ້ນ ມີຜູ້ຫຼິ້ນທີ່ຄົບເຄື່ອງກວ່າ ແລະ ຖືກຄາດໝາຍວ່າຈະເປັນຝ່າຍຄອງເກມ. ແຕ່ເລີ່ມເກມມາໃນເຄິ່ງເວລາທຳອິດ ກັບເປັນຝ່າຍຂອງ ອາເຈນຕິນາທີ່ເຮັດໄດ້ດີກວ່າ ເປີດເກມບຸກຢ່າງໜັກ ເອີ້ນໄດ້ວ່າອາເຈນຕິນາ ນັ້ນພັບສະໜາມບຸກຢູ່ຝ່າຍດຽວ.
ຈົນມາຮອດນາທີ 22 ຂອງເກມ ແອັງເຈີ ດິມາເຣຍ ປີກເທັກນິກດີຂອງອາເຈນຕິນາ ກໍພາບານລຸຍເຂົ້າມາໃນຂອບເຂດໂທດຂອງຝຣັ່ງ ແລະ ອຸສມານ ເດັມເບເລ່ ປີກຂວາຂອງຝຣັ່ງທີ່ລົງມາຊ່ວຍເກມຮັບ ເຮັດຟາວໃນຂອບເຂດໂທດ ເສຍຈຸດໂທດໃຫ້ອາເຈນຕິນາໄປ ກ່ອນທີ່ຈະເປັນ ລີໂອເນວ ເມັສຊີ່ ຊຸບເປີ້ສະຕາເບີ 1 ທີ່ເປັນຄົນສັງຫານລູກນີ້ເຂົ້າໄປ ພາອາເຈນຕິນາ ຂຶ້ນນຳ 1 ປະຕູຕໍ່ 0.
ຫຼັງຈາກນັ້ນຜ່ານມາພຽງ 10 ກວ່ານາທີ ໃນນາທີ 36 ຂອງເກມ ກໍເປັນ ເອັງເຈີ ດິມາເຣຍ ຄົນເກົ່າຄົນເດີມ ທີ່ເກມນີ້ ເຮັດຜົນງານໄດ້ຢ່າງໂດດເດັ່ນ ແລ່ນຂຶ້ນມາຍິງປະຕູທີ 2 ພາ ອາເຈນຕິນາ ຂຶ້ນນຳເປັນ 2 ປະຕູຕໍ່ 0 ກ່ອນທີ່ຈະຈົບເຄິ່ງເວລາທຳອິດລົງ ດ້ວຍສະກໍນີ້.
ເລີ່ມເຄິ່ງເວລາທີ 2 ມາ ທີມຊາດຝຣັ່ງ ຄ້າຍຄືກັບເປັນຄົນລະທີມ ເພາະເລີ່ມເຄິ່ງເວລາທີ 2 ຝຣັ່ງນັ້ນຄຸມເກມໄດ້ດີຂຶ້ນຢ່າງຊັດເຈນ ແລະ ກາຍມາເປັນຝ່າຍທີ່ເປີດເກມບຸກໃສ່ ອາເຈນຕິນາຄືນຢ່າງໜັກ. ກ່ອນທີ່ຈະມາໄດ້ 2 ປະຕູໃນເວລາທີ່ຫ່າງກັນບໍ່ເທົ່າໃດນາທີ ຈາກນັກເຕະທີ່ເປັນປາກົດການຂອງວົງການບານເຕະ ຢ່າງ ຄິລຽນ ເອັມບັບເບ້ ພາທີມຊາດຝຣັ່ງຕີສະເໝີຂຶ້ນມາເປັນ 2 ປະຕູຕໍ່ 2 ໄດ້ຢ່າງເຫຼືອເຊື່ອ ກ່ອນທີ່ຈະຈົບ 90 ນາທີ ໄປດ້ວຍສະກໍນີ້.

ເກມການແຂ່ງຂັນກ້າວເຂົ້າສູ່ ໄລຍະການຕໍ່ເວລາພິເສດ ໃນນາທີ 108 ລີໂອເນວ ເມັສຊີ່ ກໍມາຍິງປະຕູພາອາເຈນຕິນາຂຶ້ນນຳອີກເທື່ອໜຶ່ງເປັນ 3 ປະຕູຕໍ່ 2. ເບິ່ງຄືວ່າຕອນນີ້ ອາເຈນຕິນາ ຈະເປັນຝ່າຍໄດ້ປຽບ ແລະ ກຳລັງຈະຄວ້າແຊ້ມໄດ້ແລ້ວ ແຕ່ ເດັກໜຸ່ມ ມະຫັດສະຈັນ ເອັມບັບເບ້ ກໍມາຍິງປະຕູຕີສະເໝີໃຫ້ກັບ ຝຣັ່ງ ອີກເທື່ອໜຶ່ງ ເປັນ 3 ປະຕູຕໍ່ 3. ຈົນຕ້ອງຈົບລົງດ້ວຍການດວນຈຸດໂທດ.
ແຕ່ສຸດທ້າຍ ກໍເບິ່ງຄືວ່າ ໂຊກຊະຕາ ໄດ້ຂີດຂຽນບົດໄວ້ແລ້ວວ່າ ແນວໃດກໍຕາມ ເມັສຊີ່ ຜູ້ເປັນຕຳນານທີ່ຍັງລົງຫຼິ້ນຢູ່ ຂອງວົງການບານເຕະ ຈະຕ້ອງໄດ້ແຊ້ມໂລກເທື່ອນີ້ ແລະ ສຸດທ້າຍກໍເປັນຝ່າຍຂອງ ອາເຈນຕິນາທີ່ຍິງຈຸດໂທດໄດ້ດີກວ່າ ເອົາຊະນະໄປ 4 ປະຕູຕໍ່ 2 ຄວ້າແຊ້ມບານໂລກ 2022 ໄດ້ຢ່າງຍິ່ງໃຫຍ່.

ບານໂລກຄັ້ງນີ້ ເຮົາສາມາດເອີ້ນໄດ້ວ່າ ເປັນບານໂລກຂອງ ລີໂອເນວ ເມັສຊີ່ ໄດ້ຢ່າງເຕັມປາກ ເພາະຈາກສະຖານະຂອງ ເມັສຊີ່ ເລື່ອງລາວທັງໝົດທີ່ເກີດຂຶ້ນມາ ບວກກັບຜົນງານສ່ວນຕົວທັງໃນນັດນີ້ ແລະ ນັດທີ່ຜ່ານໆມາຂອງເມັສຊີ່ເອງ ເຮັດໃຫ້ເວົ້າໄດ້ວ່າ ບານໂລກຄັ້ງນີ້ເປັນບານໂລກທີ່ສົມບູນແບບໃນຊີວິດຂອງຜູ້ຊາຍຄົນນີ້ ແລະ ແຟນບານຫຼາຍລ້ານຄົນທົ່ວໂລກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/