ເຈົ້າໜ້າທີ່ ແຂວງ ຫຼວງນໍ້າທາ ຈັບຕົວຜູ້ລັກລອບ ແລະ ນຳໃຊ້ເງິນປອມ ພ້ອມຂອງກາງເປັນເງິນໃບ 50,000 ກີບປອມ ຫຼາຍກວ່າ 6 ລ້ານກີບ ຄາດຍັງເຫຼືອເງິນປອມໝຸນວຽນໃນລະບົບ ອີກຈຳນວນໜຶ່ງ.

ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດ, ທ່ານ ພັຕ ອານຸພອນ ຫຼວງພະຈັນ ຫົວໜ້າພະແນກປ້ອງ ກັນເສດຖະກິດ ປກສ ແຂວງຫຼວງນ້ຳທາ ໄດ້ລາຍງານສະພາບກ່ຽວກັບການແກ້ໄຂ ຄະດີພັນທະບັດປອມ (ເງິນປອມ) ວ່າ: ໃນວັນທີ 17 ມິຖຸນາ 2024 ຜ່ານມາ, ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີຄົນເອົາສະກຸນເງິນກີບມາໃຊ້ຈ່າຍຢູ່ແຖວຕະຫຼາດຂອງ ເມືອງນາແລ.

ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງເກັບກຳຂໍ້ມູນ ຈຶ່ງຮູ້ວ່າແມ່ນ ນາງ ສືບ ຢູ່ເມືອງນາແລ ເປັນຜູ້ເອົາເງິນປອມປະເພດໃບ 50.000 ມາໃຊ້ຈ່າຍຢູ່ແຖວຕະຫຼາດ ແລະ ໄດ້ນຳເອົາຜູ້ກ່ຽວ ພ້ອມຂອງກາງເງິນກີບ 5.100.000 ກີບ (ປະເພດໃບ 50.000) ມາດໍາເນີນການສອບສວນ.

ນາງ ສືບ ໃຫ້ການວ່າ: ວັນທີ 16 ມິຖຸນາ 2024 ຕົນໄດ້ນຳເອົາເງິນ 1.500 ຢວນ ແລກປ່ຽນເງິນກີບນຳ ທ້າວ ວັນໄຊ ຄົນແຂວງບໍ່ແກ້ວ ໄດ້ເງິນຈຳນວນ 5.550.000 ກີບ. ເຊິ່ງຕົນໄດ້ໃຊ້ຈ່າຍ ແລະ ເປັນຄ່າໂດຍ ສານໄປ ເມືອງນາແລ ລວມ 450.000 ກີບ ຍັງເຫຼືອ 5.100.000 ກີບ ໄດ້ຮັກສາໄວ້ ມາໃນວັນທີ 17 ມິຖຸນາ 2024 ນາງສືບ ໄດ້ເອົາເອົາເງິນກີບທີ່ຕົນໄດ້ປ່ຽນນໍາ ທ້າວ ວັນໄຊ ໄປຊື້ເຄື່ອງຢູ່ຕະຫຼາດເມືອງນາແລ (ໃນເບື້ອງຕົ້ນຜູ້ກ່ຽວກໍບໍ່ຮູ້ເງິນທີ່ໄປແລກນັ້ນແມ່ນເງິນປອມ). ຈາກນັ້ນ, ກອງບັນຊາການ ປກສ ເມືອງນາແລ ໄດ້ສົມທົບກັບ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມທັງແຕ່ງຕັ້ງພະແນກຕໍາຫຼວດເສດຖະກິດ ເພື່ອນໍາຕົວຜູ້ຖືກຫາ ແລະ ຂອງກາງ ມາດໍາເນີນຄະດີ.

    ຜ່ານການສອບສວນຂະຫຍາຍຜົນ ມາຮອດມາວັນທີ 25 ມິຖຸນາ 2024 ເຈົ້າໜ້າທີ່ສາມາດກັກຕົວ ທ້າວ ວັນໄຊ ໄດ້ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ຜູ້ກ່ຽວກໍໄດ້ຊັກທອດຫາ ທ້າວ ພອນສະຫວັນ (ສັນຊາດໄທ) ຢູ່ແຂວງຊຽງລາຍ ປະເທດໄທ ແລະ ມາຮອດວັນວັນທີ 27 ມິຖຸນາ 2024 ສາມາດກັກຕົວ ທ້າວ ພອນສະຫວັນ ພ້ອມຂອງກາງເງິນກີບປອມ ຈໍານວນ 1 ລ້ານກີບ ມາດຳເນີນການສອບສວນ.    

    ພວກກ່ຽວທັງ 02 ທັງຮັບສາລະພາບວ່າ: ເງິນກີບປອມແມ່ນເອົາມາແຕ່ປະເທດໄທ ຈໍານວນ 24 ລ້ານກີບ ໄດ້ມາໃຊ້ຈ່າຍຢູ່ ແຂວງບໍ່ແກ້ວ ແລະ ແລກປ່ຽນເປັນເງິນຢວນ, ຈໍານວນໜຶ່ງໃຊ້ຈ່າຍ ຍັງເຫຼືອ 6.550.000 ກີບ ໄດ້ແລກປ່ຽນເອົາເງິນຢວນນໍາ ນາງ ສືບ 1.500 ຢວນ ເປັນເງິນກີບ 5.550.000 ກີບ ແລະ ໄດ້ຮັກສາໄວ້ 1 ລ້ານກີບ.

 ປັດຈຸບັນ ຄະດີດັ່ງກ່າວ, ກໍາລັງເກັບກໍາຂໍ້ມູນ ແລະ ຂະຫຍາຍຜົນຫາກຸ່ມແກ້ງ ເພື່ອນໍາມາດໍາເນີນຄະດີຕາມຂະບວນຍຸຕິທໍາ. ທ່ານ ພັຕ ອານຸພອນ ຫຼວງພະຈັນ ໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າ ຊາວຂາຍ, ນັກທຸລະ ກິດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີສະຕິລະວັງຕົວໃນການໃຊ້ຈ່າຍ ຖ້າມີຄົນເອົາເງິນກີບ 50.000 ກີບ ມາແລກເອົາເງິນກີບພຽງແຕ່ 25.000 ກີບ ຫລື ຮູບການອື່ນທີ່ສົງໄສວ່າແມ່ນເງິນປອມ ໃຫ້ເຂົ້າສອບຖາມທະນາຄານ ຫລື ແຈ້ງຕໍ່ເຈົ້າໜ້າທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ເບີໂທ 020 23939396.

ທີ່ມາ: https://www.facebook.com/lnrlao/posts/pfbid02PBaF2sobhVQxeh5a6MJUQNPcw8K9aArgyvVPVAcvm6YDgeVAqJJAqUxDBa1X6EERl