ເຕົ່າທະເລຖືໄດ້ວ່າເປັນສັດອີກໜຶ່ງປະເພດທີ່ຖືກມະນຸດຄຸກຄາມບໍ່ວ່າຈະເປັນການທຳລາຍແຫຼ່ງທີ່ຢູ່ອາໄສຂອງມັນ ຫຼື ແມ່ນແຕ່ການຈັບເອົາໄປບໍລິໂພກ-ອຸປະໂພກ ເຊິ່ງນັ້ນເປັນສາເຫດທີ່ເຮັດໃຫ້ຈໍານວນຂອງພວກມັນລົດໜ້ອຍຖອຍລົງໄປແຕ່ລະມື້.

ແລະເມື່ອຕົ້ນເດືອນກັນຍາທີ່ຜ່ານມານີ້ ງານສຶກສາໃໝ່ຈາກມະຫາວິທະຍາໄລອາຣິໂຊນາ ຂອງສະຫະລັດອາເມຣິກາ ໄດ້ເປີດເຜີຍວ່າ ໃນໄລຍະ 30 ປີທີ່ຜ່ານມາເຕົ່າທະເລຈໍານວນ 1.1 ລ້ານໂຕຖືກຂ້າຢ່າງຜິດກົດໝາຍ ເພື່ອນຳໄປເຮັດເປັນອາຫານ, ເຮັດຢາ ແລະ ເຄື່ອງປະດັບ ເຊິ່ງແຫຼ່ງທີ່ມີອັດຕາການຄ້າເຕົ່າທະເລໃຫຍ່ທີ່ສຸດແມ່ນເອເຊຍຕາເວັນອອກສຽງໃຕ້- ມາດາກັສກາ.
ນັກວິທະຍາສາດຈາກມະຫາວິທະຍາໄລອາຣິໂຊນາກ່າວວ່າ ເຖິງຈະມີກົດໝາຍຄຸ້ມຄອງພວກເຕົ່າ ແຕ່ພວກເຂົາກໍໄດ້ມີການປະເມີນວ່າ ໃນແຕ່ລະປີນັ້ນມີເຕົ່າທະເລຖືກລັກລອບຄ້າໄປຫຼາຍກວ່າ 44,000 ໂຕຕໍ່ປີ ໃນ 65 ປະເທດ ໂດຍພວກມັນຖືກລ່າເພື່ອນຳມາເປັນອາຫານ, ເຮັດຢາແຜນບູຮານ ແລະ ນຳເອົາພາກສ່ວນຕ່າງໆ ຂອງພວກມັນມາເຮັດເຄື່ອງປະດັບ ຫຼື ຂອງຕົບແຕ່ງ.

Jesse Senko ຜູ້ຊ່ວຍສາສະດາຈານດ້ານການວິໄຈ ແລະ ເປັນໜຶ່ງໃນຜູ້ຂຽນຜົນການສຶກສາໃນຄັ້ງນີ້ ກ່າວວ່າ ຕົວເລກການຂ້າເຕົ່າດັ່ງກ່າວແມ່ນສູງຫຼາຍ ແລະ ເກືອບຈະບໍ່ແມ່ນເລື່ອງສຳຄັນ ເນື່ອງຈາກການເມີນເສີຍກິດຈະກໍາຕ່າງໆຂອງມະນຸດທີ່ເປັນເລື່ອງທີ່ຜິດກົດໝາຍ.

ທັງນີ້ Senko ບອກວ່າພາກພື້ນທີ່ມີການຄ້າຂາຍເຕົ່າທະເລຫຼາຍສຸດກໍຄື ເອເຊຍຕາເວັນອອກສຽງໃຕ້ ແລະ ມາດາກັສກາ ໂດຍຫວຽດນາມຈຸດເລີ່ມຂອງການຄ້າເຕົ່າທະເລທີ່ຜິດກົດໝາຍຫຼາຍທີ່ສຸດ ສ່ວນຈີນແລະຍີ່ປຸ່ນເປັນປະເທດທີ່ນິຍົມຜະລິດຕະພັນຈາກເຕົ່າທະເລຫຼາຍທີ່ສຸດ.
ນອກຈາກນີ້ ຍັງພົບວ່າ 95% ຂອງສາຍພັນເຕົ່າທີ່ຖືກລ່າຫຼາຍສຸດກໍຄືເຕົ່າຕະນຸ ຫຼື ເຕົ່າຂຽວທະເລ (Green sea Turtle) ແລະ ເຕົ່າປາກແຫຼວ (Hawksbill Sea Turtle) ໂດຍຄົນສ່ວນຫຼາຍມັກຈະນິຍົມເອົາສອງສາຍພັນນີ້ໄປເຮັດອາຫານ ແລະ ເອົາກະດອງທີ່ສວຍງາມຂອງມັນໄປເປັນເຄື່ອງເອ້. ດ້ວຍເຫດນີ້ເຮັດໃຫ້ເຕົ່າສາຍພັນເຫຼົ່ານີ້ກໍາລັງໃກ້ຈະສູນພັນ.

“ໃນຫຼາຍວັດທະນະທຳ ການມີຫຸ່ນເຕົ່າໄວ້ໃນເຮືອນອາດເປັນສັນຍະລັກຂອງການສະແດງສະຖານະໄດ້” Senko ກ່າວເສີມ.
ຢ່າງໃດກໍດີ ໃນງານສຶກສານີ້ຍັງພົບຂ່າວດີຢູ່ເພາະພົບວ່າການລ່າເຕົ່າແບບຜິດກົດໝາຍນັ້ນລົດລົງກວ່າ 28% ໃນໄລຍະ 10 ປີທີ່ຜ່ານມາ ໂດຍນັກວິທະຍາສາດຄາດວ່າເປັນຜົນມາຈາກການທີ່ມີກົດໝາຍຄຸ້ມຄອງເຕົ່າທີ່ເຂັ້ມງວດຫຼາຍຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment