ຜູ້ນຳ ພາກທຸລະກິດລາວ ພິຈາລະນາ ເລື່ອງຄ່າແຮງຂັ້ນຕໍ່າ ເນື່ອງຈາກຄ່າຄອງຊີບທີ່ເພີ່ມສູງຂຶ້ນ


ພາກທຸລະກິດໃນ ສປປ ລາວ ກຳລັງພິຈາລະນາທາງເລືອກດ້ານຕ່າງໆ ໃນເລື່ອງຂອງຄ່າແຮງງານ, ທ່າມກາງການອ່ອນຄ່າຂອງເງິນກີບ ເພື່ອສະເໜີຄ່າແຮງໃຫ້ພະນັກງານໄດ້ຮັບຄ່າຈ້າງທີ່ເໝາະສົມ ແລະ ສາມາດຮັກສາຄຸນະພາບໃນການດໍາລົງຊີວິດທີ່ດີໄດ້.

ອີງຕາມການລາຍງາຍຂອງໜັງສືພິມວຽງຈັນທາຍ ທ່ານ ໄຊບັນດິດ ຣາຊະພົນ ໃນກອງປະຊຸມ ປະຈຳປີ 2024 ຂອງ ຄະນະກຳມາທິການຊີ້ນຳວຽກງານແຮງງານ ແລະ ຄະນະຊີ້ນຳ ສູນ ອາຊີວະສຶກສາແບບຄວບຄູ່ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍລະບຸວ່າ​: ພາກທຸລະກິດພວມພິຈາລະນາວ່າ ຄ່າແຮງ ຈະຖືກປັບຂຶ້ນໄດ້ແນວໃດແນ່ ເນື່ອງຈາກອັດຕາເງິນເຟີ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໂດຍ ດຣ. ໄຊບັນດິດ ກ່າວວ່າ: “ພວກ​ເຮົາ​ໄດ້​ຄຳນຶງ​ເຖິງ​ອັດ​ຕາ​ເງິນ​ເຟີ້​ທີ່​ຜັນ​ແປ​ໄປ ແລະ ​ເຮັດ​ໃຫ້​ອັນ​ນີ້​ເປັນ​ການ​ພິ​ຈາ​ລະ​ນາ​ບູ​ລິ​ມະ​ສິດ​ໃນ​ການ​ທົບ​ທວນ​ຄືນ​ການ​ຈ່າຍ​ຄ່າ​ແຮງ​ງານ. ປັດຈຸບັນ, ພະນັກງານໄດ້ຮັບຄ່າຈ້າງຫຼາຍກວ່າຄ່າຈ້າງຂັ້ນຕ່ຳ ເຊິ່ງມີຫຼາຍກວ່າ 1,6 ລ້ານກີບຕໍ່ເດືອນ, ບໍ່ລວມລາຍຮັບເພີ່ມເຕີມ,”

ທ່ານກ່າວວ່າ: “ຕົວຈິງແລ້ວ ຄົນງານຫຼາຍຄົນມີລາຍໄດ້ເຖິງ 4 ຫຼື 5 ລ້ານກີບຕໍ່ເດືອນ ຖ້າລວມເຖິງລາຍຮັບເພີ່ມເຕີມ.

ທ່ານ ດຣ ໄຊບັນດິດ, ເຊິ່ງເປັນຜູ້ປະກອບການແຖວໜ້າໃນອຸດສາຫະກຳຕັດຫຍິບຂອງລາວ, ກ່າວວ່າ “ພວກເຮົາ ພາກທຸລະກິດມຸ່ງໄປເຖິງການວາງນະໂຍບາຍພິເສດ ເພື່ອຮັບປະກັນໃຫ້ຄ່າຈ້າງເໝາະສົມເຂົ້າກັບຄ່າຄອງຊີບ, ເຊັ່ນດຽວກັນກັບເລື່ອງສະຫວັດດີການຂອງແຮງງານຂອງເຮົາ, ເຊິ່ງກໍເປັນບຸລິມະສິດຂອງພວກເຮົາໃນເວລາທີ່ເສດຖະກິດມີຄວາມວຸ້ນວາຍແບບນີ້.”

ອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ ແລະຄ່າເງິນກີບອ່ອນຄ່າໄດ້ສົ່ງຜົນໃຫ້ເກີດການຂາດແຄນແຮງງານ ເນື່ອງຈາກປະຊາຊົນຈໍານວນຫຼວງຫຼາຍໄດ້ອອກຈາກປະເທດໄປຊອກຫາຄ່າຈ້າງທີ່ສູງຂຶ້ນຢູ່ບ່ອນອື່ນ ເຊິ່ງສົ່ງຜົນກະທົບຕໍ່ອຸດສາຫະກໍາ ແລະ ທຸລະກິດອື່ນໆໃນລາວ.

ແນວໃດກໍຕາມ, ພາກທຸລະກິດມີແຜນຈະຮ່ວມມືກັບລັດຖະບານເພື່ອເຝິກອົບຮົມແຮງງານໃຫ້ຫຼາຍຂຶ້ນເພື່ອໃຫ້ເຂົາເຈົ້າມີທັກສະທີ່ຈຳເປັນເພື່ອຕອບສະໜອງຄວາມຕ້ອງການຂອງນາຍຈ້າງໃນລາວ, ໂດຍສະເພາະໃນເຂດເສດຖະກິດພິເສດ.

ທີ່ມາ: https://www.facebook.com/photo?fbid=948327793964121&set=a.501887858608119

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/