ເມື່ອວັນທີ 26 ມັງກອນ 2023 ສຳນັກຂ່າວ BBC ໄດ້ລາຍງານວ່າ ທາງອົງການສະຫະປະຊາຊາດ ຫຼື UN ໄດ້ອອກມາເຜີຍແຜ່ຂໍ້ມູນວ່າ ການຜະລິດຝິ່ນໃນປະເທດເພື່ອນບ້ານຂອງເຮົາຢ່າງມຽນມາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະຫຼາຍປີທີ່ຜ່ານມາ ໂດຍເມື່ອປີ 2022 ມີການຜະລິດຝິ່ນເກືອບ 795 ໂຕນ ສູງທີ່ສຸດຕັ້ງແຕ່ປີ 2013 ແລະ ມີການເພີ່ມຂຶ້ນຈາກຕົວເລກ 423 ໂຕນຂອງປີ 2021 ເຊິ່ງເປັນປີດຽວກັບທາງກອງທັບກໍ່ການລັດຖະປະຫານຢຶດອຳນາດ.

ທັງນີ້ UN ເຊື່ອວ່າ ສາເຫດທີ່ການຜະລິດຝິ່ນຫຼາຍຂຶ້ນມີແຮງຊຸກຍູ້ຈາກພາວະຄວາມຍາກລຳບາກທາງເສດຖະກິດ ແລະ ຄວາມບໍ່ໝັ້ນຄົງໃນປະເທດ ປະກອບກັບການເພີ່ມຂຶ້ນຂອງລາຄາຢາງຝິ່ນ ເຊິ່ງມັກຖືກນຳໃຊ້ໃນການຜະລິດເຮໂຣອິນ.
ລາຍງານຂອງ UN ຍັງບອກອີກວ່າໃນປີ 2022 ເສດຖະກິດຂອງມຽນມາແມ່ນປະເຊີນຄວາມຮຸນແຮງຫຼາຍຢ່າງທັງພາຍໃນ ແລະ ພາຍນອກປະເທດ ເຊັ່ນ: ສົງຄາມຣັດເຊຍ-ຢູເຄຣນ, ຄວາມບໍ່ໝັ້ນຄົງທາງການເມືອງຢ່າງຕໍ່ເນື່ອງ ແລະ ອັດຕາເງິນເຟີ້ພຸ່ງຂຶ້ນສູງ ເຊິ່ງກາຍເປັນຕົວກະຕຸ້ນ ໃຫ້ປະຊາຊົນຜູ້ທີ່ເປັນຊາວໄຮ່ຫັນໄປປູກ ຫຼື ຂະຫຍາຍການຜະລິດຝິ່ນ.

ຕາມການປະເມີນຂອງ UN ມຽນມາເປັນຜູ້ຜະລິດຝິ່ນລາຍໃຫຍ່ທີ່ສຸດອັດດັບ 2 ຂອງໂລກ ຮອງລົງມາຈາກອັບການິສຖານ ແລະ ທັງ 2 ປະເທດນີ້ກໍເປັນແຫຼ່ງທີ່ມາເກືອບທັງໝົດຂອງເຮໂຣອິນທີ່ກະຈາຍໄປທົ່ວໂລກ ໂດຍການຜະລິດຝິ່ນຂອງມຽນມານັ້ນມີມູນຄ່າສູງສຸດເຖິງ 2 ພັນລ້ານໂດລາ ຂະນະທີ່ການຂາຍເຮໂຣອິນໃນພາກພື້ນມີມູນຄ່າກວ່າ 1 ໝື່ນລ້ານໂດລາ.

ຢ່າງໃດກໍຕາມໃນໄລຍະທົດສະວັດທີ່ຜ່ານມາ ໂຄງການປູກພືດທົດແທນຢາເສບຕິດມີຢ່າງຫຼວງຫຼາຍ ແລະ ໂອກາດທາງເສດຖະກິດທີ່ເພີ່ມສູງຂຶ້ນໃນມຽນມາ ເຮັດໃຫ້ການປູກຝິ່ນລົດລົງເລື້ອຍໆຢ່າງໝັ້ນຄົງ ແຕ່ວ່າການຜະລິດກໍກັບມາເພີ່ມຂຶ້ນອີກຄັ້ງ ໂດຍສະເພາະຫຼັງການເຮັດລັດຖະປະຫານ ເນື່ອງຈາກວ່າຝິ່ນກັບມາເປັນແຫຼ່ງເງິນທຶນຂອງກຸ່ມຕິດອາວຸດຕໍ່ຕ້ານລັດຖະບານໃນມຽນມາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/