ຍັງສາມາດເອີ້ນກະແສຈາກທົ່ວໂລກໄດ້ຢ່າງຕໍ່ເນື່ອງ ສຳລັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin, ທີ່ຫຼ້າສຸດ ອອກມາຢືນຢັນ ກຳນົດເສັ້ນຕາຍໃຫ້ຄົນຕ່າງປະເທດ ທີ່ຊື້ພະລັງງານຈາກຣັດເຊຍ. ບໍ່ວ່າຈະເປັນນ້ໍາມັນ ຫຼື ອາຍແກສທໍາມະຊາດ ການຈ່າຍເງິນຈະຕ້ອງຈ່າຍເປັນເງິນ Ruble ເທົ່ານັ້ນ ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ (1 ເມສາ 2022), ຖ້າບໍ່ດັ່ງນັ້ນຣັດເຊຍຈະບໍ່ຂາຍແກສ ຫຼື ນ້ໍາມັນໃຫ້ໂດຍເດັດຂາດ.
ປະທານາທິບໍດີ Putin ໄດ້ກ່າວຢ່າງຈະແຈ້ງວ່າ ປະເທດທີ່ຊື້ອາຍແກສທໍາມະຊາດຈາກຣັດເຊຍຕ້ອງຊຳລະເປັນເງິນ Ruble ເທົ່ານັ້ນ. ເລີ່ມແຕ່ວັນສຸກນີ້ (1 ເມສາ), ຖ້າຜູ້ຊື້ບໍ່ປະຕິບັດຕາມເງື່ອນໄຂດັ່ງກ່າວ, ສັນຍາຈະຖືກຍົກເລີກ. ໃນຕົ້ນອາທິດທີ່ຜ່ານມາ, ທ່ານ Putin ໄດ້ໃຫ້ສັນຍານວ່າມາດຕະການດັ່ງກ່າວຈະຖືກປະຕິບັດຕໍ່ບັນດາປະເທດທີ່ມີຈຸດຢືນທີ ບໍ່ເປັນມິດກັບຣັດເຊຍ, ສົ່ງຜົນໃຫ້ປະເທດໃນທົ່ວໂລກ ສ່ວນຫຼາຍແມ່ນປະເທດໃນຢູໂຣບ ອອກມາຄັດຄ້ານແນວຄິດດັ່ງກ່າວ.

ການເຄື່ອນໄຫວຄັ້ງນີ້ຂອງປະທານາທິບໍດີ Putin ມີຂຶ້ນພາຍຫຼັງທີ່ທ່ານໄດ້ລົງນາມ ໃນວັນພະຫັດ (31 ມີນາ) ທີ່ເຮັດໃຫ້ຫຼາຍປະເທດໃນຢູໂຣບຕົກຢູ່ໃນຄວາມສ່ຽງຕໍ່ການສູນເສຍຜູ້ສະໜອງດ້ານພະລັງງານລາຍໃຫຍ່ໄປ ເຊິ່ງກວມເອົາ 1/3 ຂອງຜູ້ສະໜອງພະລັງງານທັງໝົດ, ໂດຍເຢຍລະມັນ ປະເທດທີ່ຊື້ພະລັງງານຂອງຣັດເຊຍຫຼາຍທີ່ສຸດໃນຢູໂຣບ ໄດ້ປະກາດແຜນການສຸກເສີນ ຈັດສັນພະລັງງານໃຫ້ພຽງພໍໃນການຂັບເຄື່ອນເສດຖະກິດ.

ໂດຍຜູ້ນຳຣັດເຊຍເນັ້ນໜັກວ່າ ບໍ່ມີປະເທດໃດຂາຍສິ່ງໃດໃຫ້ຣັດເຊຍແບບຟຣີໆ ແລະ ຣັດເຊຍກໍບໍ່ໄດ້ເຮັດເພື່ອການກຸສົນເຊັ່ນກັນ. ແລະຍັງເປັນເລື່ອງທີ່ບໍ່ສົມເຫດສົມຜົນສໍາລັບຣັດເຊຍ ທີ່ຈະຂາຍຜະລິດຕະພັນຂອງຕົນເອງໃຫ້ສະຫະລັດ ແລະ ສະຫະພາບຢູໂຣບ ເພື່ອໄດ້ຮັບການຊໍາລະການຊື້ຂາຍເປັນໂດລາ, ເງິນຢູໂຣ ແລະ ສະກຸນເງິນອື່ນໆ.
ຢ່າງໃດກໍຕາມ, ການຮຽກຮ້ອງ ແລະ ການກະທໍາຂອງຜູ້ນໍາຣັດເຊຍໃນຄັ້ງນີ້ເຮັດໃຫ້ຫຼາຍປະເທດສະແດງຄວາມຜິດຫວັງຕໍ່ຣັດເຊຍ ຫຼາຍປະເທດໃນຢູໂຣບໄດ້ລະບຸວ່າພຶດຕິກຳຂອງ Putin ເປັນຄວາມພະຍາຍາມທີ່ຈະ blackmail.

ລັດຖະມົນຕີເສດຖະກິດເຢຍລະມັນ Robert Habeck ກ່າວວ່າ ການຮຽກຮ້ອງຂອງຣັດເຊຍ ຄັ້ງນີ້ ແມ່ນການລະເມີດສັນຍາທີ່ເຄີຍເຮັດໄວ້ ແລະ ເຢຍລະມັນຈະບໍ່ອະນຸຍາດໃຫ້ຣັດເຊຍມາ blackmail ແບບນີ້ຢ່າງເດັດຂາດ, ໃນຂະນະທີ່ນາຍົກລັດຖະມົນຕີເຢຍລະມັນ Olaf Scholz ກ່າວວ່າບໍລິສັດໃນປະເທດເຢຍລະມັນຍັງຕ້ອງການທີ່ຈະຈ່າຍຄ່າແກສເປັນເງິນຢູໂຣຄືເກົ່າ ອີງຕາມການສັນຍາທີ່ໄດ້ລະບຸໄວ້ວ່າຈະຕ້ອງຈ່າຍເປັນເງິນຢູໂຣ. ສ່ວນນາຍົກລັດຖະມົນຕີອັງກິດ ທ່ານ Boris Johnson ໄດ້ເນັ້ນໜັກວ່າອັງກິດຈະບໍ່ຊອກຫາວິທີທີ່ຈະຈ່າຍຄ່າແກສຣັດເຊຍເປັນເງິນ Ruble ເດັດຂາດ.

ໃນຂະນະດຽວກັນ, ມີລາຍງານວ່າ, ການຕັດສິນໃຈຂອງຜູ້ນຳຣັດເຊຍໃນຄັ້ງນີ້ຍັງໄດ້ເຮັດໃຫ້ເງິນ Ruble ແຂງຄ່າທັນທີ ຫຼັງຈາກອ່ອນຄ່າລົງເປັນປະຫວັດສາດ ຍ້ອນການຂວ້ຳບາດທາງດ້ານເສດຖະກິດ ຈາກຫຼາຍປະເທດທົ່ວໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/