ມາເລເຊຍພ້ອມທີ່ຈະເລີ່ມຜະລິດຊີ້ນສັງເຄາະໃນອີກສອງປີຂ້າງໜ້າ ເຊິ່ງເປັນການເຄື່ອນໄຫວທີ່ອາດຈະຊ່ວຍໃນການຕໍ່ສູ້ກັບການປ່ຽນເເປງຂອງສະພາບດິນຟ້າອາກາດຢ່າງຮີບດ່ວນ.
ໂດຍບໍລິສັດ Cell AgriTech ຂອງມາເລເຊຍຕັ້ງເປົ້າທີ່ຈະສ້າງໂຮງງານຜະລິດຊີ້ນສັດເເຫ່ງທຳອິດຂອງປະເທດໃນປີນັງໃຫ້ສຳເລັດພາຍໃນທ້າຍປີ 2024 ນີ້, ເຊິ່ງຈະເພາະຈຸລັງສັດທີ່ມີຊີວິດຢູ່ໃນເຕົາປະຕິກອນຊີວະພາບໃຫ້ເປັນຜະລິດຕະພັນຊີ້ນສັດສຳລັບຜູ້ບໍລິໂພກ.

ເທັກໂນໂລຢີນີ້ແມ່ນເປັນມິດກັບສິ່ງແວດລ້ອມຫຼາຍກວ່າການປູກຝັງແບບດັ້ງເດີມ. ເນື່ອງຈາກການເພາະຊີ້ນສັດຢູ່ໃນຫ້ອງທົດລອງໃຊ້ພື້ນທີ່ໜ້ອຍກວ່າ ແລະ ສາມາດລົດຜ່ອນການປ່ອຍອາຍຄາບອນຈາກການບຸກເບີກພື້ນທີ່ ແລະ ການຂົນສົ່ງຜະລິດຕະພັນ.
ອີງຕາມລາຍງານປີ 2013 ຂອງອົງກອນສະບຽງອາຫານ ເເລະ ການກະສິກຳຂອງສະຫະປະຊາຊາດ (FAO) ລະບຸວ່າ 14.5 % ຂອງການປ່ອຍອາຍເເກ໊ສເຮືອນເເກ້ວທີ່ເກີດຈາກມະນຸດ (greenhouse gas emissions) ເຊິ່ງມີສາເຫດມາຈາກການລ້ຽງສັດ ໂດຍການປ່ອຍເເກ໊ສເຫຼົ່ານີ້ສ່ວນໃຫຍ່ເເມ່ນມາຈາກການຜະລິດອາຫານສັດ ເເລະ ເເກ໊ສທີ່ປ່ອຍອອກມາລະຫວ່າງການຍ່ອຍອາຫານຂອງສັດເຊັ່ນ ງົວເອື້ອມຈະມີເເກ໊ສ methane ອອກມາເຊິ່ງເປັນອັນຕະລາຍຕໍ່ສິ່ງເເວດລ້ອມຫຼາຍກວ່າອາຍຄາບອນ.

“ພວກເຮົາໃຊ້ພື້ນທີ່ດິນໜ້ອຍລົງ, ນໍ້າໜ້ອຍລົງ ແລະ ຜະລິດຂອງເສຍໜ້ອຍລົງ” Jason Ng ຜູ້ກໍ່ຕັ້ງ Cell AgriTech ກ່າວຕໍ່ CNA.
“ຫາກເວົ້າເຖິງປາ, ບາງຄົນກໍບໍ່ກິນຫົວ ຫຼື ໜັງ. ແຕ່ພວກເຮົາພຽງແຕ່ສາມາດເອົາຈຸລັງກ້າມຊີ້ນຈາກປາມາຜະລິດຊີ້ນປາໄດ້”
ປັດຈຸບັນ, ມາເລເຊຍບໍ່ອະນຸຍາດໃຫ້ມີການຂາຍຊີ້ນສັງເຄາະ. ແຕ່ Jason Ng ກ່າວວ່າບໍລິສັດຂອງລາວກໍາລັງເຮັດວຽກກັບກະຊວງສາທາລະນະສຸກເພື່ອຄວບຄຸມຜະລິດຕະພັນຂອງລາວເພື່ອຮັບປະກັນຄວາມປອດໄພ. ນີ້ແມ່ນຂະບວນການຮັບຮອງຢ່າງເຂັ້ມງວດທີ່ Jason Ng ເຊື່ອວ່າຈະເຮັດໃຫ້ຊີ້ນສັງເຄາະປອດໄພກວ່າການບໍລິໂພກກວ່າຊີ້ນສັດທົ່ວໄປ ຍ້ອນວ່າຜະລິດຕະພັນຂອງ Jason ປາສະຈາກຢາຕ້ານເຊື້ອ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/