ຂໍ້ຂັດແຍ້ງ ແລະ ຄວາມຮຸນແຮງທີ່ເກີດຂຶ້ນທ່າມກາງ ຣັດເຊຍ ແລະ ຢູເຄຣນ ເບິ່ງຄືວ່າຈະເພີ່ມທະວີຄວາມຮຸນແຮງຂຶ້ນໄປເລື້ອຍໆ ທັງໃນການສົ່ງມອບອາວຸດຂອງຢູໂຣບໃຫ້ກັບຢູເຄຣນ ແລະ ການຕອບໂຕ້ດ້ວຍມາດຕະການຕ່າງໆ. ຫຼ້າສຸດ ປູຕິນ ປະກາດລະງັບຂໍ້ຕົກລົງນິວເຄຼຍ ທີ່ເຮັດກັບ ສະຫະລັດອາເມຣິກາ ຫຼັງຜູ້ນຳສະຫະລັດ ເດີນທາງຢ້ຽມຢາມຢູເຄຣນ.
ໂດຍເມື່ອວັນທີ 21 ກຸມພາທີ່ຜ່ານມາ ຜູ້ນຳສູງສຸດຂອງຣັດເຊຍ ວາລາດິເມຍ ປູຕິນ ໄດ້ຖະແຫຼງຕໍ່ສະພາ, ຜູ້ນຳກອງທັບ ແລະ ບັນດາຄົນຊັ້ນນຳທາງການເມືອງຂອງຣັດເຊຍວ່າ: ອາເມຣິກາ ເປັນຝ່າຍທີ່ເຂົ້າມາເຮັດໃຫ້ສົງຄາມຮຸນແຮງ ແລະ ບານປາຍ ຈົນກາຍເປັນຄວາມຂັດແຍ້ງລະດັບໂລກ. ກ່ອນທີ່ຈະລະບຸວ່າ ຣັດເຊຍໄດ້ ລະງັບການເຂົ້າຮ່ວມສົນທິສັນຍາ New START ເຊິ່ງເປັນສັນຍາທີ່ຈຳກັດກ່ຽວກັບຈຳນວນຂອງນິວເຄຼຍ ສະບັບສຳຄັນ ແລະ ສະບັບດຽວ ທີ່ຍັງຫຼົງເຫຼືອຢູ່ລະຫວ່າງ ອາເມຣິກາ ແລະ ຣັດເຊຍ.

ສະຫະລັດອາເມຣິກາ ແລະ ຣັດເຊຍໄດ້ຮ່ວມກັນລົງນາມສົນທິສັນຍາສະບັບດັ່ງກ່າວໄປເມື່ອປີ 2010 ແລະ ໄດ້ມີການບັງຄັບໃຊ້ໃນປີ 2011 ໂດຍໃນຍຸກນັ້ນອາເມຣິກາ ແມ່ນຢູ່ພາຍໃຕ້ການນຳຂອງ ບາຣັກ ໂອບາມາ ແລະ ຣັດເຊຍ ແມ່ນມີ ດິມີທີ ເມັດເດເວັບ ອະດີດປະທານາທິບໍດີ ແຕ່ຫົວສູ້ຮົບນິວເຄຼຍຂອງແຕ່ລະປະເພດ ເແມ່ນຕ້ອງບໍ່ໃຫ້ກາຍ 1.550 ຫົວຮົບ ເຊິ່ງກໍານົດເວລາຂອງສັນຍາດັ່ງກ່າວແມ່ນຈະຈົບລົງໃນ ປີ 2026 ນີ້.

ແຕ່ຢ່າງໃດກໍຕາມ ປູຕິນຍັງໄດ້ເນັ້ນຢໍ້າວ່າ ຣັດເຊຍພຽງລະງັບການເຂົ້າຮ່ວມໃນຂໍ້ຕົກລົງດັ່ງກ່າວ ແຕ່ຍັງບໍ່ໄດ້ມີການຖອນຕົວອອກຈາກຂໍ້ຕົກລົງ ຢ່າງເຕັມຕົວ ແຕ່ຢ່າງໃດ.
ຫຼັງຈາກການປະກາດຂອງ ປູຕິນ ສິ້ນສຸດລົງ ແອັນໂທນີ ບຣິງເຄນ ລັດຖະມົນຕີ ກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ໄດ້ອອກມາຕອບໂຕ້ທັນທີວ່າ: “ການກະທຳຂອງ ປູຕິນ ນັ້ນ ເປັນເລື່ອງທີ່ໜ້າເສຍດາຍ ແລະ ຂາດຄວາມຮັບຜິດຊອບຢ່າງຍິ່ງ ເຊິ່ງສະຫະລັດອາເມຣິກາ ຈະຕິດຕາມຢ່າງໃກ້ຊິດ ວ່າຣັດເຊຍຈະເຄື່ອນໄຫວຫຍັງຕໍ່ໄປ”.

ການເຄື່ອນໄຫວຄັ້ງນີ້ ມີຂຶ້ນຫຼັງການເດີນທາງມາຢ້ຽມຢາມຢູເຄຣນແບບບໍ່ມີນັດໝາຍຂອງທາງ ຜູ້ນຳສູງສຸດຂອງສະຫະລັດອາເມຣິກາ ປະທານາທິບໍດີ ໂຈ ໄບເດັນ ເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ ແລະ ໂຈໄບເດັນຍັງໄດ້ປະກາດຈະໃຫ້ການຊ່ວຍເຫຼືອທາງດ້ານການທະຫານແກ່ ຢູເຄຣນ ຕື່ມອີກ 500 ລ້ານໂດລາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/