Nik Nazmi Nik Ahmad ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກ່າວວ່າ ລັດຖະບານມາເລເຊຍມີເປົ້າໝາຍໃນການຫ້າມໃຊ້ຖົງພລາສຕິກທົ່ວທຸກພາກທຸລະກິດໃນທົ່ວປະເທດພາຍໃນປີ 2025. ໂດຍແຄັມເປນ “No Plastic Bags” ຈະຖືກປະຕິບັດໄປເປັນຂັ້ນໆ ເຊິ່ງຈະເລີ່ມຈາກສະຖານທີ່ຕັ້ງທຸລະກິດທີ່ແນ່ນອນເຊັ່ນ: ຮ້ານສັບພະສິນຄ້າ ແລະ ຮ້ານຄ້າບາງແຫ່ງ ແລ້ວຈະຂະຫຍາຍໄປສູ່ສະຖານທີ່ຕັ້ງທຸລະກິດອື່ນໆຫຼັງຈາກນຳໄປໃຊ້ໃນຮ້ານຄ້າທັງໝົດພາຍໃນປີ 2025.

ຄວາມຄິດລິເລິ່ມນີ້ນຳໂດຍລັດຖະບານຂອງລັດຕ່າງໆ ເຊິ່ງເປັນແຜນການໄລຍະຍາວເພື່ອກຳຈັດມົນລະພິດທີ່ເກີດຈາກພລາສຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມໃນມາເລເຊຍ, ໂດຍຈະເລີ່ມການເຄື່ອນໄຫວດັ່ງກ່າວທີ່ລັດ Selangor Penang Johor ແລະ Negri Sembilan.
ລັດຖະມົນຕີວ່າການກະຊວງໄດ້ລະບຸວ່າ ຄຳສັ່ງຫ້າມໃນປັດຈຸບັນມີຜົນບັງຄັບໃຊ້ສະເພາະກັບສະຖານປະກອບການເຊັ່ນ: ຮ້ານສັບພະສິນຄ້າ, ມິນິມາດ ແລະ ຮ້ານຂາຍເຄື່ອງຍ່ອຍ. ແລະ ໃນໄວໆນີ້ຈະຂະຫຍາຍອອກໄປຄອບຄຸມເຖິງຮ້ານຂາຍເຄື່ອງຕາມທາງ.

Nik Nazmi Nik Ahmad ໄດ້ກ່າວຄຳປາໄສໃນງານ Madani Reusable Bag and No Plastic Bag ວ່າ “ການຈັດການຂີ້ເຫຍື້ອພລາສຕິກແມ່ນບັນຫາໃຫຍ່. ໂດຍມາເລເຊຍແມ່ນໜຶ່ງໃນ 10 ປະເທດຊັ້ນນຳທີ່ປະສົບກັບບັນຫານີ້.
ອີງຕາມການລາຍງານຂອງກອງທຶນໂລກເພື່ອທໍາມະຊາດ (WWF), ມາເລເຊຍໄດ້ນໍາໃຊ້ພລາສຕິກ 148,000 ໂຕນ ສໍາລັບການຫຸ້ມຫໍ່ອາຫານພຽງຢ່າງດຽວໃນປີ 2020. ເຊິ່ງນີ້ບໍ່ແມ່ນສະຖິຕິທີ່ໜ້າພູມໃຈ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/