ຜັນຜວນປານລົດໄຟເຫາະ! ນັກວິເຄາະເປີດເຜີຍ ປັດໄຈທີ່ເຮັດໃຫ້ລາຄາຂອງ Bitcoin ຂຶ້ນລົງຢ່າງຮຸນແຮງໃນໄລຍະນີ້


ບົດລາຍງານໃໝ່ຈາກ CoinShares ຜູ້ຈັດການຊັບສິນດິຈິຕອນຈາກຢູໂຣບ ເປີດເຜີຍວ່າ ທະນາຄານກາງສະຫະລັດ (Federal Reserve) ໄດ້ກັບມາເປັນຜູ້ກໍານົດທິດທາງລາຄາຂອງ Bitcoin, ຫຼັງຈາກຄວາມຕື່ນເຕັ້ນໃນກອງທຶນແລກປ່ຽນ Bitcoin (ETFs) ເລີ່ມຫຼຸດລົງ.

ບົດລາຍງານຊີ້ໃຫ້ເຫັນເຖິງຄວາມສຳພັນທີ່ເພີ່ມຫຼາຍຂຶ້ນລະຫວ່າງການເຄື່ອນໄຫວຂອງລາຄາ Bitcoin ແລະ ການໂຕ້ວາທີຂອງອັດຕາດອກເບ້ຍໂດຍລວມ. James Butterfill ຜູ້ຈັດການຄົ້ນຄວ້າຂອງ CoinShares ໄດ້ວິເຄາະຂໍ້ມູນການຊື້ຂາຍຢ້ອນຫຼັງ 40 ມື້ ແລະ ພົບເຫັນແນວໂນ້ມທີ່ຄ້າຍຄືກັນກັບທີ່ສັງເກດເຫັນໃນປີ 2023: ລາຄາ Bitcoin ສອດຄ່ອງກັບຄວາມຄາດຫວັງກັບການຄາດການສຳລັບການ​ຕັດ​ສິນ​ໃຈຂອງ Fed ກ່ຽວກັບ​ອັດ​ຕາດອກເບ້ຍທີ່ຈະເກີດຂຶ້ນ​.

ອີງຕາມຂໍ້ມູນຈາກ CME FedWatch, ເຊິ່ງສະທ້ອນໃຫ້ເຫັນເຖິງການຄາດການຂອງຕະຫຼາດ ໂດຍຊີ້ໃຫ້ເຫັນ​ວ່າ ອັດຕາດອກເບ້ຍຈະຄົງທີ່ໃນເດືອນມິຖຸນາ ແລະ ມີແນວໂນ້ມທີ່ຈະຫຼຸດລົງໃນໄຕມາດທີ 4 ຂອງປີນີ້, ສອດຄ່ອງກັບຕົວຊີ້ວັດອັດຕາເງິນເຟີ້ເຊິ່ງວັດຈາກ ດັດຊະນີ Core PCE (Personal Consumption Expenditures) ທີ່ຍັງຄົງຢູ່ໃນລະດັບສູງ 2.8% ໃນເດືອນມີນາ.

ຢ່າງໃດກໍຕາມ, ຕົວເລກການເຕີບໂຕໂດຍລວມຂອງເສດຖະກິດກັບສະແດງໃຫ້ເຫັນພາບທີ່ແຕກຕ່າງກັນອອກໄປ, ໂດຍການເຕີບໂຕຂອງ GDP ທີ່ໜ້າຜິດຫວັງຢູ່ທີ່ 1.6% ໃນໄຕມາດທໍາອິດຂອງປີ 2024, ເມື່ອທຽບກັບ 3.4% ໃນໄຕມາດກ່ອນໜ້າ. ບວກ​ກັບ​ຂະ​ແໜງ​ການ​ຜະ​ລິດ​ທີ່​ຫົດ​ຕົວ ​ແລະ ​ຂະ​ແໜງ​ການ​ບໍ​ລິ​ການ​ທີ່​ຊົບເຊົາ, ການກະຕຸ້ນຄວາມກັງວົນກ່ຽວກັບອັດຕາເງິນເຟີ້ທີ່ຖົດຖອຍ, ສົ່ງຜົນໃຫ້ລາຄາ Bitcoin ຫຼຸດລົງຕໍ່າກວ່າ 57,000 ໂດລາກ່ອນກອງປະຊຸມ Fed ໃນວັນທີ 1 ເດືອນພຶດສະພາ.

Fed ໄດ້ສ້າງຄວາມປະຫຼາດໃຈໃຫ້ກັບຕະຫຼາດດ້ວຍການປະກາດນະໂຍບາຍທີ່ຜ່ອນຄາຍກວ່າທີ່ຕະຫຼາດຄາດການໄວ້ ໂດຍການຫຼຸດ QT ລົງ, ພ້ອມກັບຮັກສາອັດຕາດອກເບ້ຍສູງໄວ້ສູງກວ່າ 5.25%. ໝາຍຄວາມວ່າ Fed ຈະຊະລໍການຫຼຸດຜ່ອນປະລິມານເງິນໂດລາໃນລະບົບເສດຖະກິດ ໂດຍຫຼຸດຂະໜາດງົບດຸນລົງ 25 ຕື້ໂດລາສະຫະລັດຕໍ່ເດືອນ, ແທນທີ່ຈະເປັນ 60 ຕື້ໂດລາສະຫະລັດໃນອັດຕາເດີມທີ່ຜ່ານມາ.

ນັກວິເຄາະຄິດວ່າ ສິ່ງນີ້ສາມາດມີຜົນກະທົບທາງບວກຕໍ່ Bitcoin ແລະ ສິນຊັບທີ່ມີຄວາມສ່ຽງອື່ນໆ ທີ່ໄດ້ຮັບຜົນປະໂຫຍດຈາກນະໂຍບາຍການເງິນທີ່ຜ່ອນຄາຍ, ລາຄາ Bitcoin ໄດ້ເພີ່ມຂຶ້ນສູງກວ່າ 60,000 ໂດລາຫຼັງຈາກການປະກາດ.

Butterfill ປຽບທຽບກົນລະຍຸເຂອງ Fed ວ່າ “ທັງເບຣກ ແລະ ເລັ່ງໃນເວລາດຽວກັນ” ຊະລໍເສດຖະກິດດ້ວຍ QT ໃນຂະນະທີ່ຮັກສາອັດຕາດອກເບ້ຍສູງ. ລາວແນະນໍາວ່າ ຂໍ້ຈໍາກັດຂອງກະຊວງການຄັງສະຫະລັດໃນຊໍຳລະໜີ້ສິນໄລຍະສັ້ນສາມາດເປັນແຮງກະຕຸ້ນສໍາລັບການປ່ຽນແປງກົນລະຍຸດ QT.

ນອກຈາກນີ້, ຍັງໄດ້ມີການຄາດການວ່າ Fed ອາດຈະຫຼຸດລົງອັດຕາດອກເບ້ຍໃນທ້າຍປີນີ້. ເພື່ອຕອບສະໜອງຕໍ່ຂໍ້ມູນເສດຖະກິດທີ່ອ່ອນແອ, Butterfill ຄາດການວ່າ “ການຫຼຸດລົງຈະເກີດຂຶ້ນຊ້າລົງແຕ່ມີຂະໜາດໃຫຍ່ກວ່າທີ່ຄາດການໄວ້” ເຊິ່ງຈະສົ່ງຜົນດີຕໍ່ລາຄາຂອງ Bitcoin ເນື່ອງຈາກການສະໜອງທີ່ຈໍາກັດ ແລະ ການຄົງຢູ່ທີ່ຖາວອນຂອງ Bitcoin.

ທີ່ມາ:

en.bitcoinsistemi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/