ຕະຫຼາດ cryptocurrency ໄດ້ມີການປ່ຽນແປງຊົ່ວຄາວໃນຊົ່ວໂມງທີ່ຜ່ານມາ. ໂດຍລາຄາຂອງຫຼຽນສ່ວນໃຫຍ່ຫຼຸດລົງຢ່າງຮຸງແຮງ, ສຳລັບລາຄາຂອງ Bitcoin ໃນປັດຈຸບັນແມ່ນຕໍ່າກວ່າ 70,000 ໂດລາ, ໃນຂະນະທີ່ຕະຫຼາດໄດ້ປິດຕໍາແໜ່ງ leverage ທີ່ມີມູນຄ່າໃກ້ເຖິງ 200 ລ້ານໂດລາ.
BTC ໄດ້ຮັບຄວາມເສຍຫາຍຢ່າງກະທັນຫັນເມື່ອລາຄາຂອງມັນຫຼຸດລົງຕໍ່າກວ່າ 70,000 ໂດລາຫຼັງຈາກສິ່ງທີ່ຫຼາຍຄົນເຫັນວ່າເປັນການເລີ່ມຕົ້ນຂອງ bull ໃໝ່.
ທັງນີ້, ການຫຼຸດລົງຂອງລາຄາ Bitcoin ແມ່ນເກີດມາຈາກຕົວເລກ Non-farm payroll ອອກມາດີກ່ວາທີ່ຄາດໄວ້, ເຊິ່ງບໍ່ດົນຫຼັງຈາກທີ່ຕົວເລກໄດ້ຖືກປ່ອຍອອກມາລາຄາ ຂອງBitcoin ເລີ່ມຫຼຸດລົງ.

ດັ່ງທີ່ເຫັນຢູ່ໃນເສັ້ນສະແດງຂ້າງເທິງ. ການເຄື່ອນໄຫວນີ້ເກີດຂຶ້ນຢ່າງກະທັນຫັນ, ໂດຍມັນຫຼຸດລົງປະມານ 2.5% ໃນສອງສາມຊົ່ວໂມງທີ່ຜ່ານມາ ແລະ ຍັງບໍ່ທັນເປັນທີ່ຊັດເຈນເທື່ອວ່າເຫດຜົນອັນແທ້ຈິງຂອງການຫຼຸດລົງທີ່ຮຸນແຮງຄັ້ງນີ້ແມ່ນເກີດຈາກສາເຫດຫຍັງ.
ຢ່າງໃດກໍຕາມ, ການຫຼຸດລົງຂອງລາຄາຢ່າງຮຸນແຮງນີ້ ແມ່ນບໍ່ໄດ້ເກີດຂຶ້ນແຕ່ສະເພາະກັບ Bitcoin, ແຕ່ເກືອບທຸກ altcoin ທີ່ສໍາຄັນກໍໜ້າເປັນຫ່ວງເຊັ່ນດຽວກັນ.
ນອກຈາກນັ້ນ, ອີງຕາມຂໍ້ມູນຈາກ Coinglass ນີ້ຍັງໄດ້ລະບຸວ່າ ສິ່ງນີ້ສົ່ງຜົນໃຫ້ມີການຊໍາລະບັນຊີທີ່ຢູ່ໃນຕຳແໜ່ງ long ທີ່ໃຊ້ leverage ເປັນຈຳນວນຫຼາຍ, ເຊິ່ງປັດຈຸບັນມີມູນຄ່າເກືອບ 200 ລ້ານໂດລາ.
ໃນຂະນະທີ່ຂຽນບົດຄວາມນີ້, ລາຄາຂອງ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 69,389 ໂດລາ, ເຊິ່ງຫຼຸດລົງ 2.56% ໃນ 24 ຊົ່ວໂມງທີ່ຜ່ານ. ອີງຕາມຂໍ້ມູນຈາກ coinmarketcap.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/