ອີງຕາມການລາຍງານທີ່ຜ່ານມາ, ພະນັກງານ Samsung ສາມຄົນບັງເອີນເຮັດຂໍ້ມູນຄວາມລັບຮົ່ວໄຫຼໃນຂະນະທີ່ໃຊ້ງານ ChatGPT ເພື່ອຊ່ວຍໃນການເຮັດວຽກ, ໂດຍພວກເຂົາໄດ້ໃຊ້ງານ ChatGPT ທີ່ສ້າງຂຶ້ນໂດຍ OpenAI ເພື່ອພັດທະນາ source code ໃນຂະນະທີ່ເຮັດວຽກ.
Semiconductor Department ຂອງບໍລິສັດ Samsung ໄດ້ອະນຸຍາດໃຫ້ວິສະວະກອນໃຊ້ບໍລິການຂອງ ChatGPT ເພື່ອຊ່ວຍເເກ້ໄຂກ່ຽວກັບ source code, ແຕ່ວ່າພະນັກງານທັງສາມຄົນກໍຫຼົງປ້ອນຂໍ້ມູນສໍາຄັນໂດຍບໍ່ຕັ້ງໃຈເຊັ່ນ source code ສໍາລັບໂປຣເເກມໃໝ່, ຂໍ້ມູນບັນທຶກການປະຊຸມພາຍໃນ ເເລະ ຂໍ້ມູນກ່ຽວກັບຮາດເເວຂອງພວກເຂົາ.

ໃນເວລາບໍ່ຮອດເດືອນ, ພະນັກງານໄດ້ເຮັດຂໍ້ມູນທີ່ສໍາຄັນຮົ່ວໄຫຼຜ່ານ ChatGPT ເຖິງ 3 ເທື່ອ. ເນື່ອງຈາກ ChatGPT ເກັບຮັກສາຂໍ້ມູນຂອງຜູ້ໃຊ້ເພື່ອເຝິກຝົນຕົນເອງ. ດັ່ງນັ້ນຄວາມລັບທາງການຄ້າເຫຼົ່ານີ້ຂອງ Samsung ຈຶ່ງຢູ່ໃນມືຂອງ OpenAI, ເຊິ່ງເປັນບໍລິສັດທີ່ຢູ່ເບື້ອງຫຼັງການບໍລິການ AI ທີ່ມີປະສິດທິພາບ.
ຫຼັງຈາກເຫດການເຫຼົ່ານີ້, Samsung Electronics ໄດ້ອອກຄໍາເຕືອນ ໃຫ້ແກ່ພະນັກງານກ່ຽວກັບຄວາມສ່ຽງຕໍ່ການເປີດເຜີຍຂໍ້ມູນທີ່ລະອຽດອ່ອນອີກຄັ້ງ.
ເນື່ອງຈາກວ່າຂໍ້ມູນຖືກເກັບໄວ້ໃນເຊີບເວີ OpenAI, ມັນບໍ່ສາມາດດຶງຂໍ້ມູນ ຫຼື ລຶບໄດ້ ຈຶ່ງເຮັດໃຫ້ບໍລິສັດມີຄວາມສ່ຽງຕໍ່ຜົນກະທົບທາງລົບທີ່ອາດຈະເກີດຂຶ້ນໃນອຸດສາຫະກໍາ semiconductor ທີ່ມີການແຂ່ງຂັນສູງ.
ຢ່າງໃດກໍ່ຕາມ, ເຫດການດັ່ງກ່າວຊີ້ໃຫ້ເຫັນເຖິງອັນຕະລາຍຂອງການນໍາໃຊ້ບໍລິການ AI ທີ່ເກັບກໍາຂໍ້ມູນຂອງຜູ້ໃຊ້ເພື່ອເຝິກຝົນຕົນເອງເທິງ Machine Learning ໃນອຸດສາຫະກໍາ semiconductor ທີ່ມີການແຂ່ງຂັນສູງ, ເຊິ່ງອາດຈະເຮັດໃຫ້ມີການສູນເສຍຄວາມລັບທາງການຄ້າໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/