ເຊື່ອວ່າຫຼາຍຄົນທີ່ມີເຄື່ອງໃຊ້ອີເລັກໂທຣນິກຢ່າງ ຄອມພິວເຕີ, ແທັບເລັດ ຫຼື ໂທລະສັບສະມາດໂຟນ ແມ່ນຕ້ອງເຄີຍຕັ້ງລະຫັດຜ່ານເພື່ອປ້ອງກັນຄວາມປອດໄພຂອງອຸປະກອນ ແລະຄວາມເປັນສ່ວນຕົວຂອງເຮົາ ເຊິ່ງລະຫັດຜ່ານທີ່ຫຼາຍຄົນມັກຕັ້ງສ່ວນຫຼາຍຈະແມ່ນ “123456”, “1111111”, “abcdefgh”, ເລກວັນເດືອນປີເກີດ, ເລກມື້ຄົບຮອບ ຫຼື ວັນສຳຄັນຕ່າງໆ ແລ້ວແຕ່ຄວາມມັກຂອງແຕ່ລະຄົນ. ຢ່າງໃດກໍຕາມຮູ້ບໍວ່າລະຫັດຜ່ານຍອດນິຍົມທີ່ຜູ້ຄົນມັກໃຊ້ແມ່ນຫຍັງ?

ເມື່ອບໍ່ດົນມານີ້ NordPass ເຊິ່ງເປັນຜູ້ພັດທະນາແອັບຈັດການລະຫັດຜ່ານ ໄດ້ອອກມາລາຍງານເຖິງລະຫັດຜ່ານຍອດນິຍົມປະຈຳປີ 2022 (Top 200 Most Common Passwords) ພ້ອມນັ້ນທາງ NordPass ຍັງບອກວ່າເຖິງວ່າຜູ້ຄົນຈະຕື່ນຕົວກັບຄວາມປອດໄພທາງໄຊເບີ້ (Cyber) ຫຼາຍຂຶ້ນ ແຕ່ພຶດຕິກຳເກົ່າໆແມ່ນຍັງຄົງຢູ່.

ເຊິ່ງລະຫັດຜ່ານຍອດນິຍົມ ທີ່ທາງ NordPass ໄດ້ຮວບຮວມຈາກນັກວິໄຈອິດສະຫຼະແລະພາດເນີ ຈາກຖານຂໍ້ມູນທີ່ຫຼຸດມາ ເຊິ່ງຮວບຮວມໄວ້ຂະໜາດ 3TB (3 TERABYTE) ພົບວ່າ “password” ຄືລະຫັດຜ່ານຍອດນິຍົມອັນດັບໜຶ່ງປະຈໍາປີ 2022 ໂດຍສາມາດແຊງໜ້າລະຫັດຜ່ານ “123456” ທີ່ເປັນເຈົ້າຂອງແຊ້ມເກົ່າເມື່ອປີ 2021 ໄປໄດ້.
ນອກນີ້ຍັງມີລະຫັດຜ່ານອື່ນໆທີ່ໜ້າສົນໃຈ ທີ່ຕັ້ງຕາມກະແສຄວາມນິຍົມໃນຫົວຂໍ້ຕ່າງໆ ເຊັ່ນ: tinder, Oscars batman, euphoria ແລະ encanto ເປັນຕົ້ນ.
ໂດຍ 10 ອັນດັບທຳອິດຂອງລະຫັດຜ່ານຍອດນິຍົມປະຈຳປີ 2022 ມີດັ່ງລຸ່ມນີ້:

1. password
2. 123456
3. 123456789
4. guest
5. qwerty
6. 12345678
7. 111111
8. 12345
9. col123456
10. 123123
ແລ້ວລະຫັດຜ່ານຂອງໝູ່ເພື່ອນເດ ຕິດອັນດັບໃນການຈັດລະຫັດຜ່ານຍອດນິຍົມປະຈຳປີ 2022 ຄັ້ງນີ້ ຫຼື ບໍ່?

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/