ສປປ ລາວ ກໍານົດສົ່ງ 30 ປະເພດກິລາ ໃນນັ້ນ 18 ກິລາໃຊ້ງົບປະມານຂອງລັດຮອບດ້ານ ກຽມເຂົ້າຮ່ວມການແຂ່ງຂັນກິລາໃນງານມະຫະກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ທີ່ກໍານົດຈັດການແຂ່ງຂັນຂຶ້ນໃນເດືອນພຶດສະພາ 2022.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ລາຍງານໃນກອງປະຊຸມສາມັນ ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ປະຈໍາປີ 2021 ເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ດັ່ງທີ່ຮູ້ ງານມະຫະກໍາກິລາ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ແມ່ນຈະຈັດຂຶ້ນໃນປີ 2021 ແຕ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19 ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນ ແລະ ໄດ້ມີກອງປະຊຸມໃນຕົ້ນເດືອນທັນວາ 2021 ໄດ້ຕົກລົງກໍານົດວັນເວລາແຂ່ງຂັນອອກມາຢ່າງເປັນທາງການແລ້ວ ໂດຍຈະແຂ່ງຂັນລະຫວ່າງວັນທີ 12-23 ພຶດສະພາ 2022 ທີ່ນະຄອນຮາໂນ້ຍ ແລະ ບັນດາແຂວງອ້ອມຂ້າງ.


ສໍາລັບຜົນງານຫຼ້າສຸດໃນຊີເກມຂອງ ສປປ ລາວ ສົ່ງ 25 ປະເພດກິລາເຂົ້າຮ່ວມຊີເກມຄັ້ງທີ 30 ທີ່ປະເທດຟິລິບປິນ ເມື່ອປີ 2019 ສາມາດຍາດໄດ້ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 29 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງຕາຕະລາງສະຫຼຸບຫຼຽນຈາກ 11 ປະເທດເຂົ້າຮ່ວມ ໂດຍອັນດັບທີ 11 ຕີມໍເລັສເຕ ມີ 1 ຫຼຽນເງິນ ແລະ 5 ຫຼຽນທອງ, ສ່ວນ ເຈົ້າຄອງຫຼຽນຄໍາເປັນຂອງເຈົ້າພາບ ຟິລິບປິນ ຍາດໄດ້ 149 ຫຼຽນຄໍາ, 117 ຫຼຽນເງິນ ແລະ 121 ຫຼຽນທອງ.

ຂອບໃຈຂໍ້ມູນຈາກ: https://bit.ly/3zMVPxS
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/