ຜ່ານມາຮອດໄຕມາດທີ 4 ຂອງປີແລ້ວ ການລະບາດຂອງໄວຣັສໂຄໂລນ່າສາຍພັນໃຫມ່ ທີ່ກໍ່ໃຫ້ເກິດໂຣກໂຄວິດ-19 ກໍຍັງບໍ່ບັນເທົາເບົາລົງ, ທຸກມື້ຍັງມີຄົນຕິດເຊື້ອເສຍຊີວິດຢ່າງຕໍ່ເນື່ອງ ເຖິງແມ່ນວ່າຜູ້ທີ່ຮັບການຮັກສາຈົນຫາຍດີແລ້ວ ແຕ່ຍັງມີບາງຈຳນວນກັບມາເປັນຮອບສອງນຳອີກ.

ຄວາມພະຍາຍາມຕໍ່ສູ້ກັບການແຜ່ລະບາດຂອງໄວຣັສ ນຳມາເຊິ່ງການພັດທະນາວິທີທົດສອບທີ່ສາມາດລະບຸການຕິດເຊື້ອໃນຄົນທີ່ຍັງບໍ່ສະແດງອາການໄດ້ຢ່າງວ່ອງໄວ ເພາະເຕັກໂນໂລຊີການທົດສອບເຊື້ອໂຄວິດ-19 ທີ່ໃຊ້ງານກັນຢູ່ໃນຕອນນີ້ມັກໃຊ້ເວລາຫຼາຍຊົ່ວໂມງ ຫຼື ຫຼາຍມື້ກວ່າຈະໄດ້ຮູ້ຜົນລັບ ອີກທັງເຕັກໂນໂລຊີເຫຼົ່ານີ້ຕ້ອງໃຊ້ອຸປະກອນທີ່ມີລາຄາແພງ ແລະ ຊັບຊ້ອນວ່າ ຫລ້າສຸດນັກວິໄຈຈາກສະຖາບັນເຕັກໂນໂລຊີ California ຫຼື Caltech ໃນສະຫະລັດອາເມຣິກາ ເປີດເຜີຍວ່າ ໄດ້ພັດທະນາອຸປະກອນທົດສອບແບບໃໝ່ໂດຍມີເຊັນເຊີເຮັດຈາກກຣາຟີນ.
ນັກວິໄຈຈາກ Caltech ຕັ້ງຊື່ອຸປະກອນທົດສອບແບບໃໝ່ນີ້ວ່າ SARS-CoV-RapidPlex ປະກອບດ້ວຍແອນຕິບໍດີ ແລະ ໂປຣຕີນ ທີ່ຊ່ວຍໃຫ້ສາມາດກວດຈັບ ແລະ ຊ່ວຍໃຫ້ບົ່ງມະຕິການຕິດເຊື້ອໂຄວິດ-19 ໄດ້ ຜ່ານການວິເຄາະນ້ຳລາຍ ຫຼື ເລືອດໃນປະລິມານເລັກນ້ອຍເທົ່ານັ້ນ ແລະ ໃຊ້ເວລາບໍ່ຮອດ 10 ນາທີ ອີກທັ້ງໂຕເຊັນເຊີ ຍັງມີລາຄາຖືກນຳອີກ.