ທຸກໆຄົນບໍ່ວ່າໃຜຕ່າງກໍຮູ້ດີວ່າໃນໂລກຂອງການເງິນມັກຈະມີສິ່ງໜຶ່ງທີ່ເອີ້ນວ່າ “ເງິນເຟີ້” ເຊິ່ງມັນຈະກັດກິນ ແລະ ເຮັດໃຫ້ມູນຄ່າຂອງເງິນຫຼຸດລົງຕາມການເວລາ. ດັ່ງນັ້ນ, ນັກລົງທຶນສ່ວນໃຫຍ່ມັກທີ່ຈະຫາຊ່ອງທາງໃນການລົງທຶນເພື່ອສ້າງກຳໄລ ແລະ ໃຫ້ໄດ້ຜົນຕອບແທນຫຼາຍທີ່ສຸດເພື່ອທີ່ຈະເອົາຊະນະໄພເງິນເຟີ້.
ນອກຈາກນີ້, ການລົງທຶນຍັງຊ່ວຍໃຫ້ເຮົາສາມາດເຂົ້າໃກ້ເປົ້າໝາຍທາງດ້ານການເງິນທີ່ເຮົາວາງໄວ້ໄດ້ໄວຂຶ້ນ, ຍ້ອນວ່າການລົງທຶນແມ່ນການທີ່ເຮົາເອົາເງິນໄປເຮັດວຽກແທນເຮົາ ກໍຄືການເອົາເງິນໄປຕໍ່ຍອດເງິນຂອງເຮົາເພື່ອໃຫ້ໄດ້ຜົນຕອບແທນທີ່ຫຼາຍກວ່າ ແລະ ການລົງທຶນໃນຮຸ້ນກໍແມ່ນໜຶ່ງໃນວິທີທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ. ໂດຍໃນມື້ນີ້ເຮົາຈະມາແນະນຳກ່ຽວກັບສິ່ງທີ່ທ່ານຄວນຮູ້ກ່ອນທີ່ຈະຕັດສິນໃຈເຂົ້າລົງທຶນໃນຕະຫຼາດຮຸ້ນ.
- ຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຫຼັກຊັບ
ຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຫຼັກຊັບຈະຊ່ວຍໃຫ້ນັກລົງທຶນສາມາດຕັດສິນໃຈໄດ້ຢ່າງສະຫຼາດ, ຫຼຸດຜ່ອນຄວາມສ່ຽງ ແລະ ເພິ່ມໂອກາດທີ່ຈະປະສົບຄວາມສຳເລັດ.
- ປະເພດຂອງຮຸ້ນ: ຄວາມເຂົ້າໃຈຄວາມແຕກຕ່າງຂອງຮຸ້ນສາມັນ, ຮຸ້ນບູລິມະສິດ ແລະ ເອກະສານສຳຄັນໃນການສະແດງສິດທິ
- ຕະຫຼາດຫຼັກຊັບ: ສຶກສາກ່ຽວກັບຕະຫຼາດຮຸ້ນ, ກົນໄກຊື້ຂາຍ ແລະ ດັດຊະນີຕະຫຼາດ
- ການວິເຄາະຮຸ້ນ: ຮຽນຮູ້ວິທີການວິເຄາະພື້ນຖານ ແລະ ເຕັກນິກ.
- ກົນລະຍຸດໃນການລົງທຶນ: ເລືອກກົນລະຍຸດທີ່ເໝາະສົມກັບເປົ້າໝາຍຂອງທ່ານ ແລະ ຄວາມສ່ຽງທີ່ຍອມຮັບໄດ້.
- ການປະເມີນຄວາມສ່ຽງ
ການປະເມີນຄວາມສ່ຽງຊ່ວຍໃຫ້ພວກເຮົາເຂົ້າໃຈສະຖານະການ ແລະ ສາມາດເຮັດການຕັດສິນໄດ້ຢ່າງສະຫຼາດ ເພື່ອເພີ່ມໂອກາດໃນການເຮັດກຳໄລ.
- ຄວາມຜັນຜວນ: ຕະຫຼາດຫຼັກຊັບມີຄວາມຜັນຜວນສູງ ການປະເມີນຄວາມສ່ຽງຈະຊ່ວຍໃຫ້ທ່ານຫຼຸດຜ່ອນການສູນເສຍ ຫຼື ໄດ້ຮັບກຳໄລຫຼາຍຂຶ້ນ
- ສະພາບຄ່ອງ: ບາງຮຸ້ນມີສະພາບຄ່ອງຕໍ່າ, ເຮັດໃຫ້ການຊື້ຂາຍມີຄວາມຫຍຸ້ງຍາກ.
- ຄວາມສ່ຽງສະເພາະຂອງບໍລິສັດ: ສຶກສາຄວາມສ່ຽງທາງທຸລະກິດ, ຄູ່ແຂ່ງ ແລະ ສະຖານະພາບທາງດ້ານການເງິນຂອງບໍລິສັດ.
- ຕັ້ງເປົ້າໝາຍໃນການລົງທຶນ
ການຕັ້ງເປົ້າໝາຍໃນການລົງທຶນ ເປັນຈຸດເລີ່ມຕົ້ນທີ່ສໍາຄັນທີ່ຈະຊ່ວຍໃຫ້ນັກລົງທຶນບັນລຸເປົ້າໝາຍທາງດ້ານການເງິນ.
- ໄລຍະເວລາ: ກໍານົດໄລຍະເວລາການລົງທຶນ, ໄລຍະສັ້ນ, ໄລຍະກາງ ຫຼື ໄລຍະຍາວ.
- ຜົນຕອບແທນ: ກໍານົດເປົ້າໝາຍທີ່ຄາດວ່າຈະກັບຄືນມາ.
- ຄວາມສ່ຽງ: ກໍານົດລະດັບຄວາມສ່ຽງທີ່ຍອມຮັບໄດ້.
- ການວາງແຜນໃນການລົງທຶນ
ການວາງແຜນໃນການລົງທຶນເປັນເຄື່ອງມືທີ່ສໍາຄັນ ທີ່ຈະຊ່ວຍໃຫ້ນັກລົງທຶນສາມາດບັນລຸເປົ້າໝາຍທາງດ້ານການເງິນ, ຊ່ວຍໃຫ້ເຮົາມີວິໄນຫຼາຍຂຶ້ນ, ເພີ່ມໂອກາດໃນການທີ່ຈະປະສົບຜົນສຳເລັດ ແລະ ກະກຽມຄວາມພ້ອມສໍາລັບອະນາຄົດ
- ກະຈາຍຄວາມສ່ຽງ: ລົງທຶນໃນຮຸ້ນຫຼາຍຕົວ ແລະ ຫຼາຍກຸ່ມທຸລະກິດ
- ເງິນທຶນສຳຮອງ: ກະກຽມເງິນທຶນສໍາຮອງໃນກໍລະນີສຸກເສີນ.
- ທົບທວນແຜນການລົງທຶນ: ທົບທວນຄືນ ແລະ ປັບແຜນການລົງທຶນຂອງທ່ານຕາມສະຖານະການ
- ເລືອກຊ່ອງທາງການລົງທຶນ
ການເລືອກຊ່ອງທາງການລົງທຶນ ແມ່ນສິ່ງສໍາຄັນທີ່ຊ່ວຍໃຫ້ນັກລົງທຶນສາມາດບັນລຸເປົ້າໝາຍ, ເພີ່ມໂອກາດທີ່ຈະປະສົບຜົນສໍາເລັດ ແລະ ກະຈາຍຄວາມສ່ຽງ.
- ໂບກເກີ: ເລືອກໂບກເກີທີ່ເຊື່ອຖືໄດ້ ແລະ ມີຄ່າທໍານຽມທີ່ເໝາະສົມ.
- ບັນຊີການຊື້ຂາຍ: ເລືອກປະເພດບັນຊີທີ່ເໝາະສົມສໍາລັບການລົງທຶນຂອງທ່ານ.
- ເຄື່ອງມືໃນການລົງທຶນ: ສຶກສາເຄື່ອງມືການລົງທຶນເຊັ່ນ: ແພລັດຟອມການຊື້ຂາຍ ແລະ algorithms.
- ສຶກສາຂໍ້ມູນ
ການສຶກສາຂໍ້ມູນແມ່ນສິ່ງສໍາຄັນທີ່ຈະຊ່ວຍໃຫ້ນັກລົງທຶນຕັດສິນໃຈຢ່າງສະຫຼາດ, ຫຼຸດຜ່ອນຄວາມສ່ຽງ ແລະ ເພີ່ມໂອກາດທີ່ຈະປະສົບຜົນສໍາເລັດ. ຄວນກວດສອບຄວາມຖືກຕ້ອງຂອງຂໍ້ມູນ, ຄົບຖ້ວນ, ທັນສະໄໝ ແລະ ຄວາມໜ້າເຊື່ອຖືຂອງແຫຼ່ງທີ່ມາ ກ່ອນທີ່ຈະນຳມາປັບໃຊ້.
- ງົບທາງດ້ານການເງິນ: ວິເຄາະລາຍງານງົບການເງິນຂອງບໍລິສັດ.
- ບົດວິເຄາະ: ອ່ານການວິເຄາະຈາກໂບກເກີ້າ.
- ຂ່າວສານ: ຕິດຕາມຂ່າວສານກ່ຽວກັບຕະຫຼາດຮຸ້ນ, ເສດຖະກິດ ແລະ ບໍລິສັດທີ່ລົງທຶນ.
- ການກະກຽມໃນລົງທຶນ
ການກະກຽມໃນການລົງທຶນທີ່ດີ ຈະເຮັດໃຫ້ນັກລົງທຶນມີຈຸດເລີ່ມຕົ້ນທີ່ໝັ້ນຄົງ, ເພີ່ມໂອກາດທີ່ຈະປະສົບຜົນສຳເລັດ, ສາມາດບັນລຸເປົ້າໝາຍທາງດ້ານການເງິນ ແລະ ຫຼຸດຜ່ອນຄວາມສ່ຽງ
- ເງິນລົງທຶນ: ເລີ່ມຕົ້ນດ້ວຍເງິນຈຳນວນໜ້ອຍ.
- ຮຽນຮູ້ ແລະ ເຝິກຝົນ: ເຝິກຝົນການຊື້ຂາຍໃນບັນຊີຈຳລອງ.
- ລົງທຶນຢ່າງມີສະຕິ: ຄວບຄຸມອາລົມ, ໃຈເຢັນ ແລະ ຢ່າຕັດສິນໃຈລົງທຶນຢ່າງຮີບດ່ວນ.
- ປຶກສາຜູ້ຊ່ຽວຊານ
ການປຶກສາຫາລືຜູ້ຊ່ຽວຊານ ປຽບສະເໝືອນເຂັມທິດທີ່ຈະນໍາທາງໄປສູ່ຄວາມສຳເລັດ ເຊິ່ງຈະຊ່ວຍໃຫ້ເຮົາມີຄວາມຮອບຄອບຍິ່ງຂຶ້ນ, ຫຼຸດຜ່ອນຄວາມສ່ຽງ ແລະ ເພີ່ມໂອກາດທີ່ຈະປະສົບຜົນສໍາເລັດອີກດ້ວຍ.
- ນັກວາງແຜນການເງິນ: ປຶກສາຜູ້ວາງແຜນການເງິນເພື່ອຈັດລະບຽບການລົງທຶນຂອງເຮົາ.
- ໂບກເກີ: ປຶກສາໂບເກີ້ກ່ຽວກັບຮຸ້ນ ແລະ ຍຸດທະສາດການລົງທຶນ.
ການລົງທຶນໃນຮຸ້ນມີທັງຄວາມສ່ຽງ ແລະ ຜົນຕອບແທນ ຄວນສຶກສາຂໍ້ມູນ ແລະ ທຳຄວາມເຂົ້າໃຈກັບຄວາມສ່ຽງ. ການວາງແຜນການລົງທຶນຢ່າງລະມັດລະວັງ ມັນຈະຊ່ວຍເພີ່ມໂອກາດຂອງທ່ານທີ່ຈະປະສົບຜົນສໍາເລັດໃນການລົງທຶນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/