ພະນັກງານລັດໃນເມືອງ ໂອຊາກາ ປະເທດຍີ່ປຸ່ນ ຖືກເອີ້ນເກັບເງິນເດືອນຄືນ 1,44 ລ້ານເຢນ ຫຼື ປະມານ 186 ລ້ານກີບ ຫຼັງຖືກຈັບໄດ້ວ່າ ໄປລັກສູບຢາ ໃນເວລາວຽກ ຫຼາຍກວ່າ 4.500 ເທື່ອໃນໄລຍະເວລາ 14 ປີ ໃນການເຮັດວຽກ.
ໂດຍໃນລາຍງານລະບຸໄວ້ວ່າ ພະນັກງານ ອາຍຸ 61 ປີຄົນນີ້ ລັກໄປສູບຢາໃນເວລາວຽກແລ້ວ 4.512 ເທື່ອ ໃນເວລາເຮັດວຽກຕະຫຼອດໄລຍະເວລາ 14 ປີກັບອີກ 6 ເດືອນ ຫຼື ຄິດເປັນເວລາ 355 ຊົ່ວໂມງກັບອີກ 19 ນາທີ ທີ່ພະນັກງານຜູ້ນີ້ ໂຕນວຽກ.

ເຊິ່ງພະນັກງານຄົນນີ້ກັບໝູ່ຮ່ວມງານອີກ 2 ຄົນຖືກຝ່າຍບໍລິຫານເມືອງ ສອບສວນພຶດຕິກຳການສູບຢາໃນສະຖານທີ່ເຮັດວຽກ ຕັ້ງແຕ່ ເດືອນກັນຍາ ປີ 2022 ຫຼັງຝ່າຍບຸກຄະລາກອນໄດ້ຮັບແຈ້ງຈາກບຸກຄົນນິລະນາມ. ເຖິງແມ່ນວ່າຈະໄດ້ຮັບການສອບສວນ ແລະ ຄຳເຕືອນ ແຕ່ກຸ່ມຄົນເຫຼົ່ານີ້ ກໍຍັງບໍ່ຮັບຟັງ ພ້ອມຍັງພະຍາຍາມບິດເບືອນຄວາມຈິງ.

ຈົນສຸດທ້າຍຖືກຕັດສິນວ່າ ໄດ້ລະເມີດໜ້າທີ່ຕາມກົດໝາຍ Local Public Service Act ແລະ ຕ້ອງສົ່ງເງິນຄືນໃຫ້ລັດຖະບານ 1,44 ລ້ານເຢນ ແລະ ຍັງຖືກຫັກເງິນເດືອນອີກ 10% ເປັນໄລຍະເວລາ 6 ເດືອນ.
ໂດຍໂອຊາກາ ເປັນອີກໜຶ່ງສະຖານທີ່ ທີ່ມີກົດໝາຍການສູບຢາທີ່ເຂັ້ມງວດທີ່ສຸດໃນໂລກ ໂດຍມີການປະກາດຫ້າມສູບຢາໃນສະຖານທີ່ ລັດຖະການ ແລະ ໂຮງຮຽນ ຕັ້ງແຕ່ ເມື່ອ 20 ປີກ່ອນ ແລະ ມາໃນປີ 2019 ກໍໄດ້ມີການອອກກົດໝາຍ ຫ້າມພະນັກງານລັດ ສູບຢາໃນເວລາເຮັດວຽກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/