ໃນໄລຍະ 2-3 ມື້ມານີ້ ບ້ານເຮົາໄດ້ມີກຸ່ມຄົນ ຫຼື ບຸກຄົນບໍ່ຫວັງດີພະຍາຍາມແຮັກເອົາລະຫັດ Facebook ຫຼື ຂໍ້ມູນສ່ວນຕົວຕ່າງໆ ໂດຍການໃຊ້ວິທີສຸ່ມສົ່ງລິ້ງໄປຫາຄົນອື່ນພ້ອມອ້າງວ່າ: “ຄິດວ່າແມ່ນເຈົ້າໃນວິດີໂອ”. ຫຼັງຈາກເຫຍື່ອກົດເຂົ້າລິ້ງໄປແລ້ວ ກໍຈະມີໜ້າຕ່າງແອັບ ຫຼື ເວັບຕ່າງໆຂຶ້ນມາໃຫ້ເຮົາໃສ່ຂໍ້ມູນທະນາຄານ ຫຼື ອີເມວ ພ້ອມລະຫັດ ບັນຊີຕ່າງໆ ເພື່ອຢືນຢັນຕົວຕົນ ຈາກນັ້ນລະຫັດ ຫຼື ຂໍ້ມູນຂອງເຫຍື່ອກໍຈະຖືກສົ່ງໄປໃຫ້ແຮັກເກີ້ທັນທີ.
ໂດຍການໂຈມຕີແບບນີ້ ເອີ້ນວ່າ Phishing ຫຼື ການດັກຈັບເຫຍື່ອນັ້ນເອງ. ໂດຍເທັກນິກນີ້ເປັນໜຶ່ງໃນການຫຼອກລວງທີ່ພົບເຫັນໄດ້ຫຼາຍທີ່ສຸດໃນໂລກອອນລາຍ ການຫຼອກລວງປະເພດນີ້ມັກຈະເປັນການໃຊ້ກົນອຸບາຍແນະນຳບາງສິ່ງບາງຢ່າງທີ່ໜ້າລໍ້ຕາລໍ້ໃຈໃຫ້ເຫຍື່ອຫຼົງກົນ ໂດຍການແອບອ້າງເປັນເວັບໄຊທີ່ໜ້າເຊື່ອຖື ຫຼື ເວັບໄຊທາງການຕ່າງໆ ເຊັ່ນ ເວັບທະນາຄານ ຫຼື ການໃຫ້ໃສ່ຂໍ້ມູນຂອງບັນຊີ Social Media ຕ່າງໆເປັນຕົ້ນ ເຊິ່ງມັກຈະແຕກຕ່າງຈາກເວັບຂອງແທ້ໜ້ອຍໜຶ່ງ ແລະ ມີການປ່ຽນຊື່ໃນລິ້ງພຽງເລັກນ້ອຍ ເຮັດໃຫ້ເຫຍື່ອສ່ວນຫຼາຍບໍ່ທັນສັງເກດ. ຫຼາຍເທື່ອທີ່ແຮັກເກີ້ພະຍາຍາມສົ່ງລິ້ງ ເພື່ອໃຫ້ເຫຍື່ອ ລັອກອິນ ເຂົ້າລະບົບທະນາຄານ ຫຼື ເຂົ້່າສູ່ລະບົບບັນຊີແພລັດຟອມອອນລາຍ ເພື່ອຢືນຢັນຂໍ້ມູນສ່ວນຕົວຕ່າງໆ.

ຂໍ້ຄວນລະວັງ ແລະ ວິທີປ້ອງກັນ:
- ພະຍາຍາມບໍ່ກົດເຂົ້າລິ້ງແປກໆທີ່ແປະຕາມແອັບ ຫຼື ເວັບໄຊທີ່ບໍ່ເປັນທາງການ ແລະ ບໍ່ໜ້າເຊື່ອຖື ຫຼື ຕາມຊ່ອງຄອມເມັ້ນຕ່າງໆ.
- ຄວນມີສະຕິ ເມື່ອໄດ້ຮັບລິ້ງຈາກຄົນອື່ນບໍ່ວ່າຈະເປັນ ຄົນແປກໜ້າ ຫຼື ຄົນທີ່ຮູ້ຈັກກໍຕາມ ຄວນກວດສອບ ແລະ ສອບຖາມລາຍລະອຽດກ່ອນກົດເຂົ້າລິ້ງດັ່ງກ່າວ.
- ເມື່ອໄດ້ຮັບລິ້ງທີ່ໜ້າສົງໄສ ຄວນກວດເບິ່ງບັນຊີ Social Media ຫຼື ບັນຊີທະນາຄານວ່າມີໂທລະສັບຮຸ່ນໃດ ຫຼື ຄອມພິວເຕີ້ ຮຸ່ນໃດທີ່ລັອກອິນຢູ່ ຫຼື ເຄີຍລັອກອິນ, ຖ້າບໍ່ແມ່ນຮຸ່ນໂທລະສັບຂອງຕົນເອງໃຫ້ລຶບອອກທັນທີ ແລ້ວປ່ຽນລະຫັດໃໝ່.
- ພະຍາຍາມອັບເດດລະຫັດຜ່ານທຸກໆ 3-5 ເດືອນ. ເບີໂທ ຫຼື ອີເມວ ທີ່ບໍ່ໄດ້ໃຊ້ງານແລ້ວໃຫ້ລຶບອອກ ຫຼື ປ່ຽນອັນໃໝ່ໃສ່ແທນ.
- ຢ່າສົ່ງລະຫັດ OTP ຂອງຕົນໃຫ້ຄົນອື່ນ ບໍ່ວ່າຈະຮູ້ຈັກ ຫຼື ບໍ່ຮູ້ຈັກກໍຕາມ.
- ຄວນຕັ້ງບັນຊີຕ່າງໆໃຫ້ມີການຢືນຢັນລະຫັດສອງຊັ້ນ (2 factor authentication)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/