ເຊື່ອວ່າສາວົກຜູ້ທີ່ຮັກ ແລະ ຫຼົງໃຫຼໃນການຟັງເພງເປັນຊີວິດຈິດໃຈທັງຫຼາຍຄົງເຄີຍໄດ້ຍິນ ຫຼື ຮູ້ຈັກກ່ຽວກັບເລື່ອງລິຂະສິດເພງກັນມາແດ່ແລ້ວບໍ່ໜ້ອຍກໍຫຼາຍ ໂດຍສະເພາະຈາກຂ່າວຕ່າງໆນັບຕັ້ງແຕ່ຂ່າວນ້ອຍໆເຊັ່ນວິດີໂອເທິງແພລັດຟອມຕ່າງໆຖືກລຶບໂດຍອັດຕະໂນມັດ ຫຼື ຖືກປິດສຽງຫຼັງຈາກນຳໃຊ້ເພງທີ່ມີລິຂະສິດລາມໄປເຖິງຂ່າວໃຫຍ່ຢ່າງເຊັ່ນການຟ້ອງຮ້ອງຂຶ້ນໂຮງຂຶ້ນສານກັນເລີຍ.
ສະນັ້ນ, ມື້ນີ້ເຮົາຈະມາໄຂຂໍ້ສົງໄສກ່ຽວກັບເລື່ອງລິຂະສິດເພງກັນເຊິ່ງຖືວ່າເປັນເລື່ອງຈຳເປັນ ແລະ ສຳຄັນທີ່ທຸກຄົນຄວນຮູ້ຈຶ່ງບໍ່ສ່ຽງເຮັດຜິດໂດຍບໍ່ຮູ້ຕົວໂດຍສະເພາະສິລະປິນ, ນັກແຕ່ງເພງ
ລິຂະສິດແມ່ນຫຍັງ?
ລິຂະສິດແມ່ນສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຕໍ່ຜົນງານປະດິດຄິດແຕ່ງຂອງຕົນເອງທາງດ້ານສິລະປະກຳ, ວັນນະກໍາ ຫຼື ວິທະຍາສາດ ເວົ້າງ່າຍໆຄືລິຂະສິດເປັນສິດຂອງເຈົ້າຂອງຜົນງານທີ່ຈະສາມາດກະທຳການໃດໆກັບຜົນງານຕົນເອງໄດ້ແຕ່ພຽງຜູ້ດຽວນັ້ນເອງ
ລິຂະສິດເພງເດແມ່ນຫຍັງ? ເຮັດວຽກແນວໃດ?
ໃນທີ່ນີ້ເຮົາຈະເວົ້າກັນໃນເລື່ອງລິຂະສິດເພງ ເນື່ອງຈາກຜົນງານເພງເປັນຜົນງານທີ່ເກີດຈາກການໃຊ້ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ແລະ ຄວາມພຽນພະຍາຍາມໃນການສ້າງສັນຜົນງານເພງໜຶ່ງຂຶ້ນມາໂດຍບໍ່ໄດ້ລອກຮຽນແບບຜົນງານສ້າງສັນຂອງຜູ້ອື່ນຈຶ່ງຖືເປັນຊັບສິນທາງສັນຍາອີກປະເພດໜຶ່ງ ໂດຍລິຂະສິດຈະໃຫ້ສິດແກ່ເຈົ້າຂອງເພງແຕ່ພຽງຜູ້ດຽວທີ່ຈະກະທຳການໃດໆກ່ຽວກັບຜົນງານເພງທີ່ໄດ້ສ້າງສັນຂຶ້ນມາບໍ່ວ່າຈະເປັນ :
- ການດັດແປງ ຫຼື ເຮັດຊ້ຳ
- ອະນຸຍາດໃຫ້ຜູ້ອື່ນໃຊ້ສິດທິເພງໄດ້
- ສະແດງ ຫຼື ນຳມາເຜີຍແຜ່ຕໍ່ສາທາລະນະ
- ໃຫ້ເຊົ່າຕົ້ນສະບັບ ຫຼື ສຳເນົາເພງໃຫ້ບຸກຄົນອື່ນ
- ສື່ສານ ຫຼື ໂປຣໂໝດຜົນງານເພງສູ່ສາທາລະນະເຊັ່ນ: ອອກລາຍການໂທລະພາບ, ລາຍການວິທະຍຸ, ແພລັດຟອມຕ່າງໆເທິງອິນເຕີເນັດ ແລະ ອື່ນໆ

ແລ້ວເຈົ້າຂອງລິຂະສິດແຕກຕ່າງຈາກສິລະປິນນັກຮ້ອງແນວໃດ?
ຫຼາຍຄົນຄົງເຄີຍສັບສົນຄິດວ່ານັກຮ້ອງຄືເຈົ້າຂອງເພງເຊິ່ງຖືເປັນຄວາມເຂົ້າໃຈຜິດທີ່ສາມາດພົບເຫັນໄດ້ທົ່ວໄປແຕ່ໃນຄວາມເປັນຈິງແລ້ວມັນບໍ່ແມ່ນແບບນັ້ນສະເໝີໄປ ກ່ອນອື່ນຕ້ອງແຍກໃຫ້ອອກກ່ອນວ່າບໍ່ແມ່ນທຸກເພງທີ່ສິລະປິນຮ້ອງຈະເປັນເຈົ້າຂອງລິຂະສິດເພງເນື່ອງຈາກນັກຮ້ອງບາງຄົນມີໜ້າທີ່ໃນການຮ້ອງຢ່າງດຽວໂດຍບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆໃນການແຕ່ງເນື້ອຮ້ອງ ຫຼື ທຳນອງເພງເລີຍ ແຕ່ອາດຈະເປັນຄົນທີ່ເຈົ້າຂອງຄ້າຍເພງຈ້າງໃຫ້ມາຮ້ອງເທົ່ານັ້ນ ເຊິ່ງຖ້າສິລະປິນຄົນນັ້ນຢາກຮ້ອງເພງດັ່ງກ່າວກໍຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດກ່ອນ ຫາກບໍ່ໄດ້ຮັບອະນຸຍາດອາດຖືວ່າມີຄວາມຜິດໃນການລະເມີດລິຂະສິດເພງໄດ້ເຊັ່ນດຽວກັນ.
ນຳໃຊ້ເພງແບບໃດຈຶ່ງບໍ່ຜິດລິຂະສິດ
ສຳລັບຄົນທີ່ຢາກ cover ເພງລົງແພລັຕຟອມອອນລາຍ ຫຼື ເຈົ້າຂອງທຸລະກິດຮ້ານອາຫານ, ຮ້ານກາເຟທີ່ຕ້ອງການນຳໃຊ້ເພງໃນຮ້ານສາມາດເຮັດໄດ້ຢ່າງຖືກກົດໝາຍຕາມຂັ້ນຕອນລຸ່ມນີ້:
- ກວດສອບລາຍຊື່ເພງທີ່ຕ້ອງການນຳໃຊ້ກ່ອນວ່າເພງນັ້ນມີລິຂະສິດຫຼືບໍ່ ຖ້າມີແມ່ນຄ້າຍຫຼືບໍລິສັດໃດທີ່ຈັດເກັບຄ່າລິຂະສິດ
- ຕິດຕໍ່ຕົກລົງເພື່ອຊື້ລິຂະສິດເພງໂດຍລາຄາແຕ່ລະບໍລິສັດ ແລະ ແຕ່ລະເພງຈະມີລາຄາບໍ່ເທົ່າກັນ
ສິ່ງທີ່ບໍ່ສາມາດປົກປ້ອງ(ບໍ່ມີລິຂະສິດ)
- ຂ່າວປະຈຳວັນ ຫຼື ເຫດການທີ່ເກີດຂຶ້ນຕົວຈິງທີ່ມີລັກສະນະເປັນຂໍ້ມູນຂ່າວສານ
- ຄວາມຄິດ, ຂັ້ນຕອນ, ກຳມະວິທີການປະຕິບັດ ຫຼື ຫຼັກການຄະນິດສາດ
- ບັນດານິຕິກຳຕ່າງໆ, ລະບຽບການປົກຄອງ, ເອກະສານທາງດ້ານຕຸລາການ ແລະ ເອກະສານທີ່ແປເປັນທາງການ.
ການແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
ຄວາມຈິງແລ້ວລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ແມ່ນສິດທີ່ເກີດຂຶ້ນໂດຍທັນທີ ເມື່ອໄດ້ມີການປະດິດຄິດແຕ່ງຜົນງານນັ້ນຂື້ນມາ ໝາຍຄວາມວ່າເພງສ່ວນຫຼາຍທີ່ຖືກປະພັນຂຶ້ນມາລ້ວນມີລິຂະສິດມີພຽງບາງສ່ວນເທົ່ານັ້ນທີ່ບໍ່ຖືວ່າມີລິຂະສິດ ເປັນຕົ້ນແມ່ນເພງທີ່ເປັນສາທາລະນະສົມບັດ ຫຼື public domain music ເຊິ່ງກໍຄືເພງທີ່ມີການເຜີຍແຜ່ໃນປີ 1926 ແລະ ກ່ອນໜ້ານັ້ນ ແຕ່ກົດໝາຍຄຸ້ມຄອງລິຂະສິດໃນປັດຈຸບັນຖືວ່າເພງທຸກເພງທີ່ຖືກປະພັນຂຶ້ນມາລ້ວນມີລິຂະສິດເຖິງແມ່ນວ່າເຮົາຈະມີການຈົດທະບຽນຫຼືບໍ່ຈົດກໍຕາມ ແຕ່ຫາກເຈົ້າຂອງເພງຕ້ອງການຈົດທະບຽນກໍສາມາດແຈ້ງສິດນັ້ນໄວ້ນໍາສູນບໍລິການຊັບສິນທາງປັນຍາ, ກົມຊັບສິນທາງປັນຍາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເປັນຫຼັກຖານຫຼືເປັນຂໍ້ມູນໄວ້ໂດຍສະເພາະເມື່ອມີການລະເມີດ ຫຼື ມີຂໍ້ຂັດແຍ້ງເກີດຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/