ສປ ຈີນ ຖືເປັນອີກໜຶ່ງປະເທດຄູ່ຄ້າ ຄູ່ຮ່ວມມືສຳຄັນໃນການຊ່ວຍເຫຼືອປະເທດລາວ ທັງດ້ານສັງຄົມ-ເສດຖະກິດ ພື້ນໂຄງລ່າງ ລວມທັງການສຶກສາ ເພາະຫຼ້າສຸດ ໃນໃນພິທີເປີດໂຄງການຊ່ວຍການສຶກສາທາງໄກລາວ ຢູ່ທີ່ນະຄອນຫຼວງວຽງຈັນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກມາລະບຸວ່າ ຈີນຊ່ວຍປັບປຸງຄຸນະພາບການສຶກສາຂອງ ສປປ ລາວ ໃນຫຼາຍດ້ານ.
ທ່ານ ພຸດ ສິມມາລາວົງ ລະບຸວ່າ: ຜ່ານມາ ສປ ຈີນໃຫ້ການຊ່ວຍເຫຼືອຊ່ວຍ ສປປ ລາວ ຍົກລະດັບດ້ານການສຶກໄດ້ກວມເອົາຫຼາຍຂົງເຂດ ເປັນຕົ້ນ, ການສ້າງໂຄງລ່າງພື້ນຖານ, ບຸກຄະລາກອນ, ເຕັກນິກ, ທຶນການສຶກສາ ແລະ ອື່ນໆ ເຊິ່ງແຕ່ລະປີ ສປ ຈີນ ຈະສະໜັບສະໜູນໃນການໄປເຝິກອົບຮົມ, ສໍາລັບໄລຍະສັ້ນ ເພື່ອຍົກລະດັບໃຫ້ພະນັກງານລັດຖະກອນ ສປປ ລາວ,ໃຫ້ທຶນການສຶກສາໄປສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພື່ອພັດທະນາຊັບພະຍາກອນມະນຸດເປັນຈໍານວນຫຼວງຫຼາຍ ທີ່ມີຜົນປະໂຫຍດໃຫຍ່ຫຼວງຕໍ່ ສປປ ລາວ ເຊິ່ງສາມາດແກ້ໄຂການເຂົ້າເຖິງ ແລະ ການປັບປຸງຄຸນະພາບການສຶກສາ ຄວາມແຕກໂຕນທາງດ້ານການສຶກສາລະຫວ່າງເຂດຊົນນະບົດເຂດຫ່າງໄກສອກຫຼີກ ແລະ ເຂດຕົວເມືອງໃຫຍ່ໃຫ້ໄດ້ຫຍັບມໍ່ເຂົ້າຫາກັນຫຼາຍຂຶ້ນ.

ທ່ານກ່າວອີກວ່າ, ໂຄງການ ICT ໄລຍະທີ I (2011-2013) ໄດ້ກໍ່ສ້າງພື້ນຖານໂຄງລ່າງທາງດ້ານໄອຊີທີສໍາລັບການສຶກສາ ການນໍາໃຊ້ ICT ເຂົ້າໃນການຮຽນ-ການສອນ ການສ້າງທັກສະໃຫ້ແກ່ຜູ້ຮຽນ ແລະ ຄູ-ອາຈານ, ເຊິ່ງໂຄງການດັ່ງກ່າວປະກອບມີ ສູນ ICT ສູນກາງ ຕັ້ງຢູ່ກະຊວງສຶກສາທິການ ແລະ ກິລາ ແຕ່ລະສູນປະກອບດ້ວຍສິ່ງອໍານວຍຄວາມສະດວກທາງດ້ານ ICT ສໍາລັບການສຶກສາພ້ອມກັບຫ້ອງທົດລອງວິທະຍາສາດຈໍານວນໜຶ່ງ.

ນອກຈາກນີ້, ມີໂຄງການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ, ໂຮງຮຽນມັດທະຍົມສຶກສາສົມບູນນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ໂຄງການກໍ່ສ້າງວິທະຍາໄລເຕັກນິກການລົດໄຟ ທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານສປ ຈີນ ເຊິ່ງຈະເຮັດໃຫ້ຄຸນະພາບການສຶກສາຂອງລາວດີຂຶ້ນ ທັງເປັນສັນຍະລັກແຫ່ງຄວາມສາມັກຄີຮັກແພງ ລະຫວ່າງປະຊາຊົນສອງຊາດລາວ-ຈີນ,ຈີນ-ລາວ.
ອີງຕາມແຫຼ່ງຂ່າວ ຍັງໃຫ້ຮູ້ອີກວ່າ ໃນຕໍ່ໜ້າ ລັດຖະບານຈີນຈະຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງເຊັ່ນ: ໂຄງການປຸກສ້າງໂຮງຮຽນມັດທະຍົມສົມບູນຢູ່ 3 ແຂວງຂອງ ສປປ ລາວ ຄື: ໂຮງຮຽນມັດທະຍົມສົມບູນສັນຕິພາບ ແຂວງຫຼວງພະບາງ, ໂຮງຮຽນມັດທະຍົມສົມບູນແຂວງສະຫວັນນະເຂດ, ໂຮງຮຽນມັດທະຍົມສົມບູນປາກເຊ ແຂວງຈໍາປາສັກ ແລະ ໂຄງການປຸກສ້າງວິທະຍາໄລເຕັກນິກວິຊາຊີບເຂດກວມລວມໄຊເສດຖາ.
ຂອບໃຈຂ້ໍມູນຈາກ: https://bit.ly/3FGbQKw
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/