ໃນການເຄື່ອນໄຫວຫຼ້າສຸດຂອງຣັດເຊຍໄດ້ມີລາຍງານວ່າ ທາງການຣັດເຊຍໄດ້ດຳເນີນການລົດການເພິ່ງພາເທັກໂນໂລຢີທີ່ຜະລິດຈາກຕ່າງປະເທດ ໂດຍການຫ້າມໃຊ້ອຸປະກອນ Apple ເພື່ອຈຸດປະສົງທາງການຂອງລັດ.
ອີງຕາມການລາຍງານຂອງ Financial Times, ກະຊວງການຄ້າຂອງປະເທດໄດ້ປະຕິບັດມາດຕະການຫ້າມໃຊ້ iPhone ແລະ ຜະລິດຕະພັນອື່ນໆຂອງ Apple ທັງໝົດສຳລັບການເຮັດວຽກ ໂດຍຈະເລີ່ມຕັ້ງແຕ່ວັນຈັນ ທີ 17 ນີ້ເປັນຕົ້ນໄປ. ໃນການຕັດສິນໃຈຄັ້ງນີ້ແມ່ນໃຊ້ກັບພະນັກງານຂອງລັດຖະບານໃນອົງການຕ່າງໆ, ລວມທັງກະຊວງໂທລະຄົມ ແລະ ການສື່ສານຂອງຣັດເຊຍ.
ມາດຕະການຫ້າມໃຊ້ຜະລິດຕະພັນຂອງ Apple ດັ່ງກ່າວ ເກີດຈາກການກ່າວຫາຂອງ Federal Security Service (FSB) ຂອງຣັດເຊຍໃນຕົ້ນເດືອນມິຖຸນາ ໂດຍລະບຸວ່າ ເຂົາເຈົ້າໄດ້ພົບເຫັນ “ການປະຕິບັດການສອດແນມໂດຍໜ່ວຍຂ່າວກອງຂອງສະຫະລັດຜ່ານກັບອຸປະກອນ Apple”. FSB ກ່າວຕື່ມອີກວ່າ “iPhones ຫຼາຍເຄື່ອງ, ລວມທັງເຄື່ອງທີ່ນຳໃຊ້ໂດຍຄະນະການທູດຂອງຣັດເຊຍໃນປະເທດຕ່າງໆຂອງ NATO ວ່າມີການຕິດຕັ້ງຊອບແວກວດສອບໄວ້”

ນອກຈາກນີ້ FSB ຍັງໄດ້ກ່າວຫາວ່າ Apple ໄດ້ມີການຮ່ວມມືຢ່າງໃກ້ຊິດກັບໜ່ວຍງານຂ່າວກອງຂອງສະຫະລັດ ເພື່ອຈັດຫາເຄື່ອງມືຄວບຄຸມທີ່ຫຼາກຫຼາຍໃຫ້ກັບເຈົ້າໜ້າທີ່.
ທັງນີ້ Apple ກໍໄດ້ອອກມາປະຕິເສດຂໍ້ກ່າວຫາເຫຼົ່ານີ້ຢ່າງໄວວາ ໂດຍທາງ Apple ໄດ້ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນໃນຄວາມເປັນສ່ວນຕົວຂອງຜູ້ໃຊ້ ແລະ ຢືນຢັນວ່າບໍ່ເຄີຍຮ່ວມມືກັບລັດຖະບານໃດໆ ເພື່ອສ້າງຮູຮົ່ວ ຫຼື ຊອບແວກວດສອບໃນຜະລິດຕະພັນຂອງຕົນ.
ໂດຍມາດຕະການຫ້າມໃຊ້ຜະລິດຕະພັນຂອງ Apple ນີ້ໄດ້ຖືກໃຊ້ໃນໜ່ວຍງານບາງແຫ່ງໃນຣັດເຊຍແລ້ວ, ໃນຂະນະທີ່ໜ່ວຍງານອື່ນໆວາງແຜນທີ່ຈະປະຕິບັດຕາມໃນໄວໆນີ້. ຢ່າງໃດກໍຕາມ, ເຈົ້າໜ້າທີ່ຍັງໄດ້ຮັບອະນຸຍາດໃຫ້ໃຊ້ອຸປະກອນ Apple ສໍາລັບການໃຊ້ງານສ່ວນບຸກຄົນ ແຕ່ຕ້ອງຫຼີກເວັ້ນການຕິດຕໍ່ສື່ສານກ່ຽວກັບວຽກຢູ່ໃນອຸປະກອນຂອງຕົນເອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/