Qualcomm ບໍລິສັດທີ່ຜະລິດຊິບໃຫ້ແກ່ສະມາດໂຟນແອນດຣອຍຫຼາຍໆຮຸ່ນກຳລັງປະສົບກັບບັນຫາການຜະລິດ ແລະ ສົ່ງອອກຊິບບໍ່ທັນກັບຄວາມຕ້ອງການຂອງຕະຫຼາດ. ເນື່ອງຈາກກ່ອນໜ້ານີ້ທາງ Huawei ໄດ້ຖືກແບນຈາກສະຫະລັດອາເມລິກາບໍ່ໃຫ້ເຂົ້າເຖິງການບໍລິການ ຫຼື ແອັບພຣິເຄຊັນຕ່າງໆ ຂອງ Google ຈື່ງສົ່ງຜົນກະທົບຕໍ່ການໃຫ້ບໍລິການ ແລະ ໄດ້ຮັບຄວາມນິຍົມທີ່ລົດໜ້ອຍລົງ.
ດ້ວຍສາເຫດນີ້ ຈຶ່ງເຮັດໃຫ້ຄ້າຍໂທລະສັບ Android ຫຼາຍໆຄ້າຍຕ້ອງເລັ່ງເຮັດການຜະລິດ ແລະ ພັດທະນາ Smartphone ຂອງຕົນເພື່ອເປົ້າໝາຍໃນການຍາດແຍ່ງພື້ນທີ່ການຕະຫຼາດທີ່ມີຢູ່ນັ້ນ, ຈຶ່ງສົ່ງຜົນໃຫ້ມີການສັ່ງຜະລິດຊິບໂທລະສັບຈຳນວນຫຼາຍຈາກບໍລິສັດ Qualcomm.
ຈາກເຫດການນີ້ ຜູ້ທີ່ພໍຈະໄດ້ຮັບຜົນກະທົບກໍອາດຈະເປັນ Samsung ເນື່ອງຈາກ Smartphone ຫຼາຍໆຮຸ່ນຂອງ Samsung ຕ່າງກໍໃຊ້ຊິບ Snapdragon ຈາກທາງ Qualcomm ຢູ່ ໂດຍສະເພາະ ຊີຣີ່ Galaxy A ແລະ M, ນອກຈາກນີ້ຍັງອາດຈະສົ່ງຜົນກະທົບໄປເຖິງສະມາດໂຟນຮຸ່ນເຮືອທຸງຂອງ Samsung ນັ້ນກໍຄື Galaxy S21 Series ທີ່ໃຊ້ຊິບ Snapdragon 888.

ຍ້ອນວິກິດເທື່ອນີ້ຈຶ່ງໄດ້ມີການຄາດການອອກມາວ່າທາງຫຼາຍໆບໍລິດສັດທີ່ຜະລິດສະມາດໂຟນແອນດຣອຍອາດຈະມີການເປີດຕົວໜ້ອຍລົງເມື່ອທຽບກັບປີທີ່ຜ່ານໆມາ.
“ພວກເຮົາຍັງມີຄວາມຕ້ອງການທີ່ເກີນກວ່າການຜະລິດ” ກ່າວໂດຍ Christina Amon ຫົວໜ້າຜູ້ບໍລິຫານຂອງ Qualcomm, ເຖີງຢ່າງໃດກໍຕາມທາງ Qualcomm ເອງກໍໄດ້ອອກມາຮັບປະກັນວ່າພວກເຮົາຈະສົ່ງອອກຊິບໃຫ້ໄດ້ຕາມຈຳນວນທີ່ຕັ້ງເປົ້າໝາຍໄວ້ແຕ່ທຳອິດ ເຖິງຈະປະສົບກັບປັນຫາສິນຄ້າຂາດຕະຫຼາດຢູ່ກໍຕາມ.
ດ້ວຍຫຼາຍໆຢ່າງທີ່ກ່າວມານັ້ນ ຄາດວ່າອາດຈະສົ່ງຜົນເຮັດໃຫ້ລາຄາຂອງ Smart Phone ມີການເພີ່ມຂື້ນເນື່ອງຈາກລາຄາຊິບແພງຂື້ນ.
ຂໍຂອບໃຈຂໍ້ມູນຈາກ:
- https://droidsans.com/qualcomm-shortage-soc-crisis/
- https://www.reuters.com/article/us-chip-shortage-qualcomm-idUSKBN2B32OO
- https://technosports.co.in/2021/03/13/global-chip-crisis-now-cripples-qualcomm/